spot_img
Homeຂ່າວຕ່າງປະເທດອີ​ຢິບພົບ​ຜູ້​ເສຍ​ຊີ​ວິດ​ລາຍ​ລ່າ​ສຸດ ຈາກ​ການ​ຕິດ​ເຊື້ອ​ໄຂ້​ຫວັດ​ສັດ​ປີກ H5N1

ອີ​ຢິບພົບ​ຜູ້​ເສຍ​ຊີ​ວິດ​ລາຍ​ລ່າ​ສຸດ ຈາກ​ການ​ຕິດ​ເຊື້ອ​ໄຂ້​ຫວັດ​ສັດ​ປີກ H5N1

Published on

558000002402701

ທາງ​ການ​ອີ​ຢິບ​ຢືນ​ຢັນ ພົບ​ຜູ້​ເສຍ​ຊີ​ວິດ​ລາຍ​ລ່າ​ສຸດ ຈາກ​ການ​ຕິດ​ເຊື້ອ​ໄວ​ຣັ​ດ​ໄຂ້​ຫວັດ​ສັດ​ປີກ​ສາຍ​ພັນ H5N1.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 26 ກຸມ​ພາ​ນີ້​ວ່າ ທາງ​ການ​ຂອງ​ປະ​ເທດ​ອີ​ຢິບ ໄດ້​ອອກ​ມາ​ລະ​ບຸ​ວ່າ ຜູ້​ເສຍ​ຊີ​ວິດ​ລາຍ​ລ່າ​ສຸດ​ຈາກ​ການ​ຕິດ​ເຊື້ອ​ໄຂ້​ຫວັດ​ສັດ​ປີກ H5N1 ແມ່ນ​ເປັນ​ຜູ້​ຊາຍ ອາ​ຍຸ 37 ປີ ຄົນ​ໜຶ່ງ ຈາກ​ເຂດ​ຟາ​ຢູມ ທາງ​ພາກ​ເໜືອ​ຂອງ​ປະ​ເທດ ເຊິ່ງ​ຫາ​ກໍ​ຖືກ​ນຳ​ສົ່ງ​ເຂົ້າ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ບໍ່​ດົນ ກ່ອນ​ທີ່​ຈະ​ເສຍ​ຊີ​ວິດ.

ທັງ​ນີ້ ຂໍ້​ມູນ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອີ​ຢິບ​ລະ​ບຸ​ວ່າ ນັບ​ຕັ້ງ​ແຕ່​ເລີ່ມ​ຕົ້ນ​ປີ 2015 ມາ​ນີ້ ມີ​ຜູ້​ເສຍ​ຊີ​ວິດ​ຈາກ​ການ​ຕິດ​ເຊື້ອ​ໄວ​ຣັດ​ໄຂ້​ຫວັດ​ສັດ​ປີກ H5N1 ແລ້ວ ທົ່ວ​ປະ​ເທດ​ຫລາຍ​ສິບ​ຄົນ ເຖິງ​ແມ່ນ​ວ່າ​ຈະ​ຍັງ​ບໍ່​ສາ​ມາດ​ຢືນ​ຢັນ​ ຕົວ​ເລກ​ຜູ້​ເສຍ​ຊີ​ວິດ​ທັງ​ໝົດຢ່າງ​ຊັດ​ເຈນ​ໄດ້ ແຕ່​ກໍ​ເປັນ​ທີ່​ແນ່ນອນ​ແລ້ວ​ວ່າ ຍອດ​ຜູ້​ເສຍ​ຊີ​ວິດ​ຈາກ​ການ​ຕິດ​ເຊື້ອ H5N1 ໃນ​ປີ​ນີ້ ໄດ້​ທຳ​ລາຍ​ສະ​ຖິ​ຕິ​ຜູ້​ເສຍ​ຊີ​ວິດ 11 ຄົນ ຈາກ​ການ​ຕິດ​ເຊື້ອ​ດັ່ງ​ກ່າວ​ໝົດ​ປີ 2014 ຜ່ານ​ມາ​ຢູ່​ໃນ​ອີ​ຢິບ​ໄປ​ແລ້ວ.

ດ້ານ​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ໄດ້​ອອກ​ມາ​ເຕືອນ​ວ່າ ພື້ນ​ທີ່​ແຖບ​ຊົນ​ນະ​ບົດ​ຂອງ​ອີ​ຢິບ ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ປະ​ເຊີນ​ກັບ​ການ​ແຜ່​ລະ​ບາດ ຂອງ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ ເນື່ອງ​ຈາກ​ພົບ​ຂໍ້​ມູນ​ການ​ລ້ຽງ, ການ​ຄົວ​ສັດ​ປີກ ແບບ​ບໍ່​ຖືກ​ຕ້ອງ​ຕາມ​ສຸ​ຂະ​ລັກ​ສະ​ນະ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...