spot_img
Homeຂ່າວຕ່າງປະເທດອົດ​ສະ​ຕາ​ລີ ຕັ​ດ​ສິນ​ໃຈ​ສົ່ງ​ທະ​ຫານ​ເພີ່ມ 300 ຄົນ ໄປ​ຊ່​ວຍ​ຝຶກ​ທະ​ຫານ​ອີ​ຣັກ

ອົດ​ສະ​ຕາ​ລີ ຕັ​ດ​ສິນ​ໃຈ​ສົ່ງ​ທະ​ຫານ​ເພີ່ມ 300 ຄົນ ໄປ​ຊ່​ວຍ​ຝຶກ​ທະ​ຫານ​ອີ​ຣັກ

Published on

602664-01

ທາງ​ການ​ອົດ​ສະ​ຕາ​ລີ ປະ​ກາດ​ກຽມ​ສົ່ງ​ທະ​ຫານ​ເພີ່ມ​ອີກ 300 ຄົນ ຮ່ວມ​ພາ​ລະ​ກິດ​ກັບ​ນິວ​ຊີ​ແລນ ຊ່ວຍ​ຝຶກກອງ​ກຳ​ລັງ​ທະ​ຫານ​ອີ​ຣັກ​ສູ້​ກັບກຸ່ມ​ລັດ​ອິດ​ສະ​ລາມ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 3 ມີ​ນາ​ຜ່ານ​ມາ​ນີ້​ວ່າ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂທ​ນີ ແອັບ​ບັອດ ຂອງ​ອົດ​ສະ​ຕາ​ລີ ໄດ້​ຖະ​ແຫລງ​ຂ່າວ​ຕໍ່​ສື່ມວນ​ຊົນ ໃນ​ນະ​ຄອນ​ຫລວງ​ແຄນ​ເບີ​ຣາວ່າ ທາງ​ການ​ອົດ​ສະ​ຕາ​ລີ ຈະ​ສົ່ງ​ທະ​ຫານ​ອີກ 300 ຄົນ ໄປ​ປະ​ເທດ​ອີ​ຣັກ ເພື່ອ​ຮ່ວມ​ປະ​ຕິ​ບັດ​ພາ​ລະ​ກິດກັບ​ກອງ​ທັບ​ນິວ​ຊີ​ແລນ ໃນ​ການ​ຊ່ວຍ​ຝຶກ​ຝົນ​ກອງ​ກຳ​ລັງ​ທ້ອງ​ຖິ່ນ ສູ້​ຮົບ​ກັບ​ກຸ່ມ​ຕິດ​ອາ​ວຸດ​ລັດ​ອິດ​ສະ​ລາມ ຫລື IS ໂດຍ​ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ ໄດ້​ຮັບ​ການ​ຮ້ອງ​ຂໍ​ຢ່າງ​ເປັນ​ທາງ​ການ​ຈາກ​ລັດ​ຖະ​ບານ​ອີ​ຣັກ ແລະ ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

ທັງ​ນີ້ ອົດ​ສະ​ຕາ​ລີ ມີ​ກອງ​ກຳ​ລັງ​ພິ​ເສດ​ປະ​ຈຳ​ການ​ຢູ່​ໃນ​ອີ​ຣັກ​ແລ້ວ 170 ຄົນ ເພື່ອ​ຊ່ວຍ​ຝຶກ​ຝົນ​ກອງ​ກຳ​ລັງ​ຂອງ​ລັດ​ຖະ​ບານ​ອີ​ຣັກ ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂທ​ນີ ແອັບ​ບັອດ​ກ່າວ​ວ່າ ການ​ເພີ່ມ​ທະ​ຫານ​ປະ​ຈຳ​ການ​ຄັ້ງ​ນີ້ ກໍ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ອົດ​ສະ​ຕາ​ລີ.

 

 

ບົດຄວາມຫຼ້າສຸດ

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...