Homeຄວາມງາມ5 ສິ່ງ​ທີ່​ຄວນ​ເຮັດ​ກ່ອນ​ທ່ຽງເພື່ອ​ຮູບຮ່າງງາມ

5 ສິ່ງ​ທີ່​ຄວນ​ເຮັດ​ກ່ອນ​ທ່ຽງເພື່ອ​ຮູບຮ່າງງາມ

Published on

1

       ກັບ​ມາ​ອີກ​ແລ້ວ​ກັບ​ເລື່ອງ​ຊວນ​ໃຫ້​ສາວ​ມີ​ຮູບຮ່າງຈ່ອຍ​ພຽວ,​ຫຸ່ນ​ງາມ​ໄດ້​ດັ່ງ​ໃຈເຮົາ​ມີ5ພຶດຕິກຳ​ຄວນ​ເຮັດ​ກ່ອນ​ທ່ຽງເພື່ອ​ຫຸ່ນ​ງາມຂາດ​ໄຂ​ມັນ​ເກາະ​ຮອບ​ແອວ​ກວນ​ໃຈ​ມາ​ຝາກ​ກັນເຖິງມັນ​ຈະ​ຍາກ​ໄປ​ແຮ່​ສຳລັບ​ຄົນ​ມັກ​ຕື່ນ​ສວຍແຕ່​ຫາກ​ເຈົ້າ​ປັບ​ປ່ຽນ​ນິ​ໄສ​ການ​ນອນຫັນ​ມາ​ຕື່ນ​ໃຫ້​ເຊົ້າ​ຂຶ້ນ​ເປັນ​ກິດປະຈຳວັນແລະ​ເຮັດ​ສິ່ງເຫລົ່ານີ້​ຢ່າງ​ຕັ້ງ​ໃຈ​ແລ້ວຮັບ​ປະ​ກັນ​ເລີຍ​ວ່າ​ຫຸ່ນ​ງາມ​ທີ່​ປາດຖະຫນາ​ຢູ່​ບໍ່​ໄກ​ເກີນ​ເອື້ອມໄດ້​ຜົນ​ເກີນ 100%

 

  1. ຍ່າງ​ໄປ​ເຮັດວຽກ​ແນ່ ໃນທີ່​ນີ້​ຖ້າ​ໄລ​ຍະ​ທາງ​ໃກ້​ໆ(ລະຫວ່າງ​ເຮືອນ​ແລະ​ທີ່​ເຮັດວຽກ)ເຮົາ​ແນະ​ນຳ​ໃຫ້​ຍ່າງ​ໄປ​ເຮັດວຽກ​ຈະ​ດີກວ່າພຽງ​​ເຈົ້າ​​ຕື່ນ​ເຊົ້າ​ແຕ່​ມັນ​ກໍ​ຊ່ວຍ​ປະ​ຫຍັດ​ຄ່າ​ໃຊ້​ຈ່າຍ​ໃນ​ການເດິນທາງແຖມ​ຊ່ວຍ​ໃຫ້​ເຈົ້າ​ໄດ້​ອອກ​ກຳ​ລັງ​ກາຍ​ໃນ​ຕອນ​ເຊົ້າ​ໄປ​ໃນ​ຕົວຖ້າ​ເຮືອນ​ເຈົ້າ​ໄກ​ຈາກ​ທີ່​ເຮັດວຽກແທນ​ທີ່​ເຈົ້າ​ຈະ​ຕື່ນ​ເຊົ້າ​ຂັບ​ລົດ​ມາ​ໃຫ້​ເມື່ອຍແລະ​ຕ້ອງ​ເຈີ​ລົດ​ຕິດ​ແສນ​ວຸ້ນວາຍ​ສາລະພັດລອງ​ປ່ຽນ​ເປັນ​ຂັບ​ລົດ​ມາ​ຄຶ່ງ​ທາງຫລື3ໃນ4ຂອງ​ທາງ​ມາ​ເຮັດວຽກແລ້ວ​ລົງ​ຍ່າງ​ດີກວ່າ​?(ເຮົາ​ບໍ່​ໄດ້​ບອກ​ໃຫ້​ເຈົ້າ​ຍ່າງ​ມາ​ຈາກ​ເຮືອນ​ເລີຍ​)ຊຶ່ງ​ຫາກ​ເຈົ້າ​ເປັນ​ຄົົນທີ່​ບໍ່​ຄ່ອຍ​ອອກ​ກຳ​ລັງ​ກາຍ​ຢູ່​ແລ້ວ ການ​ເລືອກ​ຍ່າງ​ຕອນ​ເຊົ້າ​ໃນ​ຊ່ວງ​ເວລາ​ຂອງ​ການ​ໄປ​ເຮັດວຽກ​ແທນ​ທີ່​ຈະ​ຂຶ້ນ​ລົດ​ຫລື​ນັ່ງ​ລົດ​​ກໍ​ເປັນ​ໄອ​ເດຍ​ທີ່​ດີເຊື່ອ​ວິທີ​ນີ້​ຈະ​ຊ່ວຍ​ເບິ​ນ​ແຄ​ລໍ​ລີ່​ຂອງ​ເຈົ້າ​ໄດ້​ປະ​ມານ2-3ແຄ​ລໍ​ລີ່ແລະ​ຊ່ວຍ​ກະຕຸ້ນ​ເມ​ຕາ​ບໍ​ລິ​ຊຶ່ມ​ໃນ​ຮ່າງກາຍ​ເຮັດວຽກ​ດີ​ຂຶ້ນ

1

 

2.ອາບ​ແດດຖືກ​ແສງ​ແດດ​ແນ່ ​ເຈົ້າ​ອາດ​ຄິດວ່າ​ມັນ​ກ່ຽວ​ກັນ​ຢ່າງໃດ​ກັບ​ຫຸ່ນ​ງາມຂອງ​ເຈົ້າແຕ່​ຮູ້​ບໍ​ວ່າ​ການ​ທີ່​ເຈົ້າ​ເປີດ​ຮັບ​ແສງ​ແດດແລະ​ອາ​ກາດ​ບໍລິສຸດ​ຍາມ​ເຊົ້າ​ຫລັງ​ຕື່ນ​ນອນ​ນັ້ນ(ຫລັງ​ຕື່ນ​ນອນ​ໃຫ້​ເຈົ້າ​ເປີດ​ຜ້າກັ້ງຫລື​ປະຕູ​ອອກ​ໄວ​ທີ່ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້)ແສງ​ຍູ​ວີ​ຍາມ​ເຊົ້າ​ຈະ​ຊ່ວຍ​ລຸດ(ສັດ​ສ່ວນ​ນ້ຳ​ໜັກ)ຊ່ວຍ​ໃຫ້​​ຊີວິດ​ເຈົ້າ​ເຮັດວຽກ​ເປັນ​ລະບົບ ຫລາຍ​ຂຶ້ນແຖມ​ຍັງ​ກະຕຸ້ນ​ເມ​ຕາ​ບໍ​ລິ​ຊຶ່ມ​ໃນ​ຮ່າງກາຍ​ເຮັດວຽກ​ດີ​ຂຶ້ນ​ອີກ​ທັງ​ແສງ​ຍູ​ວີ​ຕອນ​ເຊົ້າ​ຈະ​ຊ່ວຍ​ເຮັດໃຫ້​ເຈົ້າ​ຕື່ນ​ຕົວ​ຂຶ້ນອາລົມ​ແຈ່ມ​ໃສແລະ​ຮູ້ສຶກ​ກະ​ຕືລືຫລົ້ນ​ຫລາຍກວ່າ​ເກົ່າຊຶ່ງ​ຕ່າງ​ຈາກ​ແສງ​ຍູ​ວີ​ຕອນ​ບ່າຍ​ທີ່​ຈະ​ເຮັດໃຫ້​ເຈົ້າ​ຮູ້ສຶກ​ເມື່ອຍ​ເພຍ,ເປັນ​ຕົວ​ການທຳຮ້າຍ​ຜິວ​ງາມແລະ​ເປັນ​ບໍ່ເກີດ​ມະ​ເຮັງ​ຜິວ​ໜັງ​ຕາມ​ມາ

2

3.ເນັ້ນ​ທານ​ໂປ​ຕີ ເຊື່ອວ່າ​ເຈົ້າ​ຄົງ​ເຄີຍ​ໄດ້ຍິນ​ຢູ່​ເລື້ອຍໆວ່າ​ກາ​ນຮັບປະທານ​ອາຫານ​ເຊົ້າ​ເພື່ອ​ສຸກຂະພາບ​ນັ້ນ ນອກ​ຈາກ​ຈະ​ສົ່ງ​ຜົນດີີ​ຕໍ່​ຮ່າງກາຍ​ແລະ​ລະບົບ​ການ​ຍ່ອຍ​ແລ້ວຍັງ​ຊ່ວຍ​ໃຫ້​ພະລັງ​ງານອິ່ມ​ທ້ອງແລະ​ຊ່ວຍ​ລຸດ​ການ​ຢາກ​ອາຫານ​ຕະຫລອດ​ມື້?ແຕ່​ະວ່າ​ກາ​ນຮັບ​ປະທານ​ຄາລ໌​ໂບ​ໄຮ​ເດ​ດ​ທີ່​ໃຫ້​ພະລັງ​ງານ​ພຽງ​ຢ່າງ​ດຽວໂດຍ​ບໍ່​ເສີມ​ໂປ​ຕີນແລະ​ໄຂ​ມັນ​ເລັກນ້ອຍ​ທີ່​ເຈົ້າ​ຄວນ​ໄດ້ຮັບມັນ​ອາດ​ເຮັດໃຫ້​ສະຫມອງ​ຍາມ​ເຊົ້າ​ເຈົ້າ​ບໍ່​ປອດ​ໂປ່ງ​ເຕັມ​ທີ່ຕື້​ຕັນແລະ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ​ບໍ່​ຄົງ​ທີ່​ແຖມ​ຍັງ​ເຮັດໃຫ້​ເຈົ້າ​ຫິວ​ເປັນເປັນໄລຍະຢາກ​ຫາ​ຂອງ​ຈຸກ​ຈິກ​ມາ​ຮັບປະທານຕະຫລອດ​ເວລາ(ສາ​ເຫດ​ຫລັກ​ຂອງ​ຄວາມ​ຕຸ້ຍ)ທາງ​ທີ່​ດີ​ໃນ​ມື້​ເຊົ້າ​ເຈົ້າ​ຢ່າ​ເນັ້ນ​ພຽງ​ພະລັງ​ງານ​ທີ່​ຊ່ວຍ​ໃຫ້​ເຈົ້າ​ອິ່ມ​ພຽງ​ຢ່າງ​ດຽວແຕ່​ເສີມ​ໂປ​ຕີນ​ເຂົ້າໄປ​ນຳ​ເປັນ​ດີ​ທີ່ສຸດເຊັ່ນໄຂ່​ຂາວ,ຂະໜົມ​ປັງ​ທັນຍະ​ພືດ​ຕ່າງໆ,ໂຍ​ເ​ກິນຊ່ວຍ​ຖ່າຍ​ທ້ອງແລະ​ຫມາກໄມ້​ຕ່າງໆ

3

4.ດື່ມ​ນ້ຳ​ຫລາຍໆໃນ​ຕອນ​ເຊົ້າ

ຕອນມື້​ເຊົ້າ​ທີ່​ຊ່ວຍ​ເຕີມ​ເຕັມ​ທ້ອງວາງ​ຫລັງ​ຕື່ນ​ນອນ​ແລ້ວກໍ​ຄວນ​ຈະ​ດື່ມ​ນ້ຳ​ຫລາຍໆໃນ​ຕອນ​ເຊົ້າ​ປະ​ມານ 2-3ຈອກ​ເພາະ​ຮ່າງກາຍ​ເຈົ້າ​ຈະ​ມີ​ພາ​ວະ​ຂາດ​ນ້ຳແລະ​ຕ້ອງ​ການ​ນ້ຳ​ຫລັງ​ຈາກ​ທີ່​ເຈົ້າ​ຕື່ນ​ນອນບາງ​ຄົົນທີ່​ບໍ່​ຄ່ອຍ​ມັກ​ດື່ມ​ນ້ຳຫລື​ດື່ມ​ນ້ຳ​ໜ້ອຍ​ຫລາຍ​ຕໍ່​ມື້ກໍ​ຕ້ອງ​ຝືນ​ໃຈ​ດື່ມ​ກັນ​ແນ່ນ້ຳ​ທີ່​ດື່ມ​ຈະ​ເຂົ້າໄປ​ຊ່ວຍ​ລ້າງ​ສິ່ງ​ຕົກ​ຄ້າງ​ຕ່າງໆໃນຮ່າງກາຍ​ເຈົ້າ​ຕັ້ງ​ແຕ່​ເມື່ອ​ຄືນ,ເຈືອ​ຈາງ​ຄວາມ​ເຂັ້ມ​ຂົ້ນ​ຂອງ​ເລືອດ(ໃນ​ຕອນ​ເຊົ້າ​ຄ່າ​ຄວາມ​ເຂັ້ມ​ຂົ້ນ​ຂອງ​ເລືອດ​ຈະ​ສູງ​ຫລາຍເນື່ອງ​ຈາກ​ບໍ່​ໄດ້​ດື່ມ​ນ້ຳ​ມາ​ຕະຫລອດ​ຄືນ)ແລະ​ລຸດ​ອາການ​ຕົວ​ບວມ​ໄດ້​ຢ່າງ​ເຫລືອ​ເຊື່ອ(ລຸດ​ປະລິມານ​ໄຂ​ມັນ​ໃນ​ຮ່າງກາຍ)ສິ່ງ​ຕົກ​ຄ້າງ​ຕ່າງໆຈະ​ໄຫລ​ອອກ​ທາງ​ຍ່ຽວເຮັດໃຫ້​ເຈົ້າ​ຮູ້ສຶກ​ໂລ່ງ​ທ້ອງແລະ​ຕົວ​ເບົາ​ຫລາຍ​ຂຶ້ນ?

ຝຶກດື່ມ​ນ້ຳ​ໃນ​ຕອນ​ເຊົ້າ​ໃຫ້ເປັນ​ກິດຈະ​ວັດ​ລະ​ຢ່າງ​ນ້ອຍ2-3ຈອກບໍ່​ພຽງ​ຈະ​ຊ່ວຍ​ໃຫ້​ຫຸ່ນ​ເຈົ້າ​ພຽວ​ງາມຜິວ​ພັນ​ຊຸ່ມ​ຊື້ນ​ເປັ່ງ​ປັ່ງ​ຂຶ້ນແຕ່​ຍັງ​ສົ່ງ​ຜົນ​ໃຫ້​ລະບົບ​ພາຍ​ໃນ​ຂອງ​ເຈົ້າ​ສະ​ອາດລະບົບ​ເລືອດ​ໄຫລ​ວຽນ​ດີ​ຂຶ້ນແລະ​ລະບົບ​ຕ່າງໆເຮັດວຽກ​ປະ​ສານ​ກັນ​ດີ​ຂຶ້ນຫາກ​ເຈົ້າ​ບໍ່​ຢາກ​ດື່ມ​ນ້ຳ​ດື່ມກໍ​ລອງ​ເຕີມໝາກນາວ​ເລັກນ້ອຍ​ປະສົມ​ລົງ​ນ້ຳ​​ແທນກໍ​ໄດ້​ລົດ​ຊາດ​ຄູນ​ໄປ​ອີກ​ແບບ​ລົດ​ຊາດ​ຫມາກໄມ້​ປາດສະຈາກ​ນ້ຳ​ຕານແລະ​ແຄ​ລໍ​ລີ່

4

  1. ເອີ້ນ​ເຫື່ອ​ເລັກນ້ອຍ​ຕອນ​ເຊົ້ ລອງ​ຕື່ນ​ເຊົ້າ​ກວ່າ​ທີ່​ເຈົ້າ​ເຄີຍ​ຕື່ນ​ປະ​ມານ1-2ຊົວໂມງເພື່ອ​ມາ​ອອກ​ກຳ​ລັງ​ກາຍ​ກະ​ຊັບ​ສັດ​ສ່ວນບໍ່​ວ່າ​ຈະເປັນການແລ່ນ​ຈັກ1-2ຮອບ,​ໂດດ​ເຊືອກ30ເທື່ອ,ຫລິ້ນ​ຮູ​ລ່າ​ຮູບຫລື​ຫລິ້ນ​ໂຍ​ຄະ​ຈາກ​ວິ​ດີ​ໂອ​ທີ່​ເຮືອນແລ້ວ​ເຈົ້າ​ຈະ​ເຫັນ​ຜົນ​ລັບ​ທີ່​ໜ້າ​ຕົກ​ໃຈຢ່າງ​ສັດ​ສ່ວນ​ທີ່​ເບິ່ງ​ກະ​ຊັບ​ແຂງ​ແຮງ​ຂຶ້ນຫລື​ແອວ​ຂອງ​ເຈົ້າ​ຈະ​ຄ່ອຍ​ໆ ຄອດ​ລົງ​ຢ່າງ​ເຫັນ​ໄດ້​ແຈ້ງ

5

 

 

ບົດຄວາມຫຼ້າສຸດ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ...