Homeອຸບັດເຫດແລະປາກົດການຫຍໍ້ທໍ້ລົດ​ບັນທຸກ​ຕົກ​ເຫວ ເສຍ​ຊີວິດ 2 ຄົນ ຢູ່​ແຂວງ​ໄຊ​ສົມບູນ

ລົດ​ບັນທຸກ​ຕົກ​ເຫວ ເສຍ​ຊີວິດ 2 ຄົນ ຢູ່​ແຂວງ​ໄຊ​ສົມບູນ

Published on

Accidenn

​ເຈົ້າ​ໜ້າ​ທີ່​ຈະ​ລາ​ຈອນ ​ແຂວງ​ໄຊ​ສົມບູນ ​ໃຫ້​ຮູ້​ວ່າ: ​ໃນ​​ເວລາ​ປະມານ 21:00 ​ໂມງ ຂອງ​ວັນ​ທີ 2 ມີນາ​ຜ່ານ​ມາ, ຢູ່​ເຂດ​ຜາ​ອໍ​ລໍ, ບ້ານນ້ຳ​ໂມ້ ​ເມືອ​ງອານຸວົງ ​ແຂວງ​ໄຊ​ສົມບູນ ​ໄດ້​ເກີດ​ເຫດ​ລົດ​ບັນທຸກ 10 ລໍ້ ​ເປັນ​ລົດ​ຂອງ​ບໍລິສັດ ລາວ​ຈະ​ເລີ​ນຊັບ, ​ໄດ້​ແລ່ນ​ອອກ​ມາ​ແຕ່​ເມືອງ​ອານຸວົງ ມຸ້ງ​ໜ້າ​​ໄປ​ທາງ​ຜາລະ​ແວກ ​ເມືອງ​ຮົ່ມ ​ແຂວງ​ໄຊ​ສົມບູນ ​ເມື່ອ​ມາ​ຮອດ​ຈຸ​ດ​ເກີດ​ເຫດ​​ ​ຊຶ່ງເປັນ​ທາງ​ຄ້ອຍ​ຊັນ ​ແລະ ​​ໂຄ້ງ,​​ ຈຶ່ງ​​ເຮັ​ດ​ໃຫ້ລົດເຈີດ​ລົງ​ເຫວ​ຂ້າງ​ທາງ​ເລິກ​ປະມານ 500 ກວ່າ​ແມັດ, ​ເຮັດ​ໃຫ້​ມີ​ຜູ້​ທີ່​ຂີ່ນຳ​ກັນ 9 ຄົນ ​​ໄດ້​ຮັບບາດ​ເຈັບ​ສາຫັດ 2 ຄົນ ​ແລະ ​ເສຍ​ຊີວິດ 2 ຄົນ, ​ໃນ​ເບື້ອງ​ຕົ້ນ​ຄົນ​ຂັບ​ລົດ​ຄັນ​ດັ່ງກ່າວ​ໄດ້​ໃຫ້ການ​ຕໍ່ເຈົ້າ​ໜ້າ​ທີ່ວ່າ: ລົດ​ຄັນ​ດັ່ງກ່າວ​ ​​ໄດ້ເກີດ​​ເບ​ກ​ແຕກກະທັນຫັນ ແລະ ບໍ່ສາມາດຄວບຄຸມລົດໄວ້ ໄດ້ ຈຶ່ງກໍໃຫ້ເກີດອຸປະເຫດຮ້າຍແຮງດັ່ງກ່າວ.

ເຈົ້າ​ໜ້າ​ທີ່​ຈະລາຈອນ ​ເມືອງ​ໄຊ​ເສດ​ຖາ ​ໃຫ້​ຮູ້​ວ່າ: ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 2 ມີນາ​ຜ່ານ​ມາ, ຢູ່​​ເສັ້ນທາງ 450 ປີ​ເຂດ​ບ້ານນາ​ຄວາຍ ​ເມືອງ​​ໄຊ​ເສດ​ຖາ ນະຄອນຫລວງ​ວຽງ​ຈັນ ​ໄດ້​ເກີດ​ອຸປະຕິເຫດລົດຈັກ​ ຍີ່​ຫໍ້​ເທ​ນ້າ ບໍ່​ມີ​ທະບຽນ, ຂັບ​ຂີ່​ໂດຍ​

ທ້າວ ບຸນ​ເຫລືອ ອາຍຸ 18 ປີ, ​ອາຊີບ​ກຳມະກອນ, ພັກ​ເຊົາ​ຢູ່​ບ້ານ​ດັ່ງກ່າວຜູ້ກ່ຽວ​ໄດ້​ຂັບ​ຂີ່​ລົດ​ມາ​ແຕ່​ທາງ 4 ​ແຍກ 450 ປີ ມຸ້ງ​ໜ້າ​ໄປ​ນາ​ຄວາຍດ້ວຍ​ຄວາມ​ໄວ​ເສຍ​ຫລັກ​ໄປ​ຕຳ​ເອົາ​ຄູ​ກາງ​ທາງເຮັດ​ໃຫ້​ຫົວນ໋ອກພື້ນ​ເສຍ​ຊີວິດ​ຄາ​ທີ່.

ເຈົ້າ​ໜ້າ​ທີ່​ຈະລາຈອນ​​ໃຫ້​ຮູ້​​ອີກ​ວ່າ: ​​ໃນ​ອາທິດ​ຜ່ານ​ມາ​, ​​​ທົ່ວ​ປະ​ເທດໄດ້​ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ 119 ກໍລະນີ, ມີ​ຜູ້​ເສຍ​ຊີ​ວິດ 29 ຄົນ, ລວມມູນ​ຄ່າ​ເສຍ​ຫາຍ​ຫລາຍ​ກວ່າ 2 ຕື້​ກີ​ບ, ​ເມື່ອທຽບ​ໃສ່​ອາທິດ​ກ່ອນ ​ເຫັນ​ວ່າ​ຈຳນວນ​ອຸປະຕິ​ເຫ​ດ​ແມ່​ນ​ເພີ່ມ​ຂຶ້ນ 10 ກໍລະນີ ແລະ ມີຜູ້​ເສຍ​ຊີວິດ ​ເພີ່ມ​ຂຶ້ນ 11 ຄົນ, ຊຶ່ງເປັນອຸທາຫອນເຕືອນໃຫ້ທຸກ​ຄົນ​ຄວນ​ເປັນ​ເຈົ້າ​ການ​ປະຕິບັດລະບຽບຈະລາຈອນໃຫ້ເຂັ້ມງວດ, ​ ບໍ່​ຄວນ​ປະໝາດໃນ​ການ​ຂັບ​ຂີ່​ຍານພາຫະນະ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...