spot_img
Homeຂ່າວເຫດການເຈົ້າ​ຄອງ ນ.ວ ນຳ​ໜ້າລະດົມທຶນ ຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກພະຍຸ

ເຈົ້າ​ຄອງ ນ.ວ ນຳ​ໜ້າລະດົມທຶນ ຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກພະຍຸ

Published on

20150224134002

ວັນ​ທີ 23 ກຸມພາ 2015 ຜ່ານ​ມາ ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ພ້ອມ​ຄະນະ​ການນຳ​ນະຄອນຫຼວງ ແລະ ຄອບຄົວການ​ນຳ ບໍລິສັດ ນັກທຸລະກິດ ຜູ້ປະກອບ​ການ​ຕ່າງໆ ພະ​ແນກການ ພະນັກງານ ພໍ່​ແມ່​ປະຊາ​ຊົນ ອົງການ​ປົກຄອງ​ບ້ານ​ທີ່ກ່ຽວຂ້ອງ ແລະ ນ້ອງ​ນ້ອຍ​ນັກຮຽນ ໄດ້​ລົງ​ມາ​ຊຸກຍູ້​ຊ່ວຍເຫຼືອໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ​ບໍ່​ໂອ ເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ ທີ່​ຖືກ​ຜົນ​ກະທົບ​ພະຍຸ​ລະດູ​ຮ້ອນ​ພັດ ໃນ​ວັນ​ທີ 18 ກຸມພາ​ທີ່​ຜ່ານ​ມາ.

ທ່ານ ແກ່ນ ວໍລະ​ສານ ຮອງເຈົ້າເມືອງ​ຫາດ​ຊາຍ​ຟອງ ​ໄດ້​ລາຍ​ງານ​ສະພາບ​ການ​ທີ່​ຖືກ​ຜົນ​ກະທົບ​ມີ​ເຂດ​ບ້ານ​ບໍ່​ໂອ ບ້ານ​ສາລາຄຳ ແລະ ບັນດາ​ບ້ານ​ໃກ້​ຄຽງ ການ​ນຳ​ເມືອງ​ຫາດ​ຊາຍ​ຟອງ​ ໄດ້ຈັດ​ຕັ້ງ​ຄະນະ​ຮັບຜິດຊອບ​ລົງ​ກວດກາ​ຕິດຕາມສະພາບ​ຂໍ້​ມູນ​ຕ່າງໆ ຜ່ານ​ການ​ເກັບ​ກຳ​ຂໍ້​ມູນ​ແຕ່​ວັນ​ທີ 18-22 ສາມາດ​ສະຫຼຸບ​ໄດ້ ພື້ນຖານ​ໂຄງ​ລ່າງ​ຈຳນວນ​ໜຶ່ງ​ແຕ່ລະ​ບ້ານ ​ທີ່​ຖືກ​ຜົນ​ກະທົບ​ທັງ​ໝົດ 25 ບ້ານ ມີ 1.483 ຫຼັງຄາ​ເຮືອນ ໃນ​ນັ້ນ ເສຍ​ຫາຍ​ຫຼາຍ​ກວ່າ​ໝູ່ແມ່ນ 74 ຫຼັງຄາ​ເຮືອນ ເສຍຫາຍ​ເລັກ​ນ້ອຍ ແລະ ປານ​ກາງ​ມີ 1.409 ຄອບຄົວ ຄົນ​ທີ່​ຖືກ​ບາດເຈັບ​ມີ​ຢູ່ 15 ຄົນ ເປັນ​ຍິງ 7 ຄົນ ພາຫະນະ​ເສຍ​ຫາຍ​ລົດ​ໃຫຍ່ 7 ຄັນ ລົດຈັກ 3 ຄັນ ໂຮງຮຽນ​ທີ່ຖືກ​ກະທົບ​ຫຼາຍ​ກວ່າ​ໝູ່​ແມ່ນ​ໂຮງຮຽນ​ມັດທະຍົມ​ຕົ້ນ​ບໍ່​ໂອ ນອກ​ນັ້ນ ຍັງ​ມີ​ໂຮງ​ຈັກ​ໂຮງງານ​ຈຳນວນໜຶ່ງ ແລະ ໄຟຟ້າ​ຈຳນວນ​ໜຶ່ງ ຜ່ານ​ການ​ແກ້​ໄຂ​ສະພາບ​ການ​ດັ່ງກ່າວ​ນັ້ນ ແມ່ນ​ໄດ້​ສຸມ​ໃສ່​ເກັບ​ກູ້ສາຍ​ໄຟ ຫຼັກ​ໄຟຟ້າ ສຳເລັດໂດຍ​ພື້ນຖານ ແລະ ສາມາດ​ຕັ້ງຫຼັກ​ໄຟຟ້າ ແກ້​ໄຂ​ຄອບຄົວ​ທີ່​ຖືກຜົນ​ກະທົບ​ໄດ້ 100% ປັດຈຸບັນແມ່ນ​ສຸມ​ໃສ ມ ຕົ້ນ ບໍ່​ໂອ ໄດ້​ເລີ່ມ​ລົງ​ມື້​ໄປ​ແລ້ວ ພ້ອມ​ກັນນັ້ນ ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນະຄອນຫຼວງ ຈະ​ມາປູກ​ໂຮງຮຽນ​ຖາວອນ​ຢູ່​ໂຮງຮຽນມັດທະຍົມ​ບໍ່​ໂອ ປັດຈຸບັນ​ນີ້ ໄດ້​ເປີດ​ການ​ຮຽນ-ການ​ສອນແລ້ວ​ໃນຕໍ່ໜ້າ ຈະ​ລົງ​ຕິດຕາມເກັບ​ກຳ​ຂໍ້​ມູນ​ຕື່ມ ໃນ​ແຕ່​ລະ​ຄອບຄົວ​ແຕ່​ລະ​ບ້ານ​ໃຫ້​ສຳເລັດ ແລະ ໄດ້​ຕັ້ງ​ສູນ​ບໍລິຈາກ​ມີ​ຢູ່ 3 ຈຸດ ຈຸດ 1 ຢູ່​ອົງການ​ປົກຄອງ​ເມືອງ ຈຸດ​ທີ 2 ຢູ່​ຫ້ອງການ​ບ້ານສົມ​ສະໜຸກ ແລະ ຈຸດ​ທີ 3 ຕັ້ງ​ຢູ່​ໂຮງຮຽນ​ມັດທະ​ຍົມ​ຕອນ​ຕົ້ນ​ບໍ່​ໂອ ມາ​ຮອດປັດຈຸບັນ ​ການ​ລະດົມ​ທຶນ​ແຕ່​ມື້ເກີດ​ເຫດ​ໄດ້​ທັງ​ໝົດ 247.833.000 ກີບ ພ້ອມ​ທັງໄດ້​ມີ​ພາກສ່ວນ​ທີ່​ມາ​ແຈ້ງ​ເຈດຈຳນົງ​ໄວ້​ແລ້ວ 66.850.000 ກີບ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...