spot_img
Homeນານາສາລະການດື່ມກາເຟ ທີ່ດີ! ຕ້ອງມີວິທີ

ການດື່ມກາເຟ ທີ່ດີ! ຕ້ອງມີວິທີ

Published on

ການດື່ມກາເຟທີ່ດີ! ຕ້ອງມີວິທີ

 ກາແຟ

1 ບໍ່ດື່ມກາເຟຕອນທ້ອງວ່າງ: ເພາະກາເຟອິນ ຈະເລັ່ງການປ່ອຍກົດເປປຊິນ ແລະ ແກສຕຣິນ ອາດຈະເຮັດໃຫ້ແຜໃນກະເພາະອາຫານ ແລະ ລໍາໃສ້ ຮຸນແຮງຂຶ້ນ

2 ຫຼີກລ່ຽງ ການດື່ມກາເຟຊ່ວງບ່າຍ ແລະ ຄໍ່າ: ເພາະກາເຟອິນອາດເຮັດໃຫ້ນອນບໍ່ຫຼັບໄດ້

3 ສັງເກດໂຕເອງ: ແຕ່ລະຄົນຈະມີຄວາມໄວໃນການຕອບສະໜອງ ກາເຟອິນບໍ່ເທົ້າກັນ ລອງເບິ່ງວ່າເວລາ ທີ່ດື່ມກາເຟແລ້ວມີອາການແບບໃດແດ່ ເພື່ອຫາປະລິມານທີ່ເໝາະສົມກັບຕົນເອງ

4 ບໍ່ຄວນດື່ມກາເຟເພື່ອບັງຄັບໂຕເອງໃນການເຮັດວຽກ: ບາງຄົນດື່ມກາເຟເພື່ອໃຫ້ຕາສະຫວ່າງ ເຮັດວຽກໄດ້ຕໍ່ເນື່ອງ ອົດຫຼັບອົດນອນ ເຖີງແມ່ນວ່າຈະຊ່ວຍໃຫ້ຕື່ນໂຕໄດ້ ແຕ່ສໍາລັບສະໝອງແມ່ນຈະເມື່ອຍລ້າເກີນໄປ ສົ່ງຜົນໃຫ້ປະສິດທິພາບໃນການຕອບສະໜອງຊ້າລົງ

5 ຄວນກິນແຄລຊ່ຽມເສີມ: ເຊັ່ນ ນົມ ປາ ຜັກ ເປັນຕົ້ນ ເພື່ອທົດແທນແຄລຊ່ຽມທີ່ເສຍໄປກັບປັດສະວະ ຫຼຸດຄວາມສ່ຽງການເກີດໂລກກະດູກຜ່ອຍ

6 ຢ່າລືມຜັກ ໝາກໄມ້ເພາະຂະບວນການຂົ້ວກາເຟ ເຮັດໃຫ້ເກີດສານອະນຸມູນອິສະລະໄດ້ ການກິນຜັກທີ່ມີເບຕ້າແຄໂຣທິນ ວິຕາມິນຊີ່ວິຕາມິນອີ ເຊັ່ນ ແຄຣອດ ໝາກກ້ຽງ ສີດາ ປະເພດຜັກໃບຂຽວ ໝາກເລັ່ນ ຈະຊ່ວຍໃຫ້ຕ້ານສານອະນຸມຸນອິສະລະໄດ້

ພຽງແຕ່ຮູ້ຈັກຄວບຄຸມ ປະລິມານການດື່ມໃຫ້ເໝາະສົມ ຄືບໍ່ເກີນ 300 ມິນລີກຣາມ ຕໍ່ມື້ ຫຼືບໍ່ເກີນມື້ລະ 3​ຈອກນັ້ນເອງ ເພື່ອຫຼຸດຄວາມສ່ຽງທີອາດຈະເຮັດໃຫ້ມີຜົນກະທົບຕໍ່ກັບຮ່າງກາຍໄດ້.

ກາເຟ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...