Homeຄວາມງາມທາລິບສະ​ຕິກ​ທົນ​ດົນ​ເປັນມື້

ທາລິບສະ​ຕິກ​ທົນ​ດົນ​ເປັນມື້

Published on

12707
ເວລາທາ​ລິ​ປສະ​ຕິກ​ສີ​ສົດໆແບບ​ງາມ​ແຕ່​ພໍ​ອອກ​ໄປ​ກິນ​ກາ​ແຟ​ຂ້າງ​ນອກ​ກໍ​ກາຍ​ເປັນ​ວ່າ​ສີ​ລິ​ບສະ​ຕິກ​ເທິງ​ປາກ​ເປື້ອນໄປ​ຕິດ​ຂອບ​ແກ້ວ​​ໝົດເຮັດໃຫ້​ຕ້ອງ​ຄອຍຖ້າ​ຈັບ​ລິ​ປສະ​ຕິກ​ອອກ​ມາ​ເຕີມ​ທຸກ​ທີ​ໄປ ຊຶ່ງ​ບາງ​ທີ​ສາວໆກໍ​ບໍ່​ຢາກ​ຈະ​ພົກພາລິບສະ​ຕິກ​ໃສ່​ກະ​ເປົ໋າ​ມາ​ໃຫ້​ເກະ​ກະ​ແຕ່​ຕໍ່ໄປ​ນີ້​ບໍ່​ຕ້ອງ​ກັງ​ວົນ​ວ່າ​ລິບ​ຈະ​ຫລຸດ​ລອກ​ລະຫວ່າງ​ມື້​ແລ້ວແລະ​ບໍ່ແມ່ນ​ຈະ​ແນະ​ນຳ​ໃຫ້​ໄປ​ຊື້​ລິ​ປສະ​ຕິກ​ທີ່​ມີ​ຄຸນສົມບັດ​ຕິດ​ທົນ​ດົນ ເພາະ​​ເຈົ້າ​ທາ​ປາກ​ດ້ວຍ 8 ສະ​ເຕັບ​ນີ້ຮັບຮອງ​ປາກ​ສີ​ແຈ່ມ​ໝົດມື້

1.ເລີ່ມ​ລະບາຍ​ຣິມ​ສົບ​ໃຫ້​ທົ່ວ​ດ້ວຍ​ລິ​ບມັນ(ບໍ່ແມ່ນ​ເນື້ອ​ກອດ)ລໍ​​​ໃຫ້​ແຫ້ງແລ້ວ​ທາ​ທັບ​ອີກ​ເທື່ອ
2.ໃຊ້​ລິບ​ໄລ​ເນີ​ສີ​ທີ່​ແມດກັບ​ລິບ​ມາແຕ້ມ​ຂອບ​ປາກແຕ່​ຖ້າ​ບໍ່​ມີ​ລິບ​ໄລ​ເນີ​ກໍ​ໃຊ້​ແປງ​ທາປາກ​ປາດ​ລິ​ປ ສະ​ຕິກ​ມາ​ແຕ້ມ​ຂອບ​ປາກ​ກໍ​ໄດ້
3. ນຳ​ລິບ​ໄລ​ເນີ​ມາແຕ້ມ​ໃຫ້​ທົ່ວ​ລິມ​ຝີ​ປາກ
4 ຈັບເຈ້ຍ​ອານາໄມ​​ມາ​ພັບ​ເຄຶ່ງແລ້ວ​ກົດ​ຊັບ​ລົງ​ໄປ​ເທິງ​ຮີມສົບ
5 ປັດ​ແປ້ງ​ຝຸ່ນ​ທັບ​ລົງ​ໄປ​ເທິງ​ຮີມສົບປັດ​ລົງ​ໄປ​ກົງໆກັບ​ຮິມສົບ​​

6ແຕ້ມລິບ​ໄລ​ເນີ​ແລະ​ລິ​ປສະ​ຕິກ​ອີກ​ເທື່ອ
7.ຊັບ​ດ້ວຍ​ເຈ້ຍອານາໄມ​ອີກ​ເທື່ອ
8 ອອກຈາກ​ເຮືອນ​ພ້ອມ​ປາກ​ສີ​ແຈ່ມ​ທີ່​ຈະ​ບໍ່​ຫລຸດ​ລອກ​ອອກ​ໄປ​ລະຫວ່າງ​ມື້​ແນ່ນອນ
ແຕ່​ລະ​ຂັ້ນ​ຕອນ​ອາດຈະ​ໃຊ້​ເວລາແນ່ແຕ່​ສາວໆຕ້ອງ​ໃຈ​ເຢັນ​ແລະ​ຄ່ອຍ​ໆເຮັດ​ໄປ​ທີ່​ລະ​ສະ​ເຕັບ​ຮັບຮອງ​ວ່າ​ຜົນ​ລັບ​ຈະ​ເຮັດໃຫ້​ເຈົ້າ​ພໍ​ໃຈ​ສຸດໆເພາະ​ປາກ​ຈະ​ງາມ​ແຈ່ມ​ໄປ​ທັງ​ມື້​ໂດຍ​ບໍ່​ຕ້ອງ​ເຕີມ​ເລີຍ​ແຫລະ

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...