Homeນານາສາລະວິທີ​ດັບ​ກິ່ນ​ປະຈຳ​ເດືອນ? ໝັ່ນໃຈ​ຫາຍ​ຫ່ວງ!

ວິທີ​ດັບ​ກິ່ນ​ປະຈຳ​ເດືອນ? ໝັ່ນໃຈ​ຫາຍ​ຫ່ວງ!

Published on

203885

      ປະຈຳເດືອນ​ເລື່ອງ​ປົກກະຕິ​ທີ່​ສາວໆທຸກ​ຄົນ​ຕ້ອງ​​ເຈີ​ແບບ​ທີ່​ເອີ້ນວ່າ​ຫລີກ​ລ້ຽງ​ກັນ​ບໍ່​ໄດ້​ເລີຍ​ແລະ​ເພື່ອ​ສຸອະນາໄມ​ທີ່​ດີ​ຂອງ​ຈຸດ​ລັບ​ນຳ​ແລ້ວ​ຍິ່ງ​ຕ້ອງ​ໃຫ້​ຄວາມ​ສຳຄັນ​ກັນ​ແນ່1ເດືອນມາ1ຄັ້ງ, ຮັກສາຄວາມ​ສະ​ອາດ​ກັນ​ເອົາ​ໄວ້​ບໍ່​ດັ່ງນັ້ນ​ເກີດ​ກິ່ນ​ອັນ​ບໍ່​ພຶງ​ປະສົງ​ຢ່າງ​ແນ່ນອນ​ແລະ​ເມື່ອ​ເກີດ​ກິ່ນ​ກັນ​ແລ້ວ​ເຮົາ​ກໍ​ມີ​ວິທີ​ດັບ​ກິ່ນ​ມາ​ຝາກ​ກັນ​
ເຊື່ອ​ເລີຍ​ວ່າ​ສາວໆຈຳນວນ​ບໍ່​ນ້ອຍ​ເລີຍ​ທີ່​ມີ​ທັງ​ຄວາມ​ກັງ​ວົນ,ອຶດ​ອັດແລະ​ລຳ​ຄານ​ເວລາ​ທີ່​ເມື່ອ​ເຖິງ​ເວລາ​ທີ່​ປະຈຳ​ເດືອນ​ມາເພາະ​ນອກ​ຈາກ​ຈະ​ອອກ​ໄປ​ທ່ຽວ​ໃສ​ມາ​ບໍ່​ຄ່ອຍ​ສະ​ດວກ​ເພາະ​ສ້າງ​ຄວາມ​ກັງ​ວົນ​ວ່າ​ຈະ​ເປື້ອນ​ບໍ​ຢູ່​ຢ່າງ​ໃນ​ທັງ​ມື້​ນັ້ນ​ແລະແຖມ​ຍັງ​ໄປ​ລອຍນ້ຳ​ແບບ​ເພື່ອນ​ໆຄົນ​ອື່ນ​ກໍ​ຍັງ​ບໍ່​ໄດ້​ອີກເພາະ​ວ່າຊ່ວງ​ທີ່​ມີ​ປະຈຳ​ເດືອນ​ນັ້ນ​ເປັນ​ຊ່ວງ​ທີ່​ເຊື້ອ​ພະຍາດ​ສາມາດ​ເຂົ້າໄປ​ໃນ​ມົດລູກ​ໄດ້​ງ່າຍໆຫລາຍສະ​ນັ້ນ​ແລ້ວ​ຈຶ່ງ​ມີ​ການ​ງົດ​ເລື່ອງ​ການ​ລອຍ ລວມ​ເຖິງ​ສາວໆທີ່​ມີ​ຜົວ​​ແລ້ວ​ກໍ​ອາດຈະ​ຕ້ອງ​ມີ​ການ​ງົດ​ເລື່ອງ​ເພດ​ສຳພັນ​ທີ່​ບໍ່​ປອດ​ໄພ​ກັນ​ໄວ້ນຳເນື່ອງ​ຈາ​ກວ່າ​ອາດຈະ​ເຮັດໃຫ້​ຕິດ​ເຊື້ອ​ທາງ​ມົດລູກ​ໄດ້ຊຶ່ງ​ບັນຫາ​ທີ່​ຈະ​ມາ​ນັ້ນ​ຈະ​ສ້າງ​ຄວາມ​ລຳ​ຄານ​ຍິ່ງ​ກວ່າ​ປະຈຳ​ເດືອນ​ມາ​ອີກຍົກ​ຕົວ​ຢ່າງ​ເຊັ່ນເປັນ​ຕົກ​ຂາວ​ຜິດ​ປົກກະຕິ​ໄດ້ມີ​ກິ່ນ,ຄັນ,ເຊື້ອ​ລາ​ແລະອື່ນໆຊຶ່ງ​ເຫດ​ນີ້​ຕ້ອງ​ພົບ​ແພດ​ດ່ວນ​ກັນ​

    ປົກກະຕິ​ປະຈຳ​ເດືອນ​ຈະ​ມີ​ກິ່ນ​ສະເພາະ​ອ່ອນໆຊຶ່ງ​ບໍ່​ຫລວງຫລາຍ​ຫຍັງ​ບໍ່​ເຮັດໃຫ້​ສາວໆຫລາຍໆຄົນ​ຮູ້ສຶກ​ລຳ​ຄານ​ໄດ້ແຕ່ເມື່ອ​ການ​ສະ​ສົມ​ຂອງ​ແບກ​ທີ​ເລຍ​ເກີດ​ຂຶ້ນ​ກັບ​ຈຸດ​ລັບ​ອັນ​ເປັນ​ບັນຫາ​ມາ​ຈາກ​ການ​ໃຊ້​ຜ້າອະນາໄມ​ແບບ​ບໍ່​ຄ່ອຍ​ປ່ຽນ​ຫລື​ບໍ່​ປ່ຽນ​ເລີຍ​ສະ​ນັ້ນ​ແລ້ວ​ຫັນ​ມາ​ປ່ຽນ​ຜ້າ​ອະນາໄມທຸກ3ຊົ່ວ​ໂມງ​ຕໍ່1ແຜ່ນແຕ່​ຖ້າ​ມື້​ໃດ​ມາ​ຫລາຍ​ກໍ​ຄວນ​ປ່ຽນ2ຊົ່ວ​ໂມງ​ຕໍ່1ແຜ່ນແລະ​ຄວນ​ເລືອກ​ໃຊ້​ຜ້າ​ອະນາໄມ​ທີ່​ມີ​ຊ່ອງ​ລະບາຍ​ອາ​ກາດ​ຫລາຍ​ແນ່ເພາະ​ຈະ​ຊ່ວຍ​ໃນ​ການ​ຖ່າຍ​ເທອາ​ກາດ​ບ່ອນ​ຈຸດ​ລັບ​ບໍ່​ໃຫ້​ການ​ອັບ​ຊື້ນ​ໄດ້​ເປັນ​ຢ່າງ​ດີ​ເລີຍ​ບໍ່​ຄວນ​ເລືອກ​ຜ້າ​ອະນາໄມ​ທີ່​ປະສົມ​ກິ່ນ​ນ້ຳ​ຫອມ​ນະ​​ເພາະ​ວ່າ​ໃນ​ນ້ຳ​ຫອມ​ໃນ​ມີ​ສານ​ເຄ​ມີ​ທີ່ຈະ​ທຳລາຍ​ຄວາມ​ສົມ​ດຸນ​ຂອງ​ຈຸດລັບ​ໄດ້ສະ​ນັ້ນ​ແລ້ວ​ຕ້ອງ​ເລືອກ​ຜ້າ​ອະນາໄມ​ທີ່​ບໍ່​ມີ​ສ່ວນ​ປະສົມ​ຂອງ​ນ້ຳ​ຫອມ​ຈຶ່ງ​ຈະ​ດີ​ທີ່ສຸດ​ສຳລັບຈຸດ​ລັບ​ວິທີ​ງ່າຍໆແບບ​ນີ້​ກໍ​ຊ່ວຍ​ດັບ​ກິ່ນ​ປະຈຳ​ເດືອນ​ແບບ​ບໍ່​ພຶງ​ປະສົງ​ໄດ້​ສາວໆທັງ​ຫລາຍ​​ຕໍ່ໄປ​ນີ້​ໝັ່ນໃຈ​ຫາຍ​ຫ່ວງ​ເລື່ອງ​ກິ່ນ​ຂອງ​ຈຸດ​ລັບກັນ​ໄດ້​ເລີຍ​

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...