spot_img
Homeຂ່າວທ້ອງຖິ່ນ5 ເດືອນ ສະຫວັນນະເຂດ ເກັບລາຍຮັບ ເຂົ້າງົບປະມານ ໄດ້ພຽງ 30%

5 ເດືອນ ສະຫວັນນະເຂດ ເກັບລາຍຮັບ ເຂົ້າງົບປະມານ ໄດ້ພຽງ 30%

Published on

24055851
(ພາບ​ປະ​ກອບ)
ຂປລ. ​ການຈັດ​ຕັ້ງ​ປະຕິບັດ​ ລາ​ຍຮັບ​ເຂົ້າ​ງົບປະມານ ​ຂອງ​ແຂວງ​ສະຫວັນ​ນະ​ເຂດ​​​ ໃນ​ສົກ​ປີ​ນີ້, ບໍ່​ມີ​ຄວາມ​ຄືບ​ໜ້າ​ເທົ່າ​ທີ່​ຄວນ ຜ່ານການຈັດຕັ້ງ ປະຕິບັດໄລຍະ 5 ​ເດືອນ​ ບັນລຸ​ໄດ້​ພຽງ 30% ຂອງ​ແຜນການ​ເທົ່າ​ນັ້ນ.

ທ່ານ ສົມ​ສັກ ບຸ​ຈະ​ເລີ​ນ ຫົວໜ້າ ​ພະ​ແນ​ກການ​​ເງິນ​ແຂວງສະຫວັນນະເຂດ ​ໄດ້ໃຫ້ຮູ້​ໃນວັນ​ທີ 13 ມີນາ 2015 ນີ້ວ່າ: ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ໃນ​ເກືອບ 5 ​ເດືອນ (ຮອດ​ວັນ​ທີ 27/02/2015) ຜ່ານ​ມາ​ນີ້, ຢູ່​ສະຫວັນ​ນະ​ເຂດ ສາມາດ​ເກັບ​ລາຍ​ຮັບ​​ໄດ້​ທັງ​ໝົດ 404,976 ຕື້​ກີບ, ຖ້າ​ບໍ່​ນັບ​ເງິນ​ຂາຍ​ໄມ້​ໂກ​ຕ້າ ປະຕິບັດ​ໄດ້ 403,782 ຕື້​ກີບ, ​ເທົ່າ​ກັບ 30,05% ຂອງ​ແຜນການ​ປີ ຫລື ເທົ່າ ​ກັບ 60,85% ຂອງ​ແຜນການ 6 ​ເດືອນ​ຕົ້ນ​ປີ, ​ຖ້າ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ກັບ​ສົກ​ປີ​ກ່ອນ​​​ຫລຸດ​ລົງ 14,98% ​ໃນ​ນີ້: ລາຍ​ຮັບ​ພູດ​ສູນ​ກາງ ປະຕິບັດ​ໄດ້ 275,272 ຕື້​ກີບ. ສຳລັບ​ການ​ປະຕິບັດ​ລາຍ​ຮັບ​ພູດ​ຂອງ​ແຂວງ ​ແມ່ນ​ບັນລຸ​ໄດ້​ແລ້ວ 157,743 ຕື້​ກີບ, ​ເທົ່າ​ກັບ 23,67% ຂອງ​ແຜນການ​ປີ, ທຽ​ບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ສົກ​ປີ​ກ່ອນ​ຫລຸດ​ລົງ 15,82% ​ເຊິ່ງ​ລາຍ​ຮັບ​ດັ່ງກ່າວ​ໄດ້​ຈາກພູດ​ລາຍ​ຮັບ​ປົກກະຕິ​ຂອງ​ແຂວງ 156,262 ຕື້​ກີບ (ສ່ວຍ​ສາ​ອາກອນ, ຊັບ​ສິນ​ລັດ, ຄຸ້ມ​ຄອງ​ລັດ​ວິ​ສາ​ຫະກິດ ແລະ ຮັບ​ຈາກພາສີ) ​ແລະ ລາຍ​ຮັບ​ຈາກ​ຄ່າ​ບໍລິການ​ວິຊາ​ການ​ປະຕິບັດ​ໄດ້ 1,481 ລ້ານ​ກີບ. ​

ທ່ານ​ ສົມ​ສັກ ບຸ​ຈະ​ເລີ​ນ ຍັງ ​ກ່າວ​ຕື່ມ​ອີກ​ວ່າ: ຈາກ​ການ​ຕີ​ລາຄາ​ການ​ປະຕິບັດ​ງົບປະມານ​ໃນ 5 ​ເດືອນຜ່ານ​ມາ​ຂ​ອງສົກ​ປີ 2014-2015 ນີ້, ​ເຫັນ​ວ່າການຈັດ​ເກັບ​ລາຍ​ຮັບ​ເຂົ້າງ​ົບປະມານພູດ​ຂອງ​ແຂວງ ​ແມ່ນ​ຍັງ​ບໍ່​ສາມາດ​ບັນລຸ​ໄດ້​ຕາມ​ຕົວ​ເລກ​ແຜນ ການ​ວາງ​ໄວ້ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ສົກ​ປີຜ່ານມາ ກໍຍັງ​ຫລຸດ​ໂຕນ​ກັນ​ເຖິງ 14,98%, ອັນ​ຕົ້ນຕໍ​​ແມ່ນ​ຖານ​​ແຫລ່ງ​ ​ເກັບ ລາຍ​ຮັບຂອງ​ແຂວງ​ຍັງ​ບໍ່​ມີ​ຄວາມ​ໝັ້ນຄົງ; ລາຍ​ຮັບ​ທີ່​ເກັບ​ໄດ້​ຜ່ານ​ມາ ຍັງ​ແມ່ນ​ລາຍ​ຮັບ​ບັງ​ເອີນ ທີ່​ກວມ​ເອົາ​ອັດຕາ​ສ່ວນ​ໃຫຍ່​ຢູ່, ການ​ສົ່ງ​ອອກ​ໄມ້ ​ແລະ ລາຍ​ຮັບ​ຈາກ​ສິນຄ້າ​ຜ່ານ​ມີ​ທ່າ​ອ່ຽງຫລຸດ​ລົງ​ຫລາຍ.

ແຫລ່ງ​ຂ່າວ: ສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...