Homeຂ່າວພາຍ​ໃນມະຫະກຳບຸນຊ້າງ ໄຂຂຶ້ນຢ່າງເປັນທາງການ

ມະຫະກຳບຸນຊ້າງ ໄຂຂຶ້ນຢ່າງເປັນທາງການ

Published on

ມະຫະກຳບຸນຊ້າງ ໄຂຂຶ້ນຢ່າງເປັນທາງການ

 

ເພື່ອເປັນການສົ່ງເສີມການທ່ອງທ່ຽວທຳມະຊາດ ວັດທະນະທຳ ແລະ ປະຫວັດສາດທີ່ມີຫຼາຍສີສັນ ກາຍເປັນແຫຼ່ງທ່ອງທ່ຽວສີຂຽວ
ທີ່ມີລັກສະນະຍືນຍົງ ໂດຍການມີສ່ວນຮ່ວມຂອງປະຊາຊົນ ຊຶ່ງເປັນໜຶ່ງໃນວຽກງານສຳຄັນຂອງລັດຖະບານ ເພື່ອບັນລຸເປົ້າໝາຍສະ
ຫັດສະວັດແຫ່ງການພັດທະນາ ໃນປີ 2020 ໂດຍສະເພາະກໍຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ເທື່ອທີ VII ໃຫ້ປະກົດຜົນ
ເປັນຈິງ ດັ່ງນັ້ນ ໃນວັນທີ 18 ກຸມພາ 2013 ທີ່ແຂວງໄຊຍະບູລີ ກໍໄດ້ໄຂງານເທດສະການມະຫະກຳບຸນຊ້າງ ຄັ້ງທີ VII ປະຈຳປີ
2013 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ດຣ. ລຽນ ທິແກ້ວ ເຈົ້າແຂວງໄຊຍະບູລີ ເຊິ່ງເປັນກຽດເຂົ້າຮ່ວມ
ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດ ພ້ອມນີ້ກໍມີທ່ານ ສຸກັນ ມະຫາລາດ ເຈົ້າ
ຄອງນະຄອນຫຼວງວຽງຈັນ ບັນດາແຂກທັງພາຍໃນ ແລະ ຕ່າງປະເທດ ປະຊາຊົນຊາວແຂວງໄຊຍະບູລີ ແລະ ແຂວງອ້ອມຂ້າງ
ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ໃນງານທ່ານ ພັນເອກ ຈັນດາລະສານ ຮອງເຈົ້າແຂວງໄຊຍະບູລີ ທັງເປັນປະທານຄະນະກຳມະການຈັດງານດັ່ງກ່າວ ໄດ້ລາຍງານ
ໃຫ້ຊາບວ່າ: ໂດຍອີງໃສ່ທ່າແຮງຂອງແຂວງ ນັບແຕ່ປີ 2012 ມານີ້ ແຂວງໄດ້ກຳນົດເອົາງານເທດສະການບຸນອອກພັນສາຊ່ວງ
ເຮືອ ແລະ ງານເທດສະການມະຫະກຳບຸນຊ້າງ ເປັນເທດສະການທ່ອງທ່ຽວລະດັບແຂວງ ໃນນັ້ນ ງານເທດສະການມະຫະກຳບຸນ
ຊ້າງ ແມ່ນຈະໄດ້ຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ ຢູ່ທີ່ເມືອງໄຊຍະບູລີແຫ່ງນີ້ ຊຶ່ງແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ຍັງມີຊ້າງ
ຫຼາຍ ມີເຖິງ 377 ໂຕ ດັ່ງນັ້ນ ການຈັດງານບຸນຊ້າງຂຶ້ນ ກໍເພື່ອຮັກສາອະນຸຮັກຊ້າງ ໃຫ້ຄຽງຄູ່ກັບແຂວງໄຊຍະບູລີຕະຫຼອດໄປ
ທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ເຮັດໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວ ແລະ ຮັບຮູ້ແຂວງໄຊຍະບູລີຫຼາຍ
ຂຶ້ນ ລວມເຖິງການສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໃນງານຄັ້ງນີ້ ໄດ້ມີຫຼາກຫຼາຍກິດຈະກຳ
ເຊັ່ນ: ຕະຫຼາດນັດວາງສະແດງສິນຄ້າ ຜະລິດຕະພັນພາຍໃນແຂວງ ແລະ ສິນຄ້າຕ່າງປະເທດ ສະແດງສິລະປະວັນນະຄະດີທ້ອງ
ຖິ່ນ ແລະ ສູນກາງ ງານຄັດເລືອກນາງສາວງາມເທດສະການມະຫະກຳບຸນຊ້າງ ປະຈຳປີ 2013 ສະເພາະກິດຈະກຳຊ້າງມີຄື: ພິທີ
ເປີດ ຊຶ່ງຈະໄດ້ຊົມກ້ອນແຫ່ຂະບວນຕ່າງໆ ທີ່ສະແດງເຖິງວັດທະນະທຳ ຄວາມສາມັກຄີປອງດອງທີ່ເປັນມູນເຊື້ອ 8 ເຜົ່າຂອງ
ແຂວງໄຊຍະບູລີ ຂະບວນຊ້າງອອກເສິກ ປົກປັກຮັກສາປິຕຸພູມ ຂະບວນຊ້າງຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນຊາວແຂວງໄຊ
ຍະບູລີ ຊ້າງນ້ອຍຄຳຮູ້ ຄັດເລືອກຊ້າງງາມ ການບາສີສູ່ຂວັນຊ້າງ ຊົມຊ້າງອາບນ້ຳ ໃຫ້ອາຫານຊ້າງ ສາທິດການເຝິກຊ້າງ ຈັດກິດ
ຈະກຳຄວາມຮູ້ກ່ຽວກັບຊ້າງຂອງນັກຮຽນ ບໍລິການຂີ່ຊ້າງ ສາຍຮູບເງົາກາງແຈ້ງ ການຈຳລອງວິຖີຊີວິດຂອງຄົນກັບຊ້າງ ການດຳລົງ
ຊີວິດຂອງຄົນໃນປ່າ ຕອນຄ່ຳມີການສະແດງສີສຽງ ແລະ ຊ້າງ ຢູ່ແຄມນ້ຳຮຸ່ງ ພິເສດກອງທັບປະຊາຊົນລາວ ກໍໄດ້ສົ່ງຄະນະໂດດ
ຈ້ອງເຂົ້າ ແລະ ອື່ນໆ ງານຄັ້ງນີ້ແມ່ນໄດ້ຈັດຂຶ້ນໃນລະຫວ່າງວັນທີ 12-19 ກຸມພາ 2013.
ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ກໍໄດ້ໃຫ້ກຽດຂຶ້ນກ່າວເປີດງານ ເຊິ່ງທ່ານໄດ້ກ່າວວ່າ: ການ
ຈັດງານຄັ້ງນີ້ ມັນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງຄວາມເອົາໃຈໃສ່ ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ ແລະ
ມູນເຊື້ອອັນດີງາມຂອງຊາວແຂວງໄຊຍະບູລີ ພ້ອມກັນນັ້ນ ກໍສະແດງໃຫ້ເຫັນເຖິງຜົນງານ ແລະ ຜົນສຳເລັດອັນໃຫຍ່ຫຼວງໃນຫຼາຍ
ດ້ານ ທີ່ແຂວງໄຊຍະບູລີຍາດມາໄດ້ໃນໜຶ່ງປີທີ່ຜ່ານມາ ພັກ ແລະ ລັດຖະບານ ຕີລາຄາສູງ ແລະ ຂໍຊົມເຊີຍຕໍ່ບັນດາຜົນງານດັ່ງ
ກ່າວ ເຊິ່ງສະແດງອອກຢ່າງເດັ່ນຊັດ ໃນການຮັກສາສະຖຽນລະພາບທາງດ້ານການເມືອງ ຄວາມສະຫງົບ ແລະ ຄວາມເປັນລະ
ບຽບຮຽບຮ້ອຍຂອງບ້ານເມືອງ ພ້ອມກັນນັ້ນ ການພັດທະນາເສດຖະກິດ ວັດທະນະທຳ-ສັງຄົມ ກໍໄດ້ມີບາດກ້າວຂະຫຍາຍຕົວອັນ
ໄວວາ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນອີກກ້າວໜຶ່ງ ໂອກາດອັນເບີກບານມ່ວນຊື່ນນີ້ ຈຶ່ງຂໍຊົມເຊີຍຕໍ່ບັນດາຜົນ
ສຳເລັດເຫຼົ່ານີ້ ແລະ ເປີດງານຄັ້ງນີ້ຢ່າງເປັນທາງການ ຫຼັງຈາກນັ້ນ ທ່ານກໍໄດ້ໃຫ້ກຽດລັ່ນຄ້ອງ 9 ບາດ ຕັດແຖບຜ້າເປີດງານບາ
ສີສູ່ຂວັນຊ້າງ ແລະ ຊົມການໂດດຈ້ອງຈາກກອງທັບປະຊາຊົນລາວ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...