spot_img
Homeຂ່າວການສຶກສາສະຖານທີ່ເກົ່າແກ່! ຄົ້ນພົບໂດຍນັກບູຮານວິທະຍາ ທີ່ບໍ່ເຄີຍສອນໃນໂຮງຮຽນ

ສະຖານທີ່ເກົ່າແກ່! ຄົ້ນພົບໂດຍນັກບູຮານວິທະຍາ ທີ່ບໍ່ເຄີຍສອນໃນໂຮງຮຽນ

Published on

ສະຖານທີ່ເກົ່າແກ່! ຄົ້ນພົບໂດຍນັກບູຮານວິທະຍາ ທີ່ບໍ່ເຄີຍສອນໃນໂຮງຮຽນ

 

1.The Longyou Grottoes

6

ຄາດວ່າຖໍ້າໃນ Zhejiang ປະເທດຈິນ ແຫ່ງນີ້ຈະເກົ່າແກ່ຍາວນານເຖີງ 212 ປີກ່ອນຄສ ແຕ່ທີ່ໜ້າສົນໃຈຄືຮອຍຂີດຂຽນຕົກແຕ່ງຢູ່ເຕັມໄປໝົດ ທີ່ບໍ່ຮູ້ວ່າເປັນຜົນງານຂອງໃຜ ຫຼືກຸ່ມຄົນໃດ ແລະ ຮອຍເຫຼົ່ານັ້ນຈະຢູ່ທ່າອຽງ 60 ອົງສາຄືກັນໝົດ

ຄົນສະໄໝນັ້ນຄົງຕ້ອງມີຄວາມພະຍາຍາມຫຼາຍແນ່ນອນ ຜົນງານຈຶ່ງຕ້ອງອອກມາຂະໜາດນີ້ ນ່ານັບຖືແທ້ໆ

2.Göbekli Tepe

7

ຄວາມສໍາຄັນຂອງສະຖານທີ່ແຫ່ງນີ້ເທີງສັນພູທີ່ຕຸລາກີ ກໍ່ຄືຄາດວ່າຖືກສ້າງຕັ້ງແຕ່ 9000-10000ປີກ່ອນຄສ ແລະ ເບິ່ງເປັນອະລິຍະທໍາຂອງການບວງສວງ ຂອງມະນຸດໃນຍຸກນັ້ນ ຊຶ່ງເປັນຊ່ວງທີ່ມະນຸດ ຍັງບໍ່ຮູ້ການເພາະປູກດ້ວຍຊໍ້າ ເຮັດໃຫ້ອາດຈະຕ້ອງປ່ຽນຄວາມຄິດໃໝ່ ວ່າການບວງສວງຄືຈຸດເລີ່ມຕົ້ນຂອງອາລິຍະທໍາຂອງມະນຸດ ຫຼືບໍ່

ບໍ່ເຄີຍຮູ້ມາກ່ອນໄດ໋ນີ້ ສຸດຍອດແທ້ໆ!

3.Stone Spheres of Costa Rica

8

ເປັນທີ່ຮູ້ຈັກກັນໜ້ອຍຫຼາຍ ກ່ຽວກັບຫິນຊົງກົມ ທີ່ພົບທີ່ ຄອສຕາຣິກາ ນີ້ທີ່ຮູ້ຈັກກໍ່ພຽງວ່າ ມັນອາດຈະສ້າງຂຶ້ໜໂດຍມະນຸດ Diquis ໃນຊ່ວງ 700-1530 ກ່ອນຄສ ນອກຈາກນີ້ຍັງມີເລື່ອງເລົ່າວ່າ ມັນຄືສິ່ງທີ່ມາຈາກ ເມືອງ ອັນສາບສູນເຊັ່ນ “Atlantis”

ຫິນຊົງກົມນີ້ໜັກກວ່າ 15​ໂຕ່ນ!!!

4.Yonaguni Monument

OLYMPUS DIGITAL CAMERA

ຍັງຄົງເປັນທີ່ຖົກຖຽງວ່າສິ່ງກໍ່ສ້າງນີ້ທີ່ນອກຊາຍຝັ່ງຂອງ ຍີ່ປຸ່ນ ຄືຜົນງານຂອງມະນຸດ ຫຼືບໍ່ ໂດຍລັກສະນະຂອງມັນຄືກ້ອນຫິນ ໃຫຍ່ສອງກ້ອນວາງຊຂ້ອນກັນຢູ່ໃຕ້ນໍ້າທະເລ ຈຶ່ງຖືກເອີ້ນວ່າ “The Turtle” ຫຼືວ່າ “ເຕົ້າ” ນັ້ນເອງ
ທັ່ງນີ້ຄົນທີ່ບອກວ່າມັນເປັນຝີມືຂອງມະນຸດ ກໍ່ບອກວ່າເພາະມຸມຂອງຫິນມັນເປັນ 90ອົງສາພໍດີ ສ່ວນຄົນທີ່ບອກວ່າບໍ່ແມ່ນ ກໍ່ບອກວ່າ ມັນຢູ່ເລິກຂະໜາດນັ້ນມະນຸດຈະລົງໄປໄດ້ແນວໃດ

5.The Unfinished Obelisk

10

ສິ່ງກໍ່ສ້າງຄ້າຍຄືກັບເສົາຫິນ ທີ່ພົບເຫັນໃນ ເອຢິບ ໂດຍຄາດວ່າຖືກສັ່ງໃຫ້ສ້າງໂດຍ Hatshepsut ຕັ້ງແຕ່ຊ່ວງກາງປີ 1500 ກ່ອນຄສ ແລະ ມັນຈະກາຍເປັນເສົາຫິນໃນເອຢິບມທີ່ໃຫຍ່ທີ່ສຸດຫາກວ່າມັນສ້າງສໍາເລັດເສດສິ້ນ

ນຶກພາບບໍ່ອອກເລິຍ! ວ່າເມື່ອມັນຖືກສ້າງສໍາເລັດແລ້ວຈະສວຍງາມ ອະລັງການສໍ່າໃດ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...