ປະ​ຊາ​ຊົນ​ບ້ານ​ຕ​າ​ດ​ທອງ ຂ້ອງ​ໃຈ​ນັກ​ເດີນ​ສຳ​ຫລວດພົນ​ລະ​ເມືອງ ເກັບ​ເງິນ​ນຳ​ປະ​ຊາ​ຊົນ!

41B63834-7419-4607-888A-ACEB567609FC_mw1024_s_n
(ພາບ​ປະ​ກອບ)

ປະ​ຊາ​ຊົນ​ຊາວ​ບ້ານ​ຕາດ​ທອງ ເມືອງ​ສີ​ໂຄດ​ຕະ​ບອງ ນະ​ຄອນ​ຫລວງວຽງ​ຈັນ ຂ້ອງ​ໃຈ​ສະ​ເໜີ​ຜ່ານ​ນັກ​ຂ່າວ​ລາວ​ໂພ​ສ​ຕ໌ ມາ​ວ່າ ການ​ເດີນ​ສຳ​ຫລວດ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໄສ​ທົ່ວ​ປະ​ເທດ ເຊິ່ງ​ໄດ້​ຈັດ​ຂຶ້ນ​ພ້ອມ​ກັນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ນັບ​ແຕ່​ວັນ​ທີ 1 – 7 ມີ​ນາ 2015 ທີ່​ຜ່ານ​ມານັ້ນ, ສະ​ເພາະ​ຢູ່​ບ້ານ​ຕາດ​ທອງ ແມ່ນ​ມີປະ​ກົດ​ການ​ເກັບ​ເງິນ​ນຳ​ຄອບ​ຄົວ​ປະ​ຊາ​ຊົນ ໃນ​ເວ​ລາ​ເດີນ​ສຳ​ຫລວດ ເຊິ່ງ​ເຫັນ​ວ່າ​ເປັນ​ສິ່ງ​ທີ່​ບໍ່​ຖືກ​ຕ້ອງ​ ເພາະ​ຢູ່​ເມືອງ​ອື່ນ​ໆ​ກໍ​ບໍ່​ເຫັນ​ມີ​ການ​ເກັບ​ນຳ​ປະ​ຊາ​ຊົນ​ຈັກ​ກີບ.

ທ່ານ ນິ​ຄົມ ປະ​ຊາ​ຊົນ​ບ້ານ​ຕາດ​ທອງ ໄດ້​ໃຫ້​ສຳ​ພາດ​ກັບ​ນັກ​ຂ່າວ​ພວກ​ເຮົາ​ວ່າ ນັກ​ເດີນ​ສຳ​ຫລວດ​ຢູ່​ບ້ານ​ຕາດ​ທອງ ແມ່ນ​ຈະ​ຮຽກ​ເກັບ​ເງິນ​ນຳ​ປະ​ຊາ​ຊົນ ຄອບ​ຄົວ​ລະ 2,000 ກີບ ໃນ​ເວ​ລາ​ທີ່​ເຂົາ​ເຈົ້າ​ດຳ​ເນີນ​ການ​ສຳ​ພາດ ໂດຍ​ແຈ້ງ​ໃຫ້​ຮູ້​ວ່າ ເປັນ​ການ​ເກັບ​ເພື່ອ​ຊຸກ​ຍູ້​ແກ່​ນັກ​ເດີນ​ສຳ​ຫລວດ ທັງໆ​ທີ່​ນັກ​ເດີນ​ສຳ​ຫລວດ​ແຕ່​ລະ​ຄົນ​ເອງ ກໍ​ແມ່​ນ​ໄດ້​ຮັບ​ເງິນ​ອັດ​ຕາ​ກິນຈາກ​ງົບ​ປະ​ມານ​ຂອງ​ລັດ ເພື່ອ​ລົງ​ມາ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ການ​ເດີນ​ສຳ​ຫລວດ​ແລ້ວ ຈິ່ງ​ເຫັນ​ວ່າ​ເປັນ​ສິ່ງ​ທີ່​ບໍ່​ຖືກ​ຕ້ອງ ທີ່​ຈະ​ມາ​ເກັບ​ເງິນ​ນຳ​ປະ​ຊາ​ຊົນ​ອີກ ຖ້າ​ຫາກ​ລອງ​ເອົາ​ເງິນ 2,000 ກີບ ດັ່ງ​ກ່າວ ມາ​ຄູນ​ກັບ​ຈຳ​ນວນ​ຄອບ​ຄົວ​ທັງ​ໝົດ​ພາຍ​ໃນ​ບ້ານ ກໍ​ເຫັນ​ວ່າ​ຕົກ​ເປັນ​ຈຳ​ນວນ​ເງິນ​ທີ່​ຫລວງ​ຫລາຍ​ພໍ​ສົມ​ຄວນ, ຈິ່ງ​ຢາກ​ຮຽກ​ຮ້ອງ​ມາ​ຍັງ​ຂັ້ນ​ເທິງ ກໍ​ຄື​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ອອກ​ມາ​ກວດ​ສອບ ແລະ ຊີ້​ແຈງ​ແກ້​ຂໍ້​ຂ້ອງ​ໃຈຕໍ່​ກັບ​ບັນ​ຫາ​ດັ່ງ​ກ່າວ.

ໃນ​ຂະ​ນະ​ດຽວ​ກັນ ຢູ່​ເມືອງ​ນາ​ຊາຍ​ທອງ ນະ​ຄອນ​ຫລວງວຽງ​ຈັນ ນັກ​ຂ່າວ​ລາວ​ໂພ​ສ​ຕ໌ ພົບ​ເຫັນ​ວ່າ ການ​ເດີນ​ສຳ​ຫລວດພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໄສ​ ພາຍ​ໃນ​ເມືອງ​ນາ​ຊາຍ​ທອງ ແມ່ນ​ນັກ​ເດີນ​ສຳ​ຫລວດ​ຈະ​ໄດ້​ຮັບ​ອັດ​ຕາ​ກິນ ເອ​ກະ​ພາບ​ກັນ 350,000 ກີບ ຕໍ່​ຄົນ ແລະ ນັກ​ກວດ​ກາ ຈະ​ໄດ້ 420,000 ກີບ​ຕໍ່​ຄົນ ໂດຍ​ແມ່ນ​ງົບ​ປະ​ມານ​ຂອງ​ລັດເບີກ​ຈ່າຍ​ໃຫ້, ນອກ​ຈາກ​ນັ້ນ ແມ່ນ​ບໍ່​ໄດ້​ເກັບ​ເງິນ​ເພີ່ມ​ນຳ​ປະ​ຊາ​ຊົນ​ແຕ່​ພຽງ​ຢ່າງ​ໃດ.