Homeຂ່າວຕ່າງປະເທດກຳ​ປູ​ເຈຍຈັບ 3 ​ໜຸ່ມນັກ​ທ່ອງ​ທ່ຽວ​ຝ​ຣັ່ງ ​ຫລັງເປືອຍ​ກາຍ​ຖ່າຍ​ຮູບ​ຢູ່​ນະ​ຄອນ​ວັດ

ກຳ​ປູ​ເຈຍຈັບ 3 ​ໜຸ່ມນັກ​ທ່ອງ​ທ່ຽວ​ຝ​ຣັ່ງ ​ຫລັງເປືອຍ​ກາຍ​ຖ່າຍ​ຮູບ​ຢູ່​ນະ​ຄອນ​ວັດ

Published on

13626f31

ນັກ​ທ່ອງ​ທ່ຽວໜຸ່ມ​ຊາວ​ຝ​ຣັ່ງ ຖືກ​ຈັບ​ໃນ​ກຳ​ປູ​ເຈຍ ຫລັງ​ແກ້​ເຄື່ອງ​ເປືອຍ​ກາຍ ຖ່າຍ​ຮູບ​ຢູ່​ນະ​ຄອນ​ວັດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 3 ກຸມ​ພາ​ຜ່ານ​ມາ​ນີ້​ວ່າ ນັກ​ທ່ອງ​ທ່ຽວ​ຝ​ຣັ່ງ 3 ຄົນ ຖືກ​ຈັບ​ກຸມ​ໃນ​ກຳ​ປູ​ເຈຍ ຫລັງ​ຈາກ​ໄປ​ເປືອຍ​ກາຍ​ຖ່າຍ​ຮູບ​ພາຍ​ໃນ​ນະ​ຄອນ​ວັດ ເຊິ່ງ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ສຳ​ຄັນ​ຂອງ​ປະ​ເທດ ແລະ ເປັນ​ມໍ​ລະ​ດົກ​ໂລກ​ ເມື່ອ​ວັນ​ທີ 29 ມັງ​ກອນ​ຜ່ານ​ມາ.

ໂຄ​ສົກ​ທາງ​ການ​ຂອງ​ກຳ​ປູ​ເຈຍ​ໄດ້​ລະ​ບຸ​ວ່າ ນະ​ຄອນ​ວັດ​ແຫ່ງ​ນີ້ ເປັນ​ສະ​ຖານ​ທີ່​ສັກ​ສິດ ແລະ ຝ​ຣັ່ງ​ທັງ 3 ຄົນ​ນີ້ ໄດ້​ສະ​ແດງ​ພຶດ​ຕິ​ກຳ​ທີ່​ບໍ່​ເໝາະ​ສົມ ໂດຍ​ຕຳ​ຫລວດ​ຂອງ​ກຳ​ປູ​ເຈຍ ໄດ້​ດຳ​ເນີນ​ຄະ​ດີ​ກັບ​ພວກ​ກ່ຽວ ໃນ​ຂໍ້​ຫາ​ແກ້​ເຄື່ອງ​ໃນ​ທີ່​ສາ​ທາ​ລະ​ນະ ເຊິ່ງ​ເປັນ​ສິ່ງ​ທີ່​ຮັບ​ບໍ່​ໄດ້​ໃນ​ສັງ​ຄົມ​ກຳ​ປູ​ເຈຍ.


ba1d421

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...