ລະ​ທຶກ! ຄົນ​ຮ້າຍ​ບຸກກວາດ​ຍິງ​ພັດ​ຕາ​ຄານ​ຢູ່​ເຊັກ ຕາຍ 8 ຄົນ ແລ້ວ​ຍິງ​ໂຕ​ເອງ​ຕາຍ​ຕາມ!

EyWwB5WU57MYnKOuFqOftrHoT1bL8ThXuIscF10mUTmlcnm6HLpsJI

ຄົນ​ຮ້າຍ​ບຸກ​ກວາດ​ຍິງ​ພັດ​ຕາ​ຄານຢູ່​ເຊັກ ມີ​ຜູ້​ເສຍ​ຊີ​ວິດ 8 ຄົນ ແລະ ບາດ​ເຈັບ​ຈຳ​ນວນ​ຫລາຍ ແລ້ວ​ຂ້າ​ໂຕ​ເອງ​ຕາຍ​ຄາ​ທີ່​ເກີດ​ເຫດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 25 ກຸມ​ພາ​ນີ້​ວ່າ ເກີດ​ເຫດ​ຄົນ​ຮ້າຍ​ເປັນ​ເພດ​ຊາຍ ອາ​ຍຸ 60 ປີ ບຸກ​ເຂົ້າ​ໄປ​ໃນ​ພັດ​ຕາ​ຄານ​ຣຸດ​ບາ ໃນ​ເມືອງ​ອູ​ເຮີ​ສະ​ກີ້ ບ​ຣອດ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ສາ​ທາ​ລະ​ນະ​ລັດ​ເຊັກ ແລ້ວກວາດ​ຍິງແບບ​ບໍ່​ເລືອກ​ໜ້າ​ເຂົ້າ​ໃສ່​ລູກ​ຄ້າ ແລະ ພະ​ນັກ​ງານ​ໃນ​ຮ້ານ ເຊິ່ງ​ມີ​ຢູ່​ປະ​ມານ 20 ກ່​ວາ​ຄົນ ກ່ອນ​ທີ່​ຈະ​ຍິງ​ໂຕ​ເອງ​ຕາຍ​ຕາມ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 8 ຄົນ ແລະ ລວມ​ທັງ​ມື​ສັງ​ຫານ​ອີກ, ພ້ອມ​ນັ້ນ​ຍັງ​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ອີກ​ຈຳ​ນວນ​ຫລາຍ​ສິບ​ຄົນ ໂດຍ​ຕຳ​ຫລວດ​ໄດ້​ເປີດ​ເຜີຍ​ວ່າ ຄົນ​ຮ້າຍ​ອາດ​ມີ​ອາ​ການ​ປ່ວຍ​ທາງ​ຈິດ ໂດຍບໍ່​ໜ້າ​ຈະ​ກ່ຽວ​ຂ້ອງ​ກັບ​ການ​ກໍ່​ການ​ຮ້າຍ.