Homeຂ່າວຕ່າງປະເທດສະ​ຫລ​ົດ! ເຮືອ​ຂ້າມ​ຟາກຫລົ້ມ ຢູ່​ບັງ​ກະ​ລາ​ເທດ ເສຍ​ຊີ​ວິດ​ແລ້ວ 33 ຄົນ!

ສະ​ຫລ​ົດ! ເຮືອ​ຂ້າມ​ຟາກຫລົ້ມ ຢູ່​ບັງ​ກະ​ລາ​ເທດ ເສຍ​ຊີ​ວິດ​ແລ້ວ 33 ຄົນ!

Published on

EyWwB5WU57MYnKOuFqO6QXp9m9IOsuxXOpz8lXbJHfI3I4XhXhVH98

ເກີດ​ເຫດ​ເຮືອ​ຂ້າມ​ຟາກ ແລະ ເຮືອ​ຫາ​ປາ​ໃນ​ບັງ​ກະ​ລາ​ເທດຕຳ​ກັນ ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 33 ຄົນ ໜ່ວຍ​ກູ້​ໄພ​ກຳ​ລັງ​ເລັ່ງ​ຄົ້ນ​ຫາ​ຜູ້​ລອດ​ຊີ​ວິ​ດ​ຄົນ​ອື່ນໆ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 23 ກຸມ​ພາ​ນີ້​ວ່າ ເກີດ​ເຫດ​ເຮືອ​ຂ້າມ​ຟາກ​ ເຊິ່ງ​ບັນ​ທຸກ​ຜູ້​ໂດຍ​ສານ​ຫລາຍ​ກ່​ວາ 100 ຄົນ ຕ້ອງ​ຫລົ້ມ​ລົງ​ກາງ​ນ້ຳ ເພາະ​ຕຳ​ກັບ​ເຮືອ​ຫາ​ປາ​ໃນ​ແມ່​ນ້ຳປັດ​ມາ ມື້​ວານ​ນີ້ (22 ກຸມ​ພາ) ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ​ຢ່າງ​ໜ້ອຍ 33 ຄົນ ຂະ​ນະ​ທີ່​ໜ່ວຍ​ກູ້​ໄພ​ສາ​ມາດ​ຊ່ວຍ​ເຫລືອ​ຜູ້​ໂດຍ​ສານ​ໄດ້​ແລ້ວ 50 ຄົນ.

ທັງ​ນີ້ ເຮືອ​ຂ້າມ​ຟາກ​ທີ່​ປະ​ສົບ​ເຫດ ແມ່ນ​ກຳ​ລັງ​ເດີນ​ທາງ​ອອກ​ຈາກ​ເມືອງ​ດູ​ລັດ​ດິ​ຢາ ທາງ​ພາກ​ກາງ​ຂອງ​ປະ​ເທດ ໄປ​ຍັງ​ເມືອງ​ປັດ​ຕູ​ຣິ​ຢາ ເຊິ່ງ​ຕັ້ງ​ຢູ່​ຄົນ​ລະ​ຟາກ​ແມ່​ນ້ຳ ກ່ອນ​ທີ່​ຈະ​ມາ​ຕຳ​ເຂົ້າ​ກັບ​ເຮືອ​ຫາ​ປາ ເລິ່ງ​ກຳ​ລັງ​ແກ່ມອງ​ຢູ່​ໃນ​ແມ່​ນ້ຳ​ປັດ​ມາ ເປັນ​ເຫດ​ເຮັດ​ໃຫ້​ເກີດ​ເຫດ​ການ​ສ​ະ​ຫລົດ​ດັ່ງ​ກ່າວ.

NjpUs24nCQKx5e1DIKVQ1GX4w9yunPAap3pspbYdhsW

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...