spot_img
Homeຂ່າວພາຍ​ໃນດ່ວນ!!! ເຈົ້າຂອງແຟນເຟຈ ຢ່າຕົກໃຈ! Facebook ໄດ້ປັບຫຼຸດຍອດ Like ລົງຈາກບັນຊີທີ່ບໍ່ໃຊ້ງານແລ້ວ

ດ່ວນ!!! ເຈົ້າຂອງແຟນເຟຈ ຢ່າຕົກໃຈ! Facebook ໄດ້ປັບຫຼຸດຍອດ Like ລົງຈາກບັນຊີທີ່ບໍ່ໃຊ້ງານແລ້ວ

Published on

ເຈົ້າຂອງແຟນເຟຈ ຢ່າຕົກໃຈ! Facebook ໄດ້ປັບຫຼຸດຍອດ Like ລົງຈາກບັນຊີທີ່ບໍ່ໃຊ້ງານແລ້ວ

index

ຊ່ວງນີ້ໃຜທີ່ເປັນເຈົ້າຂອງແຟນເຟຈຕ່າງໆ ສັງເກດໄດ້ວ່າ ເຟຈທີ່ຕົນເອງເປັນແອດມິນຢູ່ນັ້ນ ມີຍອດໄລຄ໌ທີ່ໜ້ອຍລົງກວ່າແຕ່ກ່ອນ ບໍ່ຕ້ອງຕົກໃຈເດີ ເພາະວ່າທາງ Facebook ປະກາດປັບຍອດການກົດໄລຄ໌ຂອງຟຈຕ່າງໆ ລົງໂດຍ ຈະລົບໂຕເລກຍອດໄລທ໌ຂອງບັນຊີທີ່ເຊົາໃຊ້ງານແລ້ວອອກໄປ

5761_1503061128112z

ມີຂ່າວປະກາດອອກມາຫຼ້າສຸດ ຈາກທາງ Facebook ວ່າ Facebook ກໍາລັງຢູ່ໃນລະຫວ່າງການດໍາເນີນການລົບບັນຊີປອມຫຼືບັນຊີບໍ່ໃຊ້ງານແລ້ວອອກໄປຈາກລະບົບ ເຮັດໃຫ້ຈໍານວນຍອດໄລຄ໌ໃນ Fan page ຕ່າງໆ ຫຼຸດລົງໄປດ້ວຍ ເພື່ອທີ່ຈະໄດ້ຍອດໄລຄ໌ທີ່ເປັນຈໍານວນໄລຄ໌ຈາກຜູ້ທີ່ໃຊ້ງານແທ້ໆ ຢູ່ໃນປັດຈຸບັນ ແລະ ຫາກເຈົ້າຂອງ Facebook ທີ່ຖືກລົບອອກໄປກັບມາໃຊ້ງານອີກຄັ້ງ ຍອກໄລຄ໌ນັ້ນກໍ່ຈະຖືກກັບມາດເພີ່ມຂຶ້ນຄືເກົ່າ ເດີ!

ຊຶ່ງກ່ອນໜ້ານີ້ທາງ Instagram ກໍ່ເຄີຍມີເຫດການແບບນີ້ຄືກັນ ຈົນເຮັດໃຫ້ເປັນຂ່າວໂດ່ງດັງ ວ່າດາລາດັງໆ ຫຼາຍຄົນທີ່ຖືກລົບຈໍານວນຜູ້ຕິດຕາມຈາກບັນຊີທີ່ບໍ່ໄດ້ໃຊ້ງານອອກໄປ ແບບທີ່ວ່າຈໍານວນຜູ້ຕິດຕາມຫາຍໄປເປັນພັນໆ ຄົນເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...