Homeຂ່າວພາຍ​ໃນທ່ານເຈົ້າຄອງເນັ້ນ ດ່ານສາກົນຂົວມິດຕະພາບ 1 ບໍລິການໃຫ້ທັນສະໄໝ

ທ່ານເຈົ້າຄອງເນັ້ນ ດ່ານສາກົນຂົວມິດຕະພາບ 1 ບໍລິການໃຫ້ທັນສະໄໝ

Published on

20130213134558
ວັນທີ 13 ກຸມພາ 2013 ທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາທ່ານຫົວໜ້ພະແນກການກ່ຽວ
ຂ້ອງ ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ ແລະ ຜູ້ປະກອບການທຸລະກິດຢູ່ດ່ານສາກົນຂົວມິດຕະພາບ 1 ນະຄອນ
ຫຼວງວຽງຈັນ ຊຶ່ງໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບລວມຂອງດ່ານ ໂດຍສະເພາະ ຄວາມຄືບໜ້າຂອງໂຄງການກໍ່
ສ້າງ ແລະ ປັບປຸງພື້ນຖານໂຄງລ່າງ ແລະ ການປັບປຸງການບໍລິການດ່ານ ດ້ວຍການນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າຊ່ວຍຈາກທ່ານ
ສົມບູນ ສຸວັນນະຈູມຄຳ ຫົວໜ້າດ່ານສາກົນຂົວມິດຕະພາບ 1 ທ່ານໄດ້ຍົກໃຫ້ເຫັນທັງດ້ານດີ ແລະ ບັນຫາທີ່ພົບຄວາມຫຍຸ້ງຍາກ
ເປັນຕົ້ນ ເຈົ້າໜ້າທີ່ພາຍໃນດ່ານໄດ້ເອົາໃຈໃສ່ເຂັ້ມງວດກວດກາການຄ້າມະນຸດ ການຄ້າ-ຂາຍຢາເສບຕິດ ແລະ ອື່ນໆ ໃນການ
ເຂົ້າ-ອອກຜ່ານດ່ານເປັນຢ່າງດີ ໂດຍສົມທົບກັບເຈົ້າໜ້າທີ່ເບື້ອງໄທ ນອກນີ້ຍັງໄດ້ເອົາໃຈໃສ່ການປັບປຸງການບໍລິການດ້ວຍການນຳ
ໃຊ້ບາໂຄດ ແລະ ເລີ່ມແຕ່ເດືອນມັງກອນ 2013 ເປັນຕົ້ນມາ ໄດ້ທົດລອງນຳໃຊ້ບັດເອເລັກໂທນິກ (ບັດສະມາດພາສ) ເຂົ້າໃນ
ການບໍລິການປຶ້ມຜ່ານແດນ ເພື່ອໃຫ້ສະດວກວ່ອງໄວ ແລະ ທັນສະໄໝ ແລະ ໂຄງການນີ້ຈະເປີດຢ່າງເປັນທາງການ ເລີ່ມວັນທີ 1
ມີນາ 2013 ເປັນຕົ້ນໄປ ໂດຍຈະເຊື່ອມກັບທຸກເອເລັກໂທນິກໃນການບໍລິການພາຍໃນດ່ານ ສຳລັບການເກັບລາຍຮັບເຂົ້າງົບປະ
ມານສົກປີ 2012-2013 ແຜນການສູ້ຊົນພາສີດ່ານ 59 ຕື້ກີບ ແລະ ເງິນຄ່າເກັບປີ້ຜ່ານຂົວ 7,2 ຕື້ກີບ ຜ່ານການເກັບງວດທີ 1
ສາມາດປະຕິບັດໄດ້ແລ້ວ 28% ຂອງແຜນການ.
ໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງ ກໍໄດ້ໃຫ້ກຽດໂອ້ລົມ ຊຶ່ງທ່ານໄດ້ຊີ້ນຳຫຼາຍບັນຫາສຳຄັນວ່າ: ດ່ານເປັນວຽກທີ່ກ້ວາງຂວາງ
ເປັນຈຸດເຂົ້າ-ອອກຂອງຄົນຕ່າງປະເທດ ຖືວ່າເປັນຈຸດສຳຄັນ ເມື່ອເປັນແນວນັ້ນ ທຸກການເຄື່ອນໄຫວ ທຸກການບໍລິການ ມັນຈະເປັນ
ຕົວແທນໃຫ້ແກ່ປະເທດ ເປັນຕົວແທນໃຫ້ແກ່ວັດທະນະທຳລາວ ດັ່ງນັ້ນ ພະນັກງານ ແລະ ນັກທຸລະກິດຜູ້ປະກອບການຢູ່ພາຍໃນ
ດ່ານແຫ່ງນີ້ ຈະຕ້ອງມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ຕ້ອງບໍລິການໃຫ້ມີຄວາມວ່ອງໄວທັນສະໄໝ ບໍລິການໃຫ້ເປັນທີ່ພໍ
ໃຈຂອງຜູ້ໃຊ້ບໍລິການ ສຳລັບບັນຫາທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ໃນສະເພາະໜ້າ ແລະ ຍາວນານ ແມ່ນຕ້ອງຮີບຮ້ອນປັບປຸງພັດທະ
ນາດ່ານໄປຕາມຂໍ້ຕົກລົງ 110 ຂອງທ່ານເຈົ້າຄອງນະຄອນຫຼວງ ເພື່ອຮອງຮັບການບໍລິການແຕ່ນີ້ຮອດປີ 2020 ເປັນຕົ້ນປັບປຸງຈັດ
ສັນພື້ນທີ່ຄືນໃໝ ໂດຍການຍົກຍ້າຍການບໍລິການທີ່ສັບສົນອອກໄປ ຊີ້ນຳຢ່າງໃກ້ຊິດໃນໂຄງການກໍ່ສ້າງອາຄານຮ້ານປອດພາສີ ໂຄງ
ການນີ້ຕ້ອງຮີບຮ້ອນຈັດຕັ້ງປະຕິບັດ ຕ້ອງແກ້ໄຂສະຖານທີ່ຈອດລົດທັນສະໄໝ ໂດຍການລົງທຶນຂອງພາຍໃນ ແລະ ຕ່າງປະເທດທີ່
ມີຄວາມສົນໃຈ ສຳລັບສາງສິນຄ້າຜ່ານແດນ ທີ່ບໍລິສັດ ລາວສະໄໝ ເປັນຜູ້ສຳປະທານນັ້ນ ໃຫ້ສືບຕໍ່ພັດທະນາທາງດ້ານການບໍລິ
ການ ແກ້ໄຂເສັ້ນທາງເດີນລົດ ເພື່ອເປີດກວ້າງ ແລະ ລະບາຍລົດໃຫ້ສະດວກກວ່າເກົ່າ ດ້ານຂາເຂົ້າ-ຂາອອກ ໃຫ້ເອົາໃຈໃສ່ບັນ
ຫາຄວາມສະຫງົບ ເປັນຕົ້ນ ການຄຸ້ມຄອງຂົວ ເຂັ້ມງວດບັນຫາຢາເສບຕິດ ການຄ້າມະນຸດ ແລະ ອັກຄີໄພ ໃຫ້ມີສະຕິ ໃຫ້ມີຍຸດ
ທະສາດ ການຄຸ້ມຄອງສະມາຄົມລົດໂດຍສານ ແມ່ນໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອພ້ອມກັນຄຸ້ມຄອງຄືນໃໝ່ ການຄຸ້ມຄອງ
ລາຍຮັບໃຫ້ເອົາໃຈໃສ່ຄຸ້ມຄອງໃຫ້ເລິກເຊິ່ງ ໃຫ້ເກັບທຸກເປົ້າໝາຍຮັບປະກັນການຮົ່ວໄຫຼ ຍົກລະດັບການຫັນເປັນທັນສະໄໝ ເພື່ອ
ເຮັດແນວໃດເຮັດໃຫ້ການບໍລິການວ່ອງໄວ ຕໍ່ກັບວຽກງານວັດທະນະທຳ ຄວາມສະອາດສວຍງາມ ໃຫ້ມີການສຶກສາອົບຮົມ ໃຫ້ມີ
ການຄຸ້ມຄອງການນຸ່ງຖື ການປາກເວົ້າຂອງພະນັກງານຂອງຜູ້ປະກອບການ ແລະ ສຳລັບໂຄງການທີ່ສະເໜີສ້າງໃໝ່ ໃຫ້ອອກແບບ
ແລ້ວລາຍງານຕໍ່ຂັ້ນເທິງ ແລະ ບັນຫາອື່ນໆຈຳນວນໜຶ່ງ ເພື່ອເປັນພື້ນຖານໃຫ້ແກ່ຄະນະຮັບຜິດຊອບດ້ານຜູ້ປະກອບການພາຍໃນ
ດ່ານ.
ທີ່ມາ:http://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...