spot_img
Homeຂ່າວຕ່າງປະເທດມື​ມືດ​ສົ່ງ​ຢາ​ພິດ " ໄຊ​ຢາ​ໄນ​ດ໌ " ເຖິງ​ທຳ​ນຽບ​ຂາວ ສະ​ຫະ​ລັດ​ອາ​ເມ​ຣິ​ກາ!

ມື​ມືດ​ສົ່ງ​ຢາ​ພິດ ” ໄຊ​ຢາ​ໄນ​ດ໌ ” ເຖິງ​ທຳ​ນຽບ​ຂາວ ສະ​ຫະ​ລັດ​ອາ​ເມ​ຣິ​ກາ!

Published on

aHR0cDovL3BlMi5pc2Fub29rLmNvbS9ucy8wL3VkLzM1My8xNzY1OTI1LzYwNjE1Ni0wMS5qcGc=

ໜ່ວຍ​ອາ​ລັກ​ຂາ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ອາ​ເມ​ຣິ​ກາຖະ​ແຫລງວ່າ ທຳ​ນຽບ​ຂາວ​ໄດ້​ຮັບ​ຈົດ​ໝາຍ​ບັນ​ຈຸ​ສານ​ພິດ​ໄຊ​ຢາ​ໄນ​ດ໌ 1 ຊອງ ປັດ​ຈຸ​ບັນ​ກຳ​ລັງ​ກວດ​ສອບ​ລະ​ອຽດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 19 ມີ​ນາ​ນີ້​ວ່າ ໜ່ວຍ​ອາ​ລັກ​ຂາ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໄດ້​ກວດ​ພົບ​ຊອງ​ຈົດ​ໝາຍ​ທີ່​ສົ່ງ​ມາ​ເຖິງ​ທຳ​ນຽບ​ຂາວ ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ ສະ​ຫະ​ລັດ​ອາ​ເມ​ຣິ​ກາ 1 ຊອງ ໃນ​ມື້​ວັນ​ຈັນ​ທີ 16 ມີ​ນາ​ຜ່ານ​ມາ ເຊິ່ງ​ພາຍ​ໃນ​ຊອງ​ໄດ້​ກວດ​ພົບ​ສານ​ສີ​ຂາວ ແລະ ເມື່ອ​ທຳ​ການກວດ​ວິ​ເຄາະ​ທາງ​ດ້ານ​ຊີ​ວະ​ວິ​ທະ​ຍາ​ເບິ່ງ​ແລ້ວ ກໍ​ພົບວ່າ​ມີ​ສານ​ພິດຄ້າຍ​ກັບ​ໄຊ​ຢາ​ໄນ​ດ໌ ຈິ່ງ​ໄດ້​ມີ​ການ​​ສົ່ງ​ໄປກວດ​ສອບ​ຢ່າງ​ລະ​ອຽດ​ອີກ​ເທື່ອ​ໜຶ່ງ ເພືອ​​ການ​ຢືນ​ຢັນ​ທີ່​ແນ່ນອນ.

ດ້ານ​ໜ່ວຍ​ງານກວດ​ແຍກ​ໄປ​ສະ​ນີ​ຂອງ​ທຳ​ນຽບ​ຂາວ ເຊິ່ງ​ເປັນ​ຜູ້ກວດ​ພົບ​ຊອງ​ຈົດ​ໝາຍ​ດັ່ງ​ກ່າວ ໄດ້​ລະ​ບຸ​ວ່າ ຊອງ​ຈົດ​ໝາຍ​ສະ​ບັບ​ນີ້​ຖືກ​ບັນ​ຈຸ​ມາ​ໃນ​ຖົງ​ປ​ຣາ​ສະ​ຕິກ​ອີກ​ຊັ້ນ​ໜຶ່ງ, ແນວ​ໃດ​ກໍ​ຕາມ ຍັງ​ບໍ່​ທັນ​ມີ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ​ຄົນ​ໃດ​ໄດ້​ຮັບ​ບາດ​ເຈັບ ຫລື ເປັນ​ອັນ​ຕະ​ລາຍ​ຈາກ​ສານ​ພິດ​ພາຍ​ໃນ​ຊອງ​ຈົດ​ໝາຍ ເຊິ່ງ​ແຫລ່ງ​ທີ່​ມາ​ຕົ້ນ​ທາງ​ຂອງ​ຈົດ​ສະ​ໝາຍ​ສະ​ບັບ​ນີ້ ຍັງ​ບໍ່​ທັນ​ມີ​ການ​ເປີດ​ເຜີຍ​ໃດໆເທື່ອ.

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...