Homeນານາສາລະ ໂອວັນຕິນ! ສຸດຍອດສານກໍາຈັດແມງສາບ

ໂອວັນຕິນ! ສຸດຍອດສານກໍາຈັດແມງສາບ

Published on

ผก

ແມງສາບເປັນແມງທີນິດໄສບໍ່ດີມັກກັດ ທໍາຮ້າຍເຂົ້າຂອງ ຂັບຖ່າຍສິ່ງສົກກະປົກສົ່ງກິ່ນເໝັນ ແລະ ແຜ່ກະຈາຍເຊື່ອໂລກມາສູ່ຄົນເຮົາໄດ້ຢ້່າງຫຼວງຫຼາຍ ແລະ ສານກໍາຈັດແມງສາບທີ່ວ່ານີ້ ເຊິ່ງເບິ່ງແລ້ວມັນເປັນສ່ວນປະສົມທີ່ທໍາມະດາໆ ທີ່ສາມາດເຮັດໃຫ້ ແມງສາບກັບໄປຕາຍທີ່ຮັງຂອງມັນໄດ້ສໍາເລັດ ມີ: ຊີມັງ(ຊີເມັນ) ແປ້ງເຂົ້າຈ້າວຜົງ ແລະ ໂອວັນຕິນຜົງ.

ນໍາສ່ວນປະສົມທັງ 3 ຊະນິດມາປະສົມໃຫ້ເຂົ້າກັນ ແລ້ວເອົາໄປວ່າງໄວ້ບ່ອນທີ່ແມງສາບມັກຢູ່ ພ້ອມທັງນໍາເອົານໍ້າໃຫ້ຖາດໄປວາງໄວ້ໃກ້ໆ ແມງສາບຈະມາກິນສານດັ່ງກ່າວ ແລະ ນໍ້າ ທີ່ເຮົາກຽມໄວ້ແລ້ວກໍ່ຈະກັບໄປຕາຍທີ່ຮັງຂອງມັນ, ຊຶ່ງເປັນວິທີກໍາຈັດແມງສາບທີ່ບໍ່ມີພິດຕົກຄ້າງ ແລະ ບໍ່ເປັນອັນຕະລາຍຕໍ່ກັບມະນຸດຄືກັບ ການກໍາຈັດແມງສາບ ໂດຍການໃຊ້ສານເຄມີສີດ.

ສ່ວນປະກອບ ທໍາມະດາຂອງສານກໍາຈັດສາບທີ່ນໍາມາປະສົມກັນນີ້ຈະມີຄຸນສົມບັດ ແລະ ໜ້າທີ່ແຕກຕ່າງກັນໄປຄື:

1 ໂອວັນຕິນ ຈະເປັນສານໂຕທີ່ເຮັດໃຫ້ແມງສາບ ມາກິນສານດັ່ງກ່າວ.

2 ແປ້ງເຂົ້າຈ້າວຈະເຮັດໃຫ້ແມ່ງສາບຄໍແຫ້ງຫີວນໍ້າຕ້ອງຫານໍ້າກິນເຂົ້າໄປ

3 ສ່ວນຊີມັງ ສານໂຕສໍາຄັນເມື່ອຖືກນໍ້າກໍ່ຈະແຂງໂຕ ແລ້ວຈະເຮັດໃຫ້ແມ່ງສາບຈຸກແໜ້ນທ້ອງ ແລະ ຂີ້ຄາກົ້ນຕາຍ.

ທຸກຄົນ ທຸກເຮືອນສາມາດຜະລິດສານກໍາຈັດແມງສາບແບບງ່າຍໆນີ້ ແລະ ນໍາໄປໃຊ້ໄດ້ເອງຢ່າງປອດໄພ ບໍ່ມີສານພິດຕົກຄ້າງໃຫ້ເປັນຕະລາຍຕໍ່ຊີວິດ.

>>ຂອບໃຈແຫຼ່ງຂໍ້ມູນhttp://www.prd.go.th/ewt_news.php?nid=101949&filename=index5

 

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...