spot_img
Home​ຂ່າວບັນເທິງ“ໂຊນ່ານ” ນັກຮ້ອງນ້ອງໃໝ່ທີ່ໜ້າສົນໃຈ ກັບ Single ທຳອິດ

“ໂຊນ່ານ” ນັກຮ້ອງນ້ອງໃໝ່ທີ່ໜ້າສົນໃຈ ກັບ Single ທຳອິດ

Published on

sn

“ໂຊນ່ານ ຫຼື ອານຸລັກ ພະໄຊສີສຸນົນ” ນັກຮ້ອງນ້ອງໃໝ່ທີ່ມາພ້ອມນ້ຳສຽງ ທີ່ເປັນເອກະລັກ ແລະ ຄວາມສາມາດທີ່ພຽບພ້ອມທີ່ ຫາກໍແຈ້ງເກີດໃນວົງການບັນເທີງລາວ. “ໂຊນ່ານ ມີຖິ່ນຖານກຳເນີດມາຈາກ ດິນແດນກຸຫລາບແຫ່ງນ້ຳສອງສີ ເມືອງ ປາກຊັນ ແຂວງ ບໍລິຄຳໄຊ” ທີ່ມາສຶກສາ ຮ່ຳຮຽນທີ່ມະຫາວິໄລແຫ່ງຊາດ ແລະ ດຳລົງຊີວິດຢູ່ໃນນະຄອນຫຼວງວຽງຈັນ “ໂຊນ່ານ” ເປັນຄົນທີ່ມັກຮັກໃນສຽງເພງ ແລະ ວົງການບັນເທີງເປັນຊີວິດຈິດໃຈ ມັກຊອກຮູ້ສະແຫວງຫາສິ່ງໃໝ່ໆຢູ່ສະເໝີ ສາມາດພັດທະນາຕົນເອງ ທີ່ສາມາດສານຝັນໃຫ້ເປັນຈິງໄດ້ ແລະ ໄດ້ຮັບລາງວັນຈາການປະກວດນັກຮ້ອງ ມວນຊົນສຽງດີຄັ້ງທີ 2 ວິທະຍຸສາກົນແຫ່ງປະເທດຈີນ (CRI) ຈັດຂຶ້ນໃນປີ 2012 ໂດຍໄດ້ຮັບລາງວັນທີ 2. ໃນວົງການບັນເທີງ “ໂຊນ່ານ” ກໍເຄີຍເປັນນັກຮ້ອງຕາມຮ້ານອາຫານ, DJ, ໂຄສົກ ແລະ ພິທີກອນ…
ໃນຕອນນີ້ “ໂຊນ່ານ” ໄດ້ຜະລິດເພງທຳອິດຂອງຕົນເອງອອກສູ່ສັງຄົມ ເຊິ່ງເປັນຜົນງານເພງທີ່ມີຊື່ວ່າ: ທົນເພື່ອຫຍັງ ໂດຍໃຊ້ສາຍາວ່າ “Sonarn Destination” ສຳລັບຜົນງານເພງນີ້ “ໂຊນ່ານ” ໄດ້ປະພັນຂຶ້ນດ້ວຍຕົນເອງ ໂດຍອາໄສຫຼັກການແລະປະສົບການ ໃນການຫຼິ້ນດົນຕຣີ ແລະ ຮ້ອງເພງໃນການປະພັນ. ເຊິ່ງຜົນງານເພງນີ້ແມ່ນໄດ້ຖ່າຍທອດ ມາຈາກຊີວິດຈິງຂອງໂຊນ່ານເອງ ມີເນື້ອຫາກ່ຽວກັບຄວາມຮັກທີ່ບໍ່ສົມຫວັງ ຮັກເຂົາຂ້າງດຽວທັ້ງໆ ທີ່ເຂົາເຈົ້າບໍ່ມີໃຈໃຫ້ເລີຍ ແຕ່ຕົນເອງກໍຕ້ອງທົນເພາະຕົນເອງ ຮັກຄົນນັ້ນຫຼາຍປະມານນັ້ນເນາະ! ສຳລັບເພງນີ້ອາດຈະຖືກໃຈກັບຫຼາຍໆ ຄົນທີ່ຕົກຢູ່ໃນສະພາບດຽວກັນກັບເພິ່ນ ກໍເປັນໄດ້. ນອກນັ້ນ ກໍໄດ້ທີມງານຂອງ Sky Thakhek ມາຮ່ວມສະແດງ ແລະ ຖ່າຍທຳຮ່ວມກັນອີກດ້ວຍ. ພ້ອມທັງໄດ້ນາງ Music Video ໜ້າໃໝ່ມາຮ່ວມສະແດງ ເຊິ່ງ “ໂຊນ່ານ” ເອງກໍບໍ່ເຄີຍຖ່າຍ Music Video ມາກ່ອນຈຶ່ງເຮັດໃຫ້ທັງສອງຕ້ອງໄດ້ ຊ້ອມບົດກັນຫຼາຍພໍສົມຄວນ ແຕ່ທີມງານເພິ່ນກໍໄດ້ເຮັດຢ່າງເຕັມທີ່ ທຸກໆຄົນໃຫ້ຄວາມສຳຄັນກັບການສ້າງ ຜົນງານເພງນີ້ຫຼາຍ. ແລ້ວກໍໄດ້ມີການປ່ອຍອອກອາກາດ ໃນວັນທີ 19 ເດືອນ ມັງກອນ 2015 ທີ່ຜ່ານມາເທິງ Social Network ໄປເປັນທີ່ຮຽບຮ້ອຍແລ້ວ. ແຕ່ທາງວິທະຍຸ ແລະ ໂທລະພາບສາມາດຕິດຕາມໄດ້ໃນໄວໆນີ້ເດີ້.
ສຳລັບມິວສິກວີດີໂອສາມາດຮັບຊົມໄດ້ແລ້ວ ເທິງ YouTube ແລະ ສາມາດຕິດຕາມການເຄື່ອນໄຫວ ຂອງສິລະປິນທ່ານນີ້ໄດ້ທາງ Facebook ທີ່: Sonarn Destination. ແລ້ວເພິ່ນຍັງບອກອີກວ່າຍັງຈະມີເພງໃໝ່ ອອກມາໃຫ້ເບິ່ງກັນອີກເຊິ່ງເປັນເພງທີ່ມີ ເນື້ອຫາທີ່ຕໍ່ເນື່ອງກັນຈາກເພງ ທົນເພື່ອຫຍັງນີ້ ຈະເປັນເພງໃດນັ້ນຖ້າຕິດຕາມເບິ່ງ ໄປພ້ອມໆ ກັນເນາະ!

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...