Homeນານາສາລະ ມາຮູ້ຈັກເຄື່ອງ​ປະ​ດັບ​ທີ່​ກຳ​ລັງ​ຮິດ​ປີ 2015 ຫິນ​ສີ​ນຳ​ໂຊກ

ມາຮູ້ຈັກເຄື່ອງ​ປະ​ດັບ​ທີ່​ກຳ​ລັງ​ຮິດ​ປີ 2015 ຫິນ​ສີ​ນຳ​ໂຊກ

Published on

     ເຄື່ອງ​ປະ​ດັບ​ທີ່​ກຳ​ລັງ​ຮິດ​ປີ 2015 ຫິນ​ສີ​ນຳ​ໂຊກຕາມ​ມື້​ເກີດໃຜ​ກຳ​ລັງ​ເລັງ​ຫາ​ຊື້​ປະລັກແຂນ​ຫິນ​ສີ​ສຸດ​ຮິດແຕ່​ກຳ​ລັງ​ມຶນເພາະ​ມີ​ຫລາຍ​ສີຫລາຍ​ແບບ​ເຫລືອ​ເກີນເອົາ​ລະມາ​ເບິ່ງ​ຄວາມຫມາຍ​ຂອງ​ແຕ່​ລະ​ສີ​ແບບ​ກັນ​ດີກວ່າຈະ​ໄດ້​ເລືອກ​ຊື້​ກັນ​ງ່າຍ​ຂຶ້ນ ເບິ່ງ​ສີ​ທີ່​ເປັນ​ມົງ​ຄຸນຕາມ​ມື້​ເກີດ​ກັນ​ກ່ອນ​ດີກວ່າວ່າ​ເຮົາ​ເໝາະ​ກັບ​ຫິນ​ສີ​ຫຍັງ 

ຫິນ​ສີ​ຂຽວ  ເປັນ​ຫິນ​ທີ່​ເສີມ​ພະລັງ​ດ້ານ​ການ​ເຈນລະຈາເໝາະ​ກັບນັກ​ທຸລະກິດນັກ​ເວົ້າຫລື​ຜູ້​ທີ່​ຕ້ອງ​ເຈນລະຈາ​ຕໍ່​ຮອງເປັນ​ຫິນ​ທີ່​ສົ່ງ​ເສີມ​ໃຫ້​ອະນາຄົດ​ຂອງ​ເຈົ້າ​ດີ​ຂຶ້ນແລະ​ຊ່ວຍ​ໃຫ້​ເຂົ້າ​ສະ​ມາ​ທິ​ໄດ້​ໄວໃນ​ດ້ານ​ຄວາມ​ເຊື່ອຖ້າ​ຫິນ​ມີ​ພະລັງ​ແຮງ​ສັ່ນ​ສະ​ເທືອນມີ​ຄວາມຫມາຍ​ໃນ​ດ້ານ​ການ​ເຕືອນ​ໄພ​ອຸບັດເຫດ​ທີ່​ຈະ​ເກີດ​ຄ່ອນ​ຂ້າງ​ສູງເປັນ​ການ​ເຕືອນ​ໄພ​ລ່ວງ​ໜ້າຫິນ​ຈະ​ເຮັດ​ຫນ້າທີ່​ປົກ​ປ້ອງ​ຄຸ້ມ​ຄອງ​ຕ້ານ​ພະລັງ​ຮ້າຍຈົນ​ບາງຄັ້ງເຮັດໃຫ້​ຫິນ​ແຕກມີ​ຮອຍ​ລ້າວ​ເກີດ​ຂຶ້ນ​ໄດ້

1

ຫິນ​ສີ​ແດ  ຫິນ​ທີ່​ດຶງ​ດູດ​ຄວາມມັ່ງຄັ່ງ​ລ້ຳລວຍຊ່ວຍ​ແກ້​ບັນຫາ​ໄດ້​ຢ່າງ​ງ່າຍ​ດາຍ​ເຮັດໃຫ້​ເຈົ້າ​ຂອງ​ຫມັ້ນຄົງ​ທາງ​ອາລົມຊ່ວຍ​ໃນ​ການ​ຕັດ​ສິນ​ໃຈຫາກ​ເອາໄວ້​ຕິດ​ຕົວ​ຈະ​ເຮັດໃຫ້​ມີ​ສະເໜ່​ຕໍ່​ເພດ​ກົງກັນຂ້າມຊ່ວຍ​ປ້ອງ​ກັນ​ຈາກ​ສິ່ງ​ຊົ່ວ​ຮ້າຍລວມ​ເຖິງ​ໂລກໄພ

OLYMPUS DIGITAL CAMERA

ຫິນ​ສີບົວ ເປັນ​ສັນຍະລັກ​ແຫ່ງ​ຄວາມ​ຮັກຈະ​ຊ່ວຍ​ເຮັດໃຫ້​ຄູ່​ຮັກ​ຮັກ​ກັນ​ຫລາຍ​ຍິ່ງ​ຂຶ້ນມີ​ເລື່ອງ​ຜິດຖຽງກັນ ນ້ອຍ​ລົງ​ແລະ​ຍັງ​ຊ່ວຍ​ເຮັດໃຫ້​ເຂົ້າໃຈ​ຊຶ່ງ​ກັນ​ແລະ​ກັນ​ຫລາຍ​ຂຶ້ນກວ່າ​ເກົ່າກຳຈັດ​ຄວາມ​ຮ້າຍກຽດຊັງຫລື​ການ​ອິດສາບັງບຽດຄົົນທີ່​ອົກ​ຫັກ​ຈະ​ຊ່ວຍ​ໃຫ້​ຮູ້ສຶກ​ຮັກ​ຕົວ​ເອງ​ຫລາຍ​ຂຶ້ນ

3

ຫິນ​ສີ​ຟ້າ   ເປັນ​ຫິນ​ທີ່​ມີ​ພະລັງ​ຫລາຍຊ່ວຍ​ສ້າງ​ສະຕິປັນຍາຄວາມ​ສະຫລຽວ​ສະຫລາດ​ໃຫ້​ແກ່​ຜູ້​ຄອບຄອງມີ​ພະລັງ​ໃນ​ການ​ແສ​ກົນ​ຄົນເຮັດໃຫ້​ເບິ່ງເຫັນ​ເລິກ​ເຂົ້າໄປ​ໃນ​ຈິດ​ໃຈ​ຂອງ​ຜູ້​ຄົນຊ່ວຍ​ໃຫ້​ຄວາມ​ແຂງ​ແຮງ​ກັບ​ທັງ​ຮ່າງກາຍ​ແລະຈິດ​ໃຈ​ປ້ອງ​ກັນ​ພະຍາດ​ຊຶມ​ເສົ້າ​ແລະ​ອາການ​ຜິດ​ປົກກະຕິ​ທາງ​ຈິດ

4

ສີຟ້າອອນ ເປັນ​ສັນຍະລັກ​ຂອງ​ຄວາມ​ສຸກແລະ​ມີ​ຄວາມ​ໜຸ່ມ​ເປັນ​ສາວ​ທີ່​ເປັນ​ອຳມະຕະເຮັດໃຫ້​ການ​ຕິດ​ຕໍ່​ສື່​ສານ​ກັບ​ຜູ້​ອື່ນ​ດີ​ຂຶ້ນລຸດ​ຄວາມ​ຢ້ານ,ລຸດ​ອາການ​ຄຽດ, ເຮັດໃຫ້​ຈິດ​ໃຈ​ສະຫງົບ,ສະຕິປັນຍາ​ດີມີ​ຈິດ​ໃຈ​ລະອຽດ​ອ່ອນ,ມີ​ຄວາມ​ຄິດ​ສ້າງສັນກ້າ​ຮັບ​ຜິດຊອບ​ໃນ​ການ​ກະທຳ​ຂອງ​ຕົນເອງ

5

3  ຫິນສີເຫລືອງ ແລະ ສີສົ້ມ ເປັນ​ສັນຍະລັກ​ຂອງ​ຄວາມມັ່ງຄັ່ງ​ລ້ຳລວຍ​ຈະ​ນຳ​ຄວາມ​ອຸດົມ​ສົມບູນ​ແລະ​ໂຊ​ລາບ​ມາສູ່​ຜູ້ເປັນ​ເຈົ້າ​ຂອງສວມ​ໃສ່​ຕິດ​ກາຍ​ໄວ້​ຫາກ​ມີ​ການ​ສື່​ສານ​ເຖິງ​ເລື່ອງ​ເງີນ​ທອງ​ຊັບ​ສິນ​ອາດ

6

ຫິນ​ສີ​ຂາ  ຊ່ວຍ​ເລັ່ງ​ການ​ຫລັ່ງ​ຮໍ​ໂມນ​ຊ່ວຍ​ລະບົບ​ການ​ໄຫລ​ວຽນ​ເລືອດແລະ​ການ​ເຜົາ​ຜານ​ອາຫານນອກ​ຈາກ​ນີ້ຊ່ວຍ​ໃນ​ເວລາ​ທີ່​ຕ້ອງ​ການ​ໃຊ້​ຄວາມ​ຄິດ​ຫລືການເຮັດ​ສະ​ມາ​ທິ​ຊ່ວຍ​ຄາຍ​ຄຽດ,ຄາຍ​ຄວາມ​ຮ້າຍແລະ​ຄວາມ​ເຈັບ​ປວດ​ທາງ​ກາຍ​ປັບ​ຈິດ​ໃຈ​

7

ຫິນ​ສີ​ມ່ວງ  ໃຜ​ທີ່​ຄິດ​ກັບ​ເຮົາ​ບໍ່​ດີ​ຄິດ​ຮ້າຍ​ສິ່ງ​ນັ້ນ​ກໍ​ຈະ​ຍ້ອນ​ກັບ​ໄປ​ຫາ​ຄົົນທີ່​ຄິດ​ບໍ່​ດີ ຈະປ່ຽນ​ສີ​ກໍ​ຕໍ່​ເມື່ອ​ຮັບ​ສິ່ງ​ທີ່​ບໍ່​ດີ​ແທນ​ເຮົາຮັກສາກ່ຽວກັບ​ສຸກຂະພາບພະຍາດ​ເລືອດພະຍາດ​ນອນ​ບໍ່​ຫລັບກຳຈັດ​ຄວາມ​ຄຽດ ຊ່ວຍ​ໃຫ້​ອາລົມ​ທີ່​ໂມ​ໂຫ​ຢູ່​ຜ່ອນ​ຄາຍ​ລົງ

 

8

ຫິນ​ສີ​ເທົາ   ຊ່ວຍ​ຟື້ນ​ຟູ​ພະລັງ​ທັງ​ກາຍ​ແລະ​ໃຈ​ໃຫ້​ແກ່​ຜູ້​ທີ່​ເລີ່ມ​ລົ້ມ​ເຈັບ​ແລະ​ເປັນ​ມາ​ດົນທັງ​ຜູ້​ທີ່​ຂາດ​ສະຕິຫລົງ​ລືມ​ງ່າຍລວມ​ໄປ​ເຖິງ​ຄວາມ​ຈຳ​ເສື່ອມອາ​ການຫົດ​ຫູ່ທໍ້​ແທ້ໃຫ້​ຜ່ອນ​ຄາຍ​ໄດ້​ວ່ອງໄວຊ່ວຍ​ຜູ້​ມີ​ຄວາມ​ປະສົງ​ໃນ​ການ​ເຊົາເຫລົ້າ,ສູບຢາຫລື​ຢາ​ເສບ​ຕິດ​ຕ່າງໆໄດ້ດີອີກ​ທັງ​ຍັງ​ນຳ​ພາ​ຊຶ່ງ​ຄວາມສະຫງົບສຸກຄວາມ​ໂຊ​ກດີ ລົບ​ລ້າງ​ພະລັງ​ລົບ​ທັງ​ຫລາຍ​ໃຫ້​ໝົດ​ສິ້ນ

9

ຫິນສີດຳ         ໃຊ້​ໃນ​ການເຮັດວຽກງານ​ຈະຈະເລີນ​ກ້າວ​ໜ້າຫາກ​ໃຊ້​ດຳ​ເນີນ​ທຸລະກິດ​ຈະເລີນ​ຮຸ່ງເຮືອງນິ້ເປັນ​ຄຸນສົມບັດຕົ້ນໆ

10

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...