spot_img
Homeຂ່າວຕ່າງປະເທດທະ​ນາ​ຄານ​ກາງ​ສະ​ຫະ​ລັດ ກຽມ​ເພີ່ມດອກ​ເບ້ຍ ກະ​ທົບ​ເສດ​ຖະ​ກິດ​ປະ​ເທດ​ຈຶ້ງ!

ທະ​ນາ​ຄານ​ກາງ​ສະ​ຫະ​ລັດ ກຽມ​ເພີ່ມດອກ​ເບ້ຍ ກະ​ທົບ​ເສດ​ຖະ​ກິດ​ປະ​ເທດ​ຈຶ້ງ!

Published on

606054-01

ເສດ​ຖະ​ກິດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ຫລາຍ​ພາກ​ສ່ວນ ສົ່ງ​ສັນ​ຍານ​ໄດ້​ຮັບ​ຜົນ​ກະ​ທົບ​ ຫລັງ​ທະ​ນາ​ຄານ​ກາງ​ສະ​ຫະ​ລັດ ກຽມ​ປັບ​ອັດ​ຕາ​ດອກ​ເບ້ຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 18 ມີ​ນາ​ຜ່ານ​ມາ​ນີ້​ວ່າ ຈາກ​ທີ່​ທະ​ນາ​ຄານ​ກາງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກຽມ​ປະ​ກາດ​ຂຶ້ນ​ອັດ​ຕາ​ດອກ​ເບ້ຍ​ເລັກ​ໜ້ອຍ ເນື່ອງ​ຈາກ​ຕະ​ຫລາດ​ການ​ຈ້າງ​ງານ​ເພີ່ມ​ຂຶ້ນ ເຊິ່ງ​ເຮັດ​ໃຫ້​ມີ​ບັນ​ຫາ​ຕາມ​ມາ​ໃນ​ພາກ​ເສດ​ຖະ​ກິດ​ຫລາຍ​ດ້ານ ເຊິ່ງ​ເລີ່ມ​ສົ່ງ​ສັນ​ຍານ​ທີ່​ຈະ​ໄດ​້​ຮັບ​ຜົນ​ກະ​ທົບ ໂດຍ​ພົບ​ວ່າ​ພາກ​ການ​ໃຊ້​ຈ່າຍ​ໃນ​ຄົວ​ເຮືອນ, ພາກ​ການ​ຜະ​ລິດ ແລະ ກຳ​ລັງ​ການ​ຊື້​ຂອງ​ຜູ້​ບໍ​ລິ​ໂພກ ທີ່​ເປັນ​ຕົວ​ເລກ​ຊຸກ​ດັນ​ຫລັກ​ຂອງ​ເສດ​ຖະ​ກິດ​ສະ​ຫະ​ລັດ ລ່າ​ສຸດ​ບໍ່​ມີ​ການ​ເໜັງ​ຕີງ​ເທົ່າ​ທີ່​ຄວນ ໃນ​ຂະ​ນະ​ທີ່​ການ​ສົ່ງ​ອອກ ກໍ​ເລີ່ມ​ຊະ​ລໍ​ຕົວ​ລົງ​ ເນື່ອງ​ຈາກ​ຄ່າ​ເງິນ​ໂດ​ລາ​ທີ່​ແຂັງ​ຄ່າ​ຂຶ້ນ ລວມ​ໄປ​ເຖິງ​ລາຍ​ໄດ້​ຂອງ​ຮ້ານ​ຄ້າ​ຂາຍ​ຍ່ອຍ ແລະ ຮ້ານ​ອາ​ຫານ​ຫລຸດ​ລົງເຊັ່ນ​ກັນ, ເຖິງ​ແມ່ນ​ວ່າ​ສະ​ຫະ​ລັດ​ຈະ​ມີ​ການ​ຈ້າງ​ງານ​ເພີ່ມ​ຂຶ້ນ​ເຖິງ 200,000 ກ່​ວາ​ອັດ​ຕາ ໃນ​ທ້າຍ​ປີ​ທີ່​ຜ່ານ​ມາ ອັນ​ໄດ້​ເຮັດ​ໃຫ້​ອັດ​ຕາ​ການ​ວ່າງ​ງານ​ຫລຸດ​ລົງ 5.5% ແຕ່​ອັດ​ຕາ​ການ​ເຕີບ​ໂຕ​ຂອງ​ຄ່າ​ຈ້າງ​ຂັ້ນ​ຕ່ຳລາຍ​ປີ ຍັງ​ຄົງ​ຢູ່​ທີ່ 2% ເຊິ່ງ​ບໍ່​ສາ​ມາດ​ກະ​ຕຸ້ນ​ກໍ່​ໃຫ້​ເກີດ​ການ​ຊື້​ຂາຍ​ໃນ​ພາກ​ຄົວ​ເຮືອນ​ໄດ້.

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...