spot_img
Homeນານາສາລະຕັດ​ຜົມ​ມື້​ໃດ​ດີ ມື້​ຕັດ​ຜົມ​ແລ້ວ​ມີ​ໂຊກລາບ

ຕັດ​ຜົມ​ມື້​ໃດ​ດີ ມື້​ຕັດ​ຜົມ​ແລ້ວ​ມີ​ໂຊກລາບ

Published on

201983

     ຕັດ​ຜົມ​ມື້​ໃດ​ດີ?ເຊື່ອວ່າ​ຫລາຍ​ຄົນ​ຄົງ​ມີ​ຄຳ​ຖາມ​ເຫລົ່າ​ນີ້​ໃນ​ໃຈຈະ​ຕັດ​ຜົມ​ຕາມ​ວັນທີ່​ເຮົາ​ສະ​ດວກ​ດີ​ບໍ່ຫລື​ຈະ​ຢຶດ​ຫລັກ​ຕາມ​ທີ່​ຄົນ​​ບູຮານ​ສອນ​ໄວ້​ດີອັນ​ນີ້​ແລ້ວ​ແຕ່​ຄວາມ​ເຊື່ອ​ຂອງ​ແຕ່​ລະ​ຄົນແຕ່​ຕ້ອງ​ບໍ່​ລືມ​ວ່າ​ບູຮານ​ທ່ານ​ສອນ​ທ່ານ​ສັ່ງ​ເອົາ​ໄວ້​ຈາກ​ປະສົບການ​ທີ່​ຊະສົມ​ມາ​ດົນພົບ​ເຫັນ​ຫຍັງ​ມາ​ຫລາຍດັ່ງ​ນັ້ນ​ຖ້າ​ເຮົາ​ຈະ​ເຊື່ອ​ໄວ້​ນຳ​ກໍ​ບໍ່​ເສຍ​ຫາຍ​ຫຍັງ​ມື້​ນີ້​ເຮົາ​ຈະ​ມາ​ເບິ່ງ​ກັນ​ວ່າຄົນ​ບູຮານ​ເພີ່ນສອນ​ໄວ້​ວ່າ​ຕັດ​ຜົມ​ມື້​ໃດ​ດີ,ມື້​ໃດ​ບໍ່​ດີ.ຕັດ​ຜົມ​ມື້​ໃດ​ຈະ​ເກີດ​ສິ​ລິ​ມົງ​ຄຸນ​ກັບ​ຕົວມື້​ໃດ​ຈະ​ເກີດ​ສິ່ງ​ບໍ່​ດີ​ກັນ​ນຳມາ​ເບິ່ງ​ກັນ

1.ວັນ​ອາ​ທິດ ເພີ່ນວ່າ​ດີ​ນັກ​ແລຈະ​ມີ​ອາ​ຍຸ​ຍືນ​ຍາວ,ຮ່າງກາຍ​ແຂງ​ແຮງ,ບໍ່​ເຈັບ​ປ່ວຍ​ເປັນ​ໄຂ້​ອອດໆ​ແອດໆ

2.ວັນ​ຈັນ ເພິ່ນ​ວ່າ​ຈະ​ມີ​ແຕ່​ໂຊກ​ລາບ,ໄດ້​ຂອງ​ມີ​ຄ່າ,ການ​ຄ້າ​ຂາຍ​ຄ່ອງ​ຕົວບໍ່​ອົດ​ບໍ່​ທຸກ

3.ວັນ​ອັງ​ຄາເພີ່ນ​ວ່າ​ບໍ່​ດີມີ​ແຕ່​ໂທດມີ​ແຕ່​ຄົນ​ປອງ​ຮ້າຍສັດຕູ​ຈະ​ເຮັດໃຫ້​ໄດ້​ເຈັບ,ຫລິກລ້ຽງ​ໄດ້​ຈົ່ງຫລິກ​ລ້ຽງ​ການ​ຕັດ​ຜົມ​ວັນອັງ​ຄານ​

4.ວັນພຸ ຕັດຜົມ​ມື້ວັນ​ພຸດເພີ່ນ​ວ່າ​ມື້ວັນ​ພຸດ​ເປັນ​ມື້​ຂອງ​ເຈົ້າ​ຂອງ​ນາຍ​ເຮົາ​ບໍ່​ຄວນ​ຕີ​ຕົນ​ສະເໝີ,ການ​ງານ​ຈະ​ມີ​ແຕ່​ຕົກ​ຕ່ຳ,ມີ​ແຕ່​ເລື່ອງ​ຜິດຖຽງກັນ​​ຂັດ​ແຍ້ງ,ທັງ​ກັບ​ຜູ້​ອື່ນ​ແລະ​ຄົນ​ໃນ​ຄອບຄົວຄົນ​ບູຮານ​ທ່ານ​ບໍ່​ແນະ​ນຳ​ໃຫ້​ຕັດ​ຜົມ​ມື້​ນີ້

5.ວັນ​ພະ​ຫັດ ເພິ່ນ​ວ່າ​ເປັນ​ມື້​ຄູເປັນ​ມື້​ມົງ​ຄຸນ​ຍິ່ງ​ນັກເຫລົ່າ​ເທວະ​ດາ​ຈະ​ມາ​ປົກ​ປັກ​ປິ່ນປົວ​ໃຫ້​ແຄ້ວ​ຄາດ​ຈາກອັນຕະ ລາຍ​ທັງ​ຫລາຍ​ທັງປວງເປັນ​ມື້​ສິ​ລິ​ມົງ​ຄຸນ​ຍິ່ງຖ້າ​ບໍ່​ຕິດ​ວຽກ​ສຳຄັນ​ໜັກ​ໜາໃຫ້​ຕັດ​ຜົມ​ມື້​ວັນພະຫັດ​ດີ​

6.ວັນສຸກ ຕັດຜົມ​ມື້​ສຸກທ່ານ​ວ່າ​ເປັນ​​ໄຊເຮັດຫຍັງ​ຈະເລີນ​ຮຸ່ງເຮືອງຕັດ​ຜົມ​ມື້​ນີ້​ຈະ​ມີ​ແຕ່​ໂຊກລາບການ​ຄ້າ​ການ​ຂາຍ​ດີ,ມີ​ເງີນ​ທອງ​ໃຊ້​ບໍ່​ຂາດ​ມື,ໃຜ​ເຮັດ​ຄ້າ​ຂາຍ​ບູຮານ​ທ່ານ​ວ່າຕັດ​ຜົມ​ມື້​ສຸກຈະ​ດີ​ທີ່ສຸດ

7.ວັນເສົາ ຕັດ​ຜົມ​ວັນເສົາເພີ່ນວ່າ​ເປັນ​ມື້​ມົງ​ຄຸນ​ຫລາຍຕັດ​ຜົມ​ແລ້ວ​ຈະ​ໄດ້​ດັ່ງ​ສິ່ງ​ທີ່​ຫວັງປະສົງ​ສິ່ງ​ໃດ​ໄວ້​ກໍ​ຈະ​ໄດ້​ສິ່ງ​ນັ້ນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...