spot_img
Homeຂ່າວເຫດການຈະສືບຕໍ່ຄົ້ນຫາຊາກສົບທະຫານອາເມຣິກາ ທີ່ຫາຍສາບສູນປາງສົງຄາມ

ຈະສືບຕໍ່ຄົ້ນຫາຊາກສົບທະຫານອາເມຣິກາ ທີ່ຫາຍສາບສູນປາງສົງຄາມ

Published on

20150202094446

ວັນ​ທີ 2 ກຸມພາ 2015 ທີ່ກະຊວງ​ການ​ຕ່າງປະເທດ ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກ​ລັດຖະ​ມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງທ່ານ​ນາງ ແອນ​ກຣີ​ ຟິດສ ປະທານ​ສະມາຄົມ​ຄອບຄົວ​ທະຫານອາ​ເມ​ຣິ​ກາ ​ທີ່​ຫາຍ​ສາບ​ສູນ​ໃນປາງ​ສົງຄາມ​ຢູ່​ອາຊີ​ຕາເວັນ​ອອກສ່ຽງ​ໃຕ້ ໃນ​ໂອກາດ​ທີ່​ທ່ານ​ພ້ອມຄະນະ​ ມາ​ຢ້ຽມຢາມ ແລະ ເຮັດວຽກ​ຢູ່ ​ສປປ ລາວ ໃນ​ລະຫວ່າງວັນ​ທີ 27 ມັງກອນ ຫາ 2 ກຸມພາ 2015 ເພື່ອ​ປຶກສາ​ຫາລື​ເຈົ້າ​ໜ້າທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ​ລາວ​ ກ່ຽວ​ກັບ​ບາດກ້າວ​ໃໝ່​ໃນ​ການຮ່ວມ​ມື​ລະຫວ່າງ​ສອງ​ປະເທດ.

ທ່ານ ທອງ​ລຸນ ສີ​ສຸ​ລິດ ໄດ້​ຕີລາຄາ​ສູງ​ຕໍ່​ການ​ຢ້ຽມຢາມ​ຂອງຄະນະ​ຜູ້​ແທນ​ສະຫະລັດ​ອາ​ເມ​ຣິກາ ເຊິ່ງ​ຈະ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ ເຂົ້າ​ໃນ​ການ​ເພີ່ມທະວີ​ຄວາມ​ເຂົ້າ​ອົກ​ເຂົ້າໃຈ​ເຊິ່ງກັນ ແລະ ກັນລະຫວ່າງ​ສອງຝ່າຍ​ໃຫ້​ເລິກເຊິ່ງ ທັງ​ເປັນ​ການຊຸກຍູ້​ໃຫ້​ແກ່​ການ​ເປີດ​ກວ້າງ​ການພົວພັນ ແລະ ຮ່ວມ​ມື​ລະຫວ່າງສອງ​ປະເທດ ແລະ ຍັງ​ໄດ້​ຢືນຢັນເຖິງ​ນະໂຍບາຍ​ດ້ານ​ມະນຸດ​ສະທຳ​ອັນ​ສະເໝີ​ຕົ້ນ​ສະເໝີ​ປາຍຂອງ​ ລັດຖະບານ​ລາວ ​ທີ່​ມີ​ຕໍ່​ຄອບຄົວ ກໍ່​ຄື​ຍາດ​ພີ່ນ້ອງ​ຂອງ​ທະຫານອາ​ເມ​ຣິ​ກາ ​ຜູ້​ທີ່​ຫາຍ​ສາບ​ສູນ​ໃນປາງ​ສົງຄາມ​ຢູ່​ລາວ ແລະ ຈະ​ສືບຕໍ່​ໃຫ້ການ​ຮ່ວມ​ມື ​ໃນ​ການ​ຊອກຫາ​ຄົນ​ອາ​ເມ​ຣິ​ກາ​ທີ່​ຫາຍ​ສາບສູນ​ຢູ່​ລາວ ເຊິ່ງ​ເປັນ​ການ​ປະຕິບັດນະໂຍບາຍ​ມະນຸດສະທຳ​ອັນ​ສະເໝີ​ຕົ້ນ​ສະເໝີ​ປາຍ​ຂອງ​ລັດ ​ຖະບານ ເຖິງ​ປັດຈຸບັນ ​ໄດ້​ທຳ​ການປະຕິບັດ​ງານ​ຮ່ວມ​ສຳ​ຫຼວດ ແລະ ຂຸດ​ຄົ້ນ​ສຳເລັດ 134 ຄັ້ງ ແລະ ໄດ້​ສົ່ງ​ມອບ​ຊາກ​ສົບ​ທະຫານ​ອາເມ​ລິ​ກາ​ ໃຫ້​ລັດຖະບານ​ອາ​ເມ​ຣິກາ​ຢ່າງ​ເປັນ​ທາງ​ການ​ແລ້ວ 269 ຄົນ ໃນ​ຈຳນວນ 575 ຄົນ​ທີ່​ຫາຍສາບ​ສູນ​ຢູ່​ລາວ ແລະ ຍັງ​ເຫຼືອ 306 ຄົນ​ທີ່​ຈະ​ສືບຕໍ່​ຄົ້ນ​ຫາ.

ຂ່າວ​ແຈ້ງ​ຕື່ມ​ອີ​ກວ່າ: ໃນ​ວັນດຽວ​ກັນ​ນີ້ ທ່ານ​ນາງ ແອນ​ກຣີ ຟິດສ ປະທານ​ສະມາຄົມ​ຄອບຄົວ​ທະຫານ​ອາ​ເມ​ຣິ​ກາ ​ທີ່​ຫາຍສາບ​ສູນ​ໃນ​ປາງ​ສົງຄາມ​ຢູ່​ອາຊີຕາເວັນ​ອອກ​ສ່ຽງ​ໃຕ້ ກໍ່​ໄດ້​ເຂົ້າພົບ​ປະ​ກັບ​ທ່ານ ພົງ​ສະ​ຫວັດ ບຸບຜາ ລັດຖະມົນຕີ ຫົວໜ້າຫ້ອງ​ວ່າການ​ສຳນັກງານ​ປະທານປະເທດ.

ໃນ​ໂອກາດ​ການເຄື່ອນໄຫວຢ້ຽມຢາມ​ລາວ ທ່ານ​ປະທານ​ສະມາ​ຄົມ​ຄອບຄົວ​ທະຫານ​ອາ​ເມ​ລິກາ​ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ຢູ່​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້ ພ້ອມ​ດ້ວຍ​ຄະນະ ຍັງ​ໄດ້​ພົບ​ປະກັບ​ເຈົ້າ​ໜ້າທີ່​ຂັ້ນ​ສູງ​ຂອງ​ລາວ ເຊັ່ນ: ກະຊວງ​ປ້ອງ​ກັນ​ປະເທດ ແລະ ໄປ​ຢ້ຽມຢາມ​ການ​ປະຕິບັດງານ​ຮ່ວມ​ຄັ້ງ​ທີ 2 ປີ 2015 ກ່ຽວກັບ​ການ​ສຳ​ຫຼວດ ແລະ ຂຸດ​ຄົ້ນຫາ​ຮ່ອງຮອຍ ແລະ ສິ່ງ​ເສດ​ເຫຼືອຂອງ​ທະຫານ​ອາ​ເມ​ຣິ​ກາ ທີ່​ຫາຍສາບ​ສູນ​ໃນ​ປາງ​ສົງຄາມ ທີ່​ກຳລັງ​ດຳເນີນ​ຢູ່​ແຂວງ​ສະຫວັນ​ນະເຂດ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...