spot_img
Homeຂ່າວຕ່າງປະເທດຈີນ! ຍັງຄອງແຊ່ມຄ້າສັດປ່າຜ່ານເວັບໄຊທ໌

ຈີນ! ຍັງຄອງແຊ່ມຄ້າສັດປ່າຜ່ານເວັບໄຊທ໌

Published on

ຈີນ! ຍັງຄອງແຊ່ມຄ້າສັດປ່າຜ່ານເວັບໄຊທ໌

ງາຊ້າງ

ເຄື່ອຂ່າຍເຝົ້າຕິດຕາມສະຖານະກາຍລັບລອບຄ້າສັດປ່າ TRAFFIC ຂອງອັງກິດເປີດເຜີຍລາຍງານລະບຸການລັກລອບຄ້າງາຊ້າງໃນປະເທດຈິນຍັງເກີດຂຶ້ນຢ່າງກວ່າງຂວາງ ໂດຍສະເພາະຢ່າງຍິ່ງການຄ້າຜ່ານເວັບໄຊທ໌ ຜ່ານອິນເຕີເນັດ ສາມາດພົບເຫັນໂຄສະນາຫຼາຍພັນອັນ ທາງເວັບໄຊທ໌ຫຼາຍກວ່າ 15 ເວັບໄຊທ໌ຕະຫຼອດຊ່ວງວລາ 2ປີຜ່ານມາ

ກຸ່ມອະນຸລັກສັດປ່າ ຊີ້ປະເທດຈິນຍັງເປັນແຫຼ່ງລັກລອບຄ້າງາຊ້າງຜິດກົດໝາຍ ລາຍໃຫຍ່ທີ່ສຸດຂອງໂລກ ເຮັດໃຫ້ເກີດຄວາມຕ້ອງການ ຕ້ອງເຂັນຂ້າຊ້າງເພື່ອເອົາ ງາ ໃນທະວີບແອຟຣິກາປີລະຫຼາຍສິບພັນໂຕ ນອກຈາກນັ້ນ ຍັງມີການລັກລອບຄ້າສັດປ່າ ແລະ ອະໄວຍະວະສັດປ່າອີກຫຼວງຫຼາຍນັບຕັ້ງແຕ່ ນໍແຮດ ເສືອດາວ ກະດູກເສືອໂຄ່ງ ເຕົ່າ ແລະ ໂຕລີ່ນ ຈໍານວນຫຼາຍ ຂະນະທີ່ຜູ້ລັກລອບຄ້າສັດປ່າ ຫຼີກລ່ຽງການຖືກກວດຈັບທາງເວັບໄຊທ໌ ດ້ວຍການໃຊ້ຄໍາ ຄວາມໝາຍເປັນລະຫັດຜ່ານ ກະດູກວັດຖຸດິບຈາກແອຟຣິກາ ວັດຖຸດິບສີເຫຼືອງ ພາລາສະຕິກສີຂາວແທນຄໍາວ່າຊ້າງ ຊຶ່ງເຄືອຂ່າຍເຝ້າຕິດຕາມສະຖານະການລັກລອບຄ້າສັດປ່າລວມລະຫັດລັບຮອດ 64​ຄໍາ.

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...