spot_img
Homeຂ່າວຕ່າງປະເທດຊາວບ​ຣາ​ຊິນກ່​ວາ 2 ແສນ​ຄົ​ນ ເດີນ​ຂະ​ບວນ​ປະ​ທ້ວງ​ລັດ​ຖະ​ບານ ບັນ​ຫາ​ສໍ້​ລາດ​ບັງ​ຫລວງ

ຊາວບ​ຣາ​ຊິນກ່​ວາ 2 ແສນ​ຄົ​ນ ເດີນ​ຂະ​ບວນ​ປະ​ທ້ວງ​ລັດ​ຖະ​ບານ ບັນ​ຫາ​ສໍ້​ລາດ​ບັງ​ຫລວງ

Published on

605405-01

ປະ​ຊາ​ຊົນ​ຊາວບ​ຣາ​ຊິນ ອອກ​ມາ​ເດີນ​ຂະ​ບວນ​ປະ​ທ້ວງ​ລັດ​ຖະ​ບານ ໃນ 50 ເມືອງ​ທົ່ວ​ປະ​ເທດ​ກ່​ວາ 2 ແສ​ນ​ຄົນ.

ສຳ​ນັ​ກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 16 ມີ​ນາ​ນີ້​ວ່າ ປະ​ຊາ​ຊົນ​ຊາວບ​ຣາ​ຊິນ ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນ​ກ່​ວາ 200,000 ຄົນ ເຊິ່ງ​ກີດ​ຂຶ້ນ​ຄັ້ງ​ໃຫຍ່​ທີ່​ສຸດ​ໃນ​ຮອບ 30 ປີ ໂດຍ​ສາ​ເຫດ​ຂອງ​ການ​ອອກ​ມາ​ເດີນ​ຂະ​ບວນ​ປະ​ທ້ວງ​ໃນ​ຄັ້ງ​ນີ້ ແມ່ນ​ເນື່ອງ​ມາ​ຈາກ​ບັນ​ຫາ​ການ​ສໍ້​ລາດ​ບັງ​ຫ​ລວງ​ຂອງ​ລັດ​ຖະ​ບານ ທີ່​ຖືກ​ສັງ​ຄົມ​ວິ​ພາກວິ​ຈານ​ໜັກ​ໜ່ວງ ແລະ ມີ​ການ​ຂະ​ຫຍາຍ​ວົງ​ກວ້າງ​ເພີ່ມ​ຂຶ້ນ ຫລັງ​ຈາກ​ທີ່​ມີ​ຂ່າວ​ຮົ່ວ​ອອກ​ມາ​ວ່າ ບໍ​ລິ​ສັດ​ນ້ຳ​ມັນ​ຂອງ​ລັດ ກຳ​ລັງ​ຈະ​ຖືກ​ຍຶດ.

ທັງ​ນີ້ ການ​ປະ​ທ້ວງ​ດັ່ງ​ກ່າວ ໄດ້​ລຸກ​ລາມ​ໄປ​ຍັງ​ເມືອງ​ຫລວງ ຣິ​ໂອ ເດິ ຈາ​ເນ​ໂຣ ແລະ ເມືອງ ປໍ​ໂຕ ອະ​ເລ​ເກ​ຣ ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ອີກ​ດ້ວຍ.

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...