spot_img
Homeຂ່າວຕ່າງປະເທດສະ​ຫລົດ! ເຊືອກວ່າວກ່ຽວ​ຂາ​ເດັກ​ນ້ອຍ​ຂຶ້ນ​ຟ້າ ກ່ອນ​ຕົກ​ກະ​ແທກ​ພື້ນ​ຕາຍ ຢູ່​ຫວຽດ​ນາມ!

ສະ​ຫລົດ! ເຊືອກວ່າວກ່ຽວ​ຂາ​ເດັກ​ນ້ອຍ​ຂຶ້ນ​ຟ້າ ກ່ອນ​ຕົກ​ກະ​ແທກ​ພື້ນ​ຕາຍ ຢູ່​ຫວຽດ​ນາມ!

Published on

9

ເກີດ​ເຫດ​ສະ​ຫລົດ​ໃຈ ເມື່ອ​ເດັກ​ນ້ອຍ​ຫວຽດ​ນາມ​ອາ​ຍຸ 5 ປີ ຖືກ​ເຊືອກວ່າວ​ກ່ຽວ​ຂາ​ເຫີນ​ຂຶ້ນ​ຟ້າ ກ່ອນ​ຕົກ​ລົງ​ມາ​ກະ​ແທກ​ພື້ນ​ເສຍ​ຊີ​ວິດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 17 ມີ​ນາ​ຜ່ານ​ມາ​ນີ້​ວ່າ ເຫດ​ການ​ດັ່ງ​ກ່າວ​ນີ້ ເກີດ​ຂຶ້ນ​ໃນ​ປະ​ເທດ​ຫວຽດ​ນາມ ເຊິ່ງ​ເປັນ​ເທ​ສະ​ການ​ຫລິ້ນ​ວ່າວ​ຂອງ​ຊາວ​ຫວຽດ​ນາມ ແຕ່​ໄດ້​ເກີດ​ເຫດ​ບໍ່​ຄາດ​ຝັນ​ເກີດ​ຂຶ້ນ ເມື່ອວ່າວ​ຂະ​ໜາດ​ໃຫຍ່​ທີ່​ກຳ​ລັງປິວ​ຂຶ້ນ​ສູ່​ເທິງ​ຟ້າ ເກີດເຊືອກ​ມັດ​ວ່າວໄປ​ກ່ຽວ​ເອົາ​ຂາ​ເດັກ​ນ້ອຍ​ຜູ້​ເຄາະ​ຮ້າຍ ​ຈົນ​ເຮັດ​ໃຫ້​ຮ່າງ​ຂອງ​ເດັກ​ຖືກ​ລອຍ​ຂຶ້ນ​ເທິງ​ຟ້າ​ ສູງ​ປະ​ມານ 20 ແມັດ​ ກ່ອນ​ທີ່​ຮ່າງ​ຂອງ​ເດັກ​ນ້ອຍ​ຜູ້​ເຄາະ​ຮ້າຍ​ດັ່ງ​ກ່າວ ຈະ​ຕົກ​ລົງ​ກະ​ແທກ​ພື້ນ​ເສຍ​ຊີ​ວິດ.

ຜູ້​ເຫັນ​ເຫດ​ການ​ ໄດ້​ພາ​ກັນ​ນຳ​ເອົາ​ເດັກ​ນ້ອຍ​ຄົນ​ດັ່ງ​ກ່າວ​ສົ່ງ​ໂຮງ​ໝໍ ແຕ່​ດ້ວຍ​ທົນ​ພິດ​ບາດ​ເຈັບ​ບໍ່​ໄຫວ ຈິ່ງ​ເສ​ຍ​ຊີ​ວິດ​ໃນ​ເວ​ລາ​ຕໍ່​ມາ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...