spot_img
Homeຂ່າວຕ່າງປະເທດອົດ​ສະ​ຕາ​ລີ ກຽມ​ຢຸດ​ຄົ້ນ​ຫາ MH370 ຫລັງ​ຜ່ານ​ໄປ​ເກືອບ 1 ປີ ຍັງ​ໄຮ້​ຮ່ອງ​ຮອຍ!

ອົດ​ສະ​ຕາ​ລີ ກຽມ​ຢຸດ​ຄົ້ນ​ຫາ MH370 ຫລັງ​ຜ່ານ​ໄປ​ເກືອບ 1 ປີ ຍັງ​ໄຮ້​ຮ່ອງ​ຮອຍ!

Published on

602482-01

ອົດ​ສະ​ຕາ​ລີ​ລະ​ບຸ ເຖິງ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ຢຸດ​ການ​ຄົ້ນ​ຫາ ຖ້ຽວ​ບິນ MH370 ທີ່​ສູນ​ຫາຍ​ໄຮ້​ຮ່ອງ​ຮອຍ ຫລັງ​ຄົ້ນ​ຫາ​ຜ່ານ​ໄປ​ເກືອບ​ຈະ​ຄົບ 1 ປີ​ແລ້ວ.

ສຳ​ນັກ​ຂ່າວ​ຂ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 3 ມີ​ນາ​ນີ້​ວ່າ ທ່ານ ວໍ​ເຣັນ ທ​ຣັ​ສ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຄົມ​ມະ​ນາ​ຄົມ ຂອງ​ອົດ​ສະ​ຕາ​ລີ ໄດ້​ລະ​ບຸ​ວ່າ ການ​ຄົ້ນ​ຫາ​ເຮືອ​ບິນ​ໂບ​ອິ້ງ 777 ຂອງ​ສາຍ​ການ​ບິນ​ມາ​ເລ​ເຊຍ​ແອ​ຣ໌ລາຍ ຖ້ຽວ​ບິນ MH370 ທີ່​ສູນ​ຫາຍ​ໄປ​ຕັ້ງ​ແຕ່​ວັນ​ທີ 8 ມີ​ນາ 2014 ທີ່​ຜ່ານ​ມາ​ນັ້ນ ແມ່ນ​ເຈົ້າ​ໜ້າ​ທີ່​ບໍ່​ສາ​ມາດ​ດຳ​ເນີນ​ການ​ຄົ້ນ​ຫາ​ຕໍ່​ໄປ​ອີກ​ແລ້ວ ເນື່ອງ​ຈາກ​ຕ້ອງ​ໃຊ້​ເງິນ​ຈຳ​ນວນ​ມະ​ຫາ​ສານ, ສ່ວນ​ການ​ຕັດ​ສິນ​ໃຈ​ວ່າ​ຈະ​ດຳ​ເນີນ​ປະ​ຕິ​ບັດ​ການ​ຄົ້ນ​ຫາ​ຕໍ່​ໄປ​ອີກ ຫລື ບໍ່​ນັ້ນ ແມ່ນ​ໄດ້​ມີ​ການ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ​ຫລາຍ​ຄັ້ງ ລະ​ຫວ່າງ​ອົດ​ສະ​ຕາ​ລີ, ຈີນ ແລະ ມະ​ເລ​ເຊຍ​ແລ້ວ ເຊິ່ງ​ການ​ຕັດ​ສິນ​ໃຈ​ຮ່ວມ​ກັນ ຈະ​ມີ​ຂຶ້ນ​ພາຍ​ໃນ​ອີກ​ບໍ່​ພໍ​ເທົ່າ​ໃດ​ອາ​ທິດ​ຂ້າງ​ໜ້າ​ນີ້ ເນື່ອງ​ຈາກ​ການ​ຄົ້ນ​ຫາ​ຜ່ານ​ມາ​ເກືອບ 1 ປີ​ແລ້ວ ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ໃດໆ.

 

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...