Homeນານາສາລະຜົມຫງອກ “ຜົມແກ້ວ” ເຮົາຍິ່ງລົກ ກໍ່ຈະຍິ່ງຫງອກແທ້ ຫຼື ບໍ່?

ຜົມຫງອກ “ຜົມແກ້ວ” ເຮົາຍິ່ງລົກ ກໍ່ຈະຍິ່ງຫງອກແທ້ ຫຼື ບໍ່?

Published on

ຜົມຫງອກ “ຜົມແກ້ວ” ເຮົາຍິ່ງລົກ ກໍ່ຈະຍິ່ງຫງອກແທ້ ຫຼື ບໍ່?

 

p16cruckek1ed6imjubtkljai23

ເມື່ອເຖີງ ໄວທີ່ເລີ່ມມີຜົມຫງອກ ຫຼື ເວົ້າອີກແບບເພື່ອໃຫ້ມັນຟັງມ່ວນຂຶ້ນກໍ່ຈະມັກເອີ້ນກັນວ່າ “ຜົມແກ້ວ”,  ເຮົາຈະມັກບໍ່ກ້າລົກ ເພາະບາງຄົນເຊື່ອວ່າເມື່ອເຮົາລົກຜົມຫງອກ ແລ້ວຜົມຫງອກກໍ່ຈະກະຈາຍຈາກຮາກຜົມເສັ້ນທີ່ຫງອກແລ້ວ ລາມໄປຫາຮາກຜົມບໍລິເວັນໄກ້ຄຽງ (ແບບດຽວກັບໂລກຕິດຕໍ່) ຈົນເຮັດໃຫ້ຜົມຫງອກໝົດຫົວ

ແຕ່ຄວາມຈິງແລ້ວ ໂລ່ງໃຈໄປໄດ້ເລີຍເພາະວ່າເຮົາສາມາດລົກອອກໄດ້ ເພາະຮາກຜົມ1ເສັ້ນຈະສ້າງຜົມໄດ້ແຕ່ 1 ເສັ້ນຕໍ່ໃຫ້ຕັດຫຼືລົກ ກໍ່ບໍ່ສາມາດຮັດໃຫ້ເສັ້ນຜົມຫງອກເພີ່ມຂຶ້ນໄດ້ ຊຶ່ງເສັ້ນຜົມຫງອກໜຶ່ງເສັ້ນບໍ່ສາມາດສ້າງຜົມຫງອກຂຶ້ນມາໄດ້ອີກ ດັ່ງນັ້ນການທີ່ມີບາງຄົນເຊື່ອວ່າຍິ່ງລົກກໍ່ຈະຍິ່ງຫງອກຈຶ່ງບໍ່ແມ່ນຄວາມຈິງ ແຕ່ຜົມຫງອກທີ່ເພີ່ມຂຶ້ນອາດເປັນເພາະປັດໄຈອຶ່ນ.

ຢ່າງໃດກໍ່ຕາມ ການປ້ອງກັນສາເຫດຜົມຫງອກກ່ອນໄວ ເຮົາຄວນເບິ່ງແຍງຜົມໃຫ້ດົກດໍາ ດ້ວຍການກິນອາຫານທີ່ມີປະໂຫຍດເຊັ່ນ ງາດໍາ ເປັນຕົ້ນ ຫຼືຖ້າມີຜົມຫງອກແລ້ວບໍ່ສະບາຍໃຈ ບາງຄົນກໍ່ແກ້ໂດຍການຍ້ອມຜົມສີດໍາກໍ່ໄດ້ ແລ້ວແຕ່ຈະເລືອກວິທີການທີ່ມັນຈະສະດວກ ແລະ ເໝາະສົມກັນທ່ານ

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...