ສົ່ງຮູບຫຼໍ່ບັນດາທ່ານຜູ້ນຳຮຸ່ນທຳອິດ ຂອງການປະຕິວັດລາວ ໄປສະຖິດຢູ່ບັນດາແຂວງ

20150223100003

ພິທີ​ສົ່ງ​ຮູບ​ຫຼໍ່ບັນດາ​ທ່ານ​ຜູ້ນຳຮຸ່ນ​ທຳ​ອິດ​ຂອງ​ພັກ ແລະ ການປະຕິວັດ​ລາວ ຊຸດ​ທີ II ໄດ້​ຈັດຂຶ້ນ​ວັນ​ທີ 23 ກຸມພາ 2015 ຢູ່​ຫໍພິ​ພິ​ທະ​ພັນ​ປະທານ ໄກສອນ ພົມວິຫານ ໂດຍ​ມີ​ທ່ານນາງ ປານີ ຢາ​ທໍ່​ຕູ້ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ປະທານ​ສະພາ​ແຫ່ງ​ຊາດ ທ່ານ ທອງ​ລຸນ ສີ​ສຸລິດ ກຳມະການ​ກົມ​ການເມືອງສູນ​ກາງ​ພັກ ຮອງ​ນາຍົກ​ລັດ​ຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ພ້ອມດ້ວຍ​ບັນດາ​ລັດຖະມົນຕີ ເຈົ້າຄອງ-ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ແລະ ພາກສ່ວນກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ສຸວັນ​ດີ ສີສະ​ຫວັດ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ສູນກາງ​ພັກ ຫົວໜ້າ​ຄະນະ​ຮັບ​ຜິດຊອບ​ຫໍ​ພິ​ພິ​ທະ​ພັນ ໄກສອນ ພົມວິຫານ ໄດ້​ກ່າວ​ວ່າ: ໄລຍະ​ຜ່ານມາ ​ຢູ່​ສະຖານທີ່​ແຫ່ງ​ນີ້ ​ໄດ້​ຈັດ​ພິທີສົ່ງ​ຮູບ​ຫຼໍ່​ຂອງ​ທ່ານ ໜູ​ຮັກ ພູມສະຫວັນ ໄປ​ສະຖິດ​ຢູ່​ແຂວງ​ສະຫວັນ​ນະ​ເຂດ ຮູບ​ຫຼໍ່​ຂອງ​ທ່ານ ສີ​ທົນ ກົມ​ມະ​ດຳ ໄປ​ສະຖິດ​ຢູ່ແຂວງ​ຈຳປາ​ສັກ ແລະ ມື້ນີ້ ​ພວກເຮົາ​ຈັດ​ຕັ້ງ​ພິທີ​ສົ່ງ​ບັນດາ​ຮູບ​ຫຼໍ່ທ່ານ​ຜູ້ນຳ​ຮຸ່ນ​ທຳ​ອິດ​ຂອງ​ພັກ ແລະ ການ​ປະຕິວັດ​ລາວ ຈຳນວນ 5 ທ່ານ​ໄປ​ສະຖິດ​ຢູ່​ແຂວງຕ່າງໆຄື: ຮູບ​ຫຼໍ່​ທ່ານ ພູມີ ວົງວິຈິດ ທ່ານ ຕູ້​ຢາ ໄຊ​ຈູ ໄປ​ຕິດ​ຕັ້ງຢູ່​ເທສະ​ບານ​ເມືອງ​ແປກ ແລະ ຮູບ​ຫຼໍ່​ທ່ານ ໄຟ​ດ່າງ ລໍ​ເບຼຍ​ຢາວ ໄປ​ຕິດ​ຕັ້ງ​ຢູ່​ເມືອງ​ໜອງ​ແຮດ ແຂວງ​ຊຽງ​ຂວາງ ຮູບ​ຫຼໍ່​ທ່ານ ສີ​ສົມ​ພອນ ລໍ​ວັນ​ໄຊ ໄປ​ຕິດ​ຕັ້ງ​ຢູ່ເມືອງ​ປາກ​ຊັນ ແຂວງ​ບໍ​ລິ​ຄຳ​ໄຊ ແລະ ຮູບ​ຫຼໍ່​ທ່ານ ພູນ ສີ​ປະເສີດ ໄປ​ຕິດ​ຕັ້ງ​ຢູ່​ເມືອງ​ໄກສອນ ພົມວິຫານ ແຂວງ​ສະຫວັນ​ນະ​ເຂດ.

ການ​ສົ່ງ​ຮູບ​ຫຼໍ່​ບັນດາ​ຜູ້ນຳ​ຄັ້ງນີ້​ ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ທາງ​ປະຫວັດສາດ​ການເມືອງ​ຢ່າງເລິກເຊິ່ງ ເປັນ​ການ​ຈາລຶກ​ຄຸນງາມ​ຄວາມ​ດີ ຜົນງານ​ອັນ​ໃຫຍ່ຫຼວງ​ຂອງ​ບັນດາ​ທ່ານ ​ທີ່​ໄດ້​ອຸທິດເຫື່ອແຮງ ກຳລັງວັງຊາ ເສຍ​ສະຫຼະ​ຊີວິດ​ເພື່ອ​ປະເທດ​ຊາດ ແລະ ການ​ປະຕິວັດຍາດ​ເອົາ​ເອກະລາດ ອິດສະຫຼະພາບ ແລະ ຄວາມ​ຮັ່ງມີ​ຜາ​ສຸກ​ມາສູ່​ປະຊາຊົນ​ລາວ​ບັນດາເຜົ່າ ບັນດາ​ທ່ານຜູ້ນຳ​ດັ່ງກ່າວ​ ແມ່ນ​ນັກ​ປະຕິວັດ​ທີ່ອົງອາດ​ກ້າຫານ ເດັດດ່ຽວ​ໜຽວແໜ້ນ ມີ​ມານະ​ຈິດ ແລະ ອຸດົມການ​ອັນ​ສູງ​ສົ່ງ ເດັດຂາດ ​ບໍ່​ຍອມຈຳນົນ​ຕໍ່​ສັດຕູ​ຜູ້​ຮຸກ​ຮານ ມີ​ຄວາມເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ.

ໂຄງການ​ກໍ່ສ້າງຕິດ​ຕັ້ງ ແລະ ຕົບແຕ່ງ​ເດີ່ນ​ສວນ​ອາ​ນຸ​ສາ​ວະລີຂອງ​ບັນດາ​ຜູ້ນຳ​ຮຸ່ນ​ທຳ​ອິດ​ຂອງພັກ ແລະ ການ​ປະຕິວັດ​ລາວ ມາເຖິງ​ປັດຈຸບັນ ແມ່ນ​ມີ​ຜົນສຳເລັດເປັນ​ໜ້າ​ເພິ່ງ​ພໍໃຈ ແລະ ຄາດວ່າ​ຈະ​ສຳເລັດ​ສົມບູນ ໃນ​ທ້າຍ​ປີ 2015 ເພື່ອ​ເປັນ​ຜົນງານ​ຄຳນັບຮັບ​ຕ້ອນ​ວັນ​ສ້າງຕັ້ງ​ພັກ ປະຊາຊົນປະຕິວັດ​ລາວ ຄົບຮອບ 60 ປີ ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 40 ປີ ໃນ​ປີ 2015 ກໍ່​ຄື​ກອງປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ​ປະຊາ​ຊົນ​ປະຕິວັດ​ລາວ ໃນ​ຕົ້ນ​ປີ 2016.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່