Homeນານາສາລະ10 ວິທີ​ປ້ອງ​ກັນ​ການ​ຖືກ​ຂົ່ມ​ຂືນຮູ້​ໄວ້​ບໍ່​ເສຍ​ທ່າ!

10 ວິທີ​ປ້ອງ​ກັນ​ການ​ຖືກ​ຂົ່ມ​ຂືນຮູ້​ໄວ້​ບໍ່​ເສຍ​ທ່າ!

Published on

images

 

ວິທີ​ປ້ອງ​ກັນ​ການ​ຖືກ​ຂົ່ມ​ຂືນຖື​ເປັນ​ສິ່ງ​ຈຳ​ເປັນ​ທີ່​ເຈົ້າ​ສາວໆຄວນ​ສຶກ​ສາ​ເອົາ​ໄວ້​ເພື່ອ​ປ້ອງ​ກັນ​ຕົວ​ເອງ​ໃຫ້​ລອດ​ປອດ​ໄພສຳລັບ​ໃຜ​ທີ່​ບໍ່​ຢາກ​ຈະ​ເສຍ​ທ່າ​ໃຫ້​ຄົນ​ຮ້າຍມາ​ຮຽນ​ຮູ້​ວິທີ​ປ້ອງ​ກັນ​ຕົວ​ເອງ​ກັນ​
1. ແຕ່ງ​ຕົວ​ໃຫ້​ມິດ​ຊິດ  ການ​ແຕ່ງ​ຕົວ​ໃຫ້​ມິດ​ຊິດ​ຫລື​ບໍ່​ໂປ໊ບໍ່​ໄດ້​ມີ​ປະໂຫຍດ​ພຽງ​ແຕ່​ບໍ່​ດຶງ​ດູດ​ສາຍ​ຕາ​ຄົນ​ຮ້າຍ​ເທົ່າ​ນັ້ນແຕ່​ຖ້າ​ຫາກ​ແຕ່ງ​ຕົວ​ມິດ​ຊິດ​ກໍ​ຈະ​ຍິ່ງ​ເຮັດໃຫ້​ແກ້​ຍາກ​ນຳເຮັດໃຫ້​ເຮົາ​ມີ​ຊ່ວງ​ເວລາ​ທີ່​ຈະ​ໜີ​ເອົາ​ຕົວ​ລອດ​ຫລາຍ​ຂຶ້ນ
2.
ຢ່າ​ໄປ​ໃດ​ຄົນດຽວ ການ​ໄປ​ໃດສຄົນ​ດຽວ​ຖື​ວ່າ​ເປັນ​ເລື່ອງ​ທີ່​ສ່ຽງ​ຫລາຍເພາະ​ພຽງ​ຕົວ​ເຮົາ​ຄົນ​ດຽວ​ຄົນ​ຮ້າຍ​ຈະ​ເຮັດຫຍັງ​ກໍ​ງ່າຍດັ່ງ​ນັ້ນ​ໄປ​ໃດ​ກໍ​ຕ້ອງ​ໄປ​ກັນ​ຫລາຍໆຄົນຫລີກ​ລ້ຽງ​ການເດິນທາງ​ໄປ​ໃສມາ​ໃສຄົນ​ດຽວບໍ່​ວ່າ​ຈະ​ເປັນ​ກາງເວັນ​ຫລື​ກາງ​ຄືນ
3.
ພົດພາ​ສະເປຕິດ​ຕົວສະເໜີ  ສ່ວນ​ໃຫຍ່​ແລ້ວ​ສາວໆມັກ​ຈະ​ນິຍົມ​ພົກພາສະ​ເປ​ພິກ​ໄທ​ຕິດ​ຕົວແຕ່​ຖ້າ​ສຸກ​ເສີນ​ແທ້ໆບໍ່​ວ່າ​ຈະ​ເປັນ​ສະ​ເປ​ດັບ​ກິ່ນ​ຕົວຫລື​ສະ​ເປ​ອື່ນໆກໍ​ສາມາດ​ໃຊ້​ໄດ້​ຄືກັນ​ໝົດ​ພຽງ​​ສີດ​ໃຫ້​ຖືກ​ຕາ​ເທົ່າ​ນັ້ນ
4.
ເຮັດ​ຕົວ​ບໍ່​ໃຫ້ເປັນ​ຈຸດ​ສົນ​ໃຈ ການເຮັດ​ຕົວ​ລຽບໆແຕ່ງ​ໜ້າແຕ່ງ​ຕົວ​ທຳມະດາຈະ​ເຮັດໃຫ້​ເຮົາ​ກົມ​ກືນ​ກັບ​ຄົນ​ທົ່ວ​ໄປ​ແລະ​ບໍ່​ຕົກ​ເປັນ​ເປົ້າ​ສາຍ​ຕາ​ຂອງ​ຄົນ​ຮ້າຍ​

5. ຈົ່ງ​ເລັບ​ແຫລມໆ  ຢ່າ​ຕັດ​ເລັບ​ສັ້ນ​ຈົນ​ເກີນ​ໄປຄວນ​ທີ່​ຈະ​ເຫລືອ​ປາຍ​ເລັບ​ເອົາ​ໄວ້​ນຳເພາະ​ມັນ​ສາມາດ​ທີ່​ຈະ​ໃຊ້​ເປັນ​ອາ​ວຸດ​ຂອງ​ເຮົາ​ໄດ້​ເປັນ​ຢ່າງ​ດີເຊັ່ນຍິກ,ຂ່ວນຫລື​ແທງ​ຕາເປັນ​ຕົ້ນ
6. ບໍ່​ຄວນ​ພົກ​ອາ​ວຸດ​ມີຄົມ
ທີ່​ບອ-ວ່າ​ບໍ່​ຄວນ​ພົກ​ອາ​ວຸດ​ມີຄົມ​ເຊັ່ນ ມີດ​ ກໍ​ເພາະ​ວ່າ​ຄົນ​ພົກ​ອາດຈະ​ບໍ່​ໄດ້​ໃຊ້ແຕ່​ກັບ​ກາຍ​ເປັນ​ວ່າ​ໂຈນ​ຈະ​ເອົາ​ມາ​ໃຊ້​ທຳ​ຮ້າຍ​ເຮົາ​ແທນດັ່ງ​ນັ້ນ​ໃຫ້​ຫລີກ​ລ້ຽງ​ການ​ພົກ​ອາ​ວຸດ​ມີ​ຄົມ​ແລ້ວ​ປ່ຽນ​ມາ​ພົກ​ພວກ​ບິກ​ຫົວ​ແຫລມ​ແທນ​ຈະ​ດີກວ່າ
7. ລົມ​ໂທ​ສັບ​ມື​ຖື
ຢ່າງ​ນ້ອຍ​ກໍ​ເພື່ອ​ໃຫ້​ຄົນ​ຮ້າຍ​ບໍ່​ກ້າ​ຄິດ​ຈະ​ເຮັດຫຍັງໃນຕອນ​ນັ້ນແລະ​ເພື່ອ​ໃຫ້​ປາຍ​ສາຍ​ສາມາດ​ທີ່​ຈະ​ຂໍ​ຄວາມ​ຊ່ວຍເຫລືອ​ແທນ​ເຮົາ​ໄດ້​ຫາກ​ເກີນ​ເຫດການ​ສຸກເສີນ​ຂຶ້ນ​ມາ​ແທ້ໆຊຶ່ງ​ວິທີ​ນີ້​ເໝາະ​ຫລາຍ​ໆສຳລັບ​ການ​ທີ່​ຕ້ອງ​ຂຶ້ນ​ແທັກ​ຊີ້ຄົນ​ດຽວ
8. ໂຍນ​ກະ​ເປົ໋າ​
ເມື່ອ​ກຳ​ລັງ​ຕົກ​ຢູ່ໃນ​ສະຖານນະການ​ນັ້ນ​ແທ້ໆໃຫ້​ໂຍນ​ກະ​ເປົ໋າ​ໄປ​ໃນ​ທິດ​ທາງ​ກົງ​ກັນ​ຂ້າມໃຫ້ໄກຈາກຕົວເຮົາເພື່ອ​ໃຫ້​ຄົນ​ຮ້າຍ​ສັບສົນ​ລະຫວ່າງ​ຂອງ​ມີ​ຄ່າ​ກັບ​ຕົວ​ເຮົາແລ້ວ​ໃຫ້​ຮີບ​ໃຊ້​ຈັງ​ຫວະ​ນັ້ນ​ແລ່ນ​ໜີ​ໃຫ້​ໄວ​ທີ່ສຸດ
9. ໃຊ້​ແຂ້ວ​ກັດ
ເຮັດ​ນຽນໆໃຫ້​ຄົນ​ຮ້າຍ​ຕາຍ​ໃຈ​ແລ້ວ​ຄ່ອຍ​ອາໄສ​ຈັງ​ຫວະ​ຄົນ​ຮ້າຍ​ເຜີ​ໃຊ້​ແຂ້ວ​ກັດ​ໃຫ້​ບາດ​ເຈັບຈາກ​ນັ້ນ​ໃຫ້​ອາໄສ​ຈັງ​ຫວະ​ທີ່​ຄົນ​ຮ້າຍ​ກຳ​ລັງ​​ເຈັບ​ຮີບ​ແລ່ນ​ໜີ​ໃຫ້​ໄວ​ທີ່ສຸດ
10. ເຮັດ​ຕົວ​ໃຫ້​ອຸ​ບາດໆໄວ
  ຫາກ​ຕົກ​ຢູ່ໃນ​ສະຖານະການ​ນັ້ນຖ້າ​ເປັນ​ໄປ​ໄດ້​ກໍ​ໃຫ້​ເຮັດ​ຕົວ​ໃຫ້​ອຸ​ບາດ​ເຂົ້າ​ໄວ້ຢ່າງ​ຍ່ຽວໄດ້​ຍ່ຽວ, ຖ່າຍໜັກ​ໄດ້​ຖ່າຍໜັກຫລື​ຮາກໃສ່​ໜ້າ​ຄົນ​ຮ້າຍ​ໄປ​ເລີຍແລ້ວ​ເບິ່ງ​ດຸ​ວ່າ​ຈະ​ຍັງມີ​ອາລົມ​ຢູ່​ບໍ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...