spot_img
Homeຄວາມງາມວິທີ​ຊ່ວຍ​ໃຫ້​ໜ້າອອ່ນໂຍນໂດຍ​ບໍ່​ໃຊ້​ຄີມ

ວິທີ​ຊ່ວຍ​ໃຫ້​ໜ້າອອ່ນໂຍນໂດຍ​ບໍ່​ໃຊ້​ຄີມ

Published on

  1

   ວິທີ​ຊ່ວຍ​ໃຫ້​ໜ້າ​ອອ່ນໂຍນ​ໂດຍ​ບໍ່​ໃຊ້​ຄີມພຽງ​ແຕ່​ເຮັດ​ຕາມ8ເຄັດ​ລັບ​ຕໍ່ໄປ​ນີ້ຮັບຮອງ​ວ່າ​ໃບ​ໜ້າ​ຂອງ​ສາວໆຈະ​ຄົງ​ຄວາມ​ອ່ອນ​ເຍົາ​ໄດ້​ໂດຍ​ບໍ່​ຕ້ອງ​ພຶ່ງ​ຄີມ​ລາ​ຄາ​ແພງໆເລີຍ​

  1. ພັກ​ຜ່ອນ​ໃຫ້​ພຽງ​ພໍ ການ​ພັກ​ຜ່ອນ​ທີ່​ວ່າ​ນີ້​ກໍ​ຄື​ການ​ນອນ​ຫລັບ​ນັ້ນ​ເອງ​ຊຶ່ງ​ວິທີ​ນີ້​ຖື​ເປັນ​ວິທີ​ບຳ​ລຸງ​ຜິວ​ທີ່​ດີ​ທີ່ສຸດເພາະ​ເມື່ອ​ຍາມ​ຫລັບ​ຮ່າງກາຍ​ຈະ​ຟື້ນ​ຟູ​ຕົວ​ເອງເຮັດໃຫ້​ຜິວ​ໜັງ​ບໍ່​ຫ່ຽວ​ຊຶ່ງ​ໃນ​ແຕ່​ລະ​ມື້​ສາວໆຄວນ​ນອນ​ຫລັບ​ໃຫ້​ໄດ້6-8ຊົ່ວ​ໂມງ​ເປັນ​ຢ່າງ​ຕ່ຳເທົ່າ​ນີ້​ຮ່າງກາຍ​ກໍ​ຈະ​ໄດ້​ພັກ​ຜ່ອນ​ຢ່າງ​ເຕັມ​ທີ່​ແລ້ວ
  2. ນອນ​ໃຫ້​ຖືກ​ທ່າ ການ​ນອນ​ຫງາຍຖື​ເປັນ​ທ່ານ​ອນ​ທີ່​ຖືກ​ຕ້ອງ​ແລະ​ຊ່ວຍ​ບໍ່​ໃຫ້​ສາວໆແກ່​ໄວ​ໄດ້​ດີ​ທີ່ສຸດ ເພາະ​ການ​ນອນ​ຫງາຍ​ຈະ​ບໍ່​ເຮັດໃຫ້​ໃບ​ໜ້າ​ກົດ​ທັບ​ກັບ​ໝອນ​ຕະຫລອດ​ທັງ​ຄືນຈຶ່ງ​ບໍ່​ຕ້ອງ​ຢ້ານ​ວ່າ​ຈະ​ເກີດ​ຮອຍ​ຫ່ຽວ​ເທິງ​ໃບ​ໜ້າ​ຕາມ​ມາຫາກ​ສາວໆຄົນ​ໃດ​ທີ່​ມັກ​ນອນ​ຕະ​ແຄງ​ຫລື​ມັກ​ນອນ​ຄວ່ຳ​ໜ້າ​ເລື້ອຍໆໃຫ້​ປ່ຽນ​ວິທີ​ການ​ນອນ​ເສຍ​ໃໝ່​ຕັ້ງ​ແຕ່​ມື້​ນີ້​ເລີຍ​
  3. ເຊັດ​ໜ້າ​ດ້ວຍ​ຄວາມ​ທະ​ນຸຖະໜອມ ໃບ​ໜ້າ​ເປັນ​ສິ່ງ​ທີ່​ອ່ອນ​ໂອນດັ່ງ​ນັ້ນ​ເວລາ​ທີ່​ສາວໆຈະ​ເຮັດ​ຄວາມ​ສະ​ອາດ​ໜ້າ​ຫລື​ເຊັດ​ໜ້າ​ກໍ​ຄວນ​ທີ່​ຈະ​ໃຊ້​ມື​ຫລື​ສຳ​ລີ​ຖູ​ເບົາໆຢ່າ​ຂັດ​ຖູ​ແຮງ​ຈົນ​ເກີນ​ໄປເພາະ​ຈະ​ເປັນ​ການ​ທຳລາຍ​ເຊວ​ຜິວຊຶ່ງ​ຈະ​ກໍ່​ໃຫ້​ເກີດ​ຮອຍ​ຕາມ​ມາ​ໄດ້​ງ່າຍ
  4. ຢ່າ​ເປີດ​ແອ​ເຢັນ​ຫລາຍຈົນເກີນໄປ ການ​ເປີດ​ແອ​ເຢັນ​ຈົນເກີນໄປ​ຫລື​ຢູ່ໃນ​ຫ້ອງ​ແອດົນ​ໆຈະ​ເຮັດໃຫ້​ຜິວ​ໜັງ​ເສຍ​ຄວາມ​ຊຸ່ມ​ຊື້ນແລະ​ດົນ​ໆໄປ​ຜິວ​ໜັງ​ຈະ​ແຫ້ງ​ກ້ານ​ແລະ​ກາຍ​ເປັນ​ຣີ້ວ​ຮອຍດັ່ງ​ນັ້ນ​ທາງ​ທີ່​ດີ​ສາວໆຈຶ່ງ​ບໍ່​ຄວນ​ເປີດ​ແອ​ເຢັນ​ຈົນ​ເກີນ​ໄປຫລື​ຖ້າ​ຫາກ​ລ້ຽງ​ຢູ່ໃນ​ຫ້ອງ​ແອດົນ​ໆໄດ້​ກໍ​ຄວນ​ລ້ຽງ
  5. 5. ຮັບປະທານ​ກະລົດ​ເປັນ​ປະຈຳ ກະລົດ​ມີ​ສ່ວນ​ປະກອບ​ຂອງ​ແຄ​ໂລ​ທີ​ນອຍຊຶ່ງ​ຈະ​ຊ່ວຍ​ປົກ​ປ້ອງ​ຜິວ​ໜັງ​ຈາກ​ການ​ຖືກ​ທຳລາຍແລະ​ປ້ອງ​ກັນ​ຣິ້ວ​ຮອຍ​ຫ່ຽວ​​ຕ່າງໆໄດ້ດັ່ງ​ນັ້ນ​ຈຶ່ງ​ຄວນ​ຮັບປະທານ​ກະລົດ​ເລື້ອຍໆເພື່ອ​ທີ່​ຜິວ​ພັນ​ຂອງ​ເຮົາ​ຈະ​ໄດ້​ງາມ​ເປັ່ງ​ປັ່ງ​ຫລາຍ​ຂຶ້ນ
  6. ບໍ່​ຄວນ​ໃຊ້​ຫລອດ​ດູດນ້ຳ ໃຜ​ທີ່​ມັກ​ດື່ມ​ນ້ຳ​ໂດຍ​ໃຊ້​ຫລອດ​ດູດ​ເລື້ອຍໆລະ​ວັງ​ຜິວ​ໜັງ​ບໍລິເວນ​ຮິມສົບຈະ​ຫ່ຽວ​​ແຫ້ງເອົາ​ໄດ້​

7. ອອກ​ກຳ​ລັງ​ກາ​ຍສະ​ມ່ຳ​ສະເໝີ ການ​ອອກ​ກຳ​ລັງ​ກາຍ​ຢ່າ​ງສະ​ມ່ຳ​ສະເໝີຢ່າງ​ນ້ອຍ​ອາທິດ​ລະ3-4ມື້ ຈະ​ຊ່ວຍ​ໃຫ້​ຜິວ​ພັນ​ສົດ​ໃສເປ່ງ​ປັ່ງແລະ​ມີ​ນ້ຳ​ມີ​ນວນ​ຫລາຍ​ຂຶ້ນ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...