ເຄັດລັບຫລຸດຈຸດດ່າງດຳດ້ວຍພະລັງທຳມະຊາດ

1

ເຖິງແມ່ນວ່າ​ບັນດາ​ຈຸດ​ດ່າງ​ດຳ​ທັງ​ຫລາຍ​ເມື່ອ​ເກີດ​ຂຶ້ນ​ແລ້ວ​ຈະ​ບໍ່​ມີ​ອັນຕະລາຍ​ໃດໆຕໍ່​ຮ່າງກາຍ​ຂອງ​ເຮົາແຕ່​ມັນ​ກໍ​ຈະ​ຢູ່​ກວນ​ໃຈ​ສາວໆໄປ​ອີກ​ດົນ​ກວ່າ​ຈະ​ຈາງ​ລົງເຮັດໃຫ້​ເສຍ​ຄວາມຫມັ້ນ​ໃຈ​ແລະ​ກັງ​ວົນ​ເຖິງ​ບຸກຄະລິກ​ໜ້າ​ຕາລວມ​ທັງ​ເຮັດໃຫ້​ແຕ່ງ​ໜ້າ​ໄດ້​ຍາກ​ຂຶ້ນນໍາ​ອີກ​ມື້​ນີ້​ຈຶ່ງ​ຂໍ​ນຳ​ສະເໜີ​ໂຕ​ຊ່ວຍ​ຈາກ​ພະລັງ​ທຳມະຊາດທີ່​ຈະ​ມາ​ປາບ​ຈຸດ​ດ່າງ​ດຳ​ໃຫ້​ຫລຸດ​ອອກ​ຢ່າງ​ໄດ້​ຜົນແຖມ​ຍັງ​ປອດ​ໄພ​ແລະ​ປະ​ຫຍັດຮັບຮອງ​ວ່າ​ຈະ​ຕ້ອງ​ຕິດ​ໃຈ​ວິທີ​ເບິ່ງແຍງ​ຜິວ​ເຫລົ່າ​ນີ້​ແນ່ນອນ

1

ນ້ຳ​ນົມ 
ໃນ​ນ້ຳ​ນົມ​ມີ​ກົດ​ແລັກ​ຕິກ​ເຊິ່ງ​ກົດ​ຕົວ​ນີ້​ຈະ​ຊ່ວຍ​ໃຫ້​ຜິວ​ຂອງ​ເຮົາ​ຂາວ​ກະ​ຈ່າງ​ໃສ​ຂຶ້ນນອກ​ຈາກ​ນີ້ຄຸນສົມບັດ​ອີກ​ຢ່າງ​ຂອງ​ນົມ​ສົດ​ກໍ​ຄື​ການ​ປັບ​ຜິວ​ໃຫ້​ນຸ່ມ​ຊຸ່ມ​ຊື່ນ​ແລະ​ລຽບ​ນຽນ​ໜ້າ​ສຳ​ຜັດສ່ວນ​ວິທີ​ການ​ນຳ​ນ້ຳ​ນົມ​ມາ​ປົນກັບ​ຜິວ​ກໍ​ເຮັດ​ໄດ້​ງ່າຍ​ຫລາຍ​ພຽງ​ແຕ່​ນຳ​ສຳ​ລີ​ແຜ່ນ​ທີ່​ສະ​ອາດ​ຈຸ່ມ​ນ້ຳ​ນົມ​ໃຫ້​ຊຸ່ມ​ແລ້ວ​ນຳ​ມາ​ແປະ​ເປັນ​ມາກ​ທີ່​ມີ​ຈຸດ​ດ່າງ​ດຳ​ເທິງ​ໜ້າ​ຫລື​ຈະ​ແປະ​ໃຫ້​ທົ່ວ​ທັງ​ໜ້າ​ເລີຍ​ກໍ​ໄດ້ຖິ້ມ​ໄວ້​ປະ​ມານ15ນາ​ທີ​ຈາກ​ນັ້ນ​ລ້າງ​ອອກ​ດ້ວຍ​ນ້ຳ​ສະ​ອາດພຽງ​ເທົ່າ​ນີ້ ​ກໍ​ຈະ​ຮູ້ສຶກ​ເຖິງ​​ຫນ້າທີ່​ນຽນ​ນຸ້ມ​ແລະ​ກະ​ຈ່າງ​ໃສ​ຕັ້ງ​ແຕ່​ເທື່ອ​ທໍາອິດທີ່ໃຊ້

2

ຫວ້ານຫາງແຂ້
ສະ​ໝຸນ​ໄພ​ຊັ້ນ​ດີ​ຊຶ່ງ​ຖື​ວ່າ​ເປັນ​ອີກ​ໜຶ່ງ​ຕົວ​ຊ່ວຍ​ໃນ​ວິ​ຖີ​ທຳມະຊາດ​ທີ່​ມີ​ປະ​ສິດ​ທິ​ພາບແລະ​ຍັງ​ມາ​ພ້ອມ​ສັບ​ພະຄຸນ​ທີ່​ຫລາກ​ຫລາຍວິທີ​ການ​ໃຊ້​ຄືນຳ​ວຸ້ນ​ທີ່​ລ້າງ​ຢາງ​ອອກ​ແລ້ວ​ຈາກ​ຕົ້ນ​ຫວ້ານ​ຫາ​ງ​​ເຂ້​ສົດໆມາ​ຖູ​ບໍລິເວນ​ທີ່​ມີ​ຮ່ອງຮອຍ​ແລະ​ຈຸດ​ດ່າງ​ດຳ​ເທິງ​​ໜ້າປ່ອຍ​ຖິ້ມ​ໄວ້​ໃຫ້​ແຫ້ງ​ປະ​ມານ30-45ນາ​ທີ​ແລ້ວ​ຈຶ່ງ​ລ້າງ​ອອກ​ດ້ວຍ​ນ້ຳ​ສະ​ອາດຫວ້ານ​ຫາ​ງ​​ເຂ້​ນອກ​ຈາກ​ຈະ​ຊ່ວຍ​ຫລຸດ​ຮ່ອງ​ຮອຍ​ແລະ​ຈຸດ​ດ່າງ​ດຳ​ແລ້ວ​ຍັງ​ເຮັດໃຫ້​ຜິວ​ນຸ້ມ​ເພາະ​ເຕີມ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ຜິວ​ໄດ້​ດີ​ນໍາອີກ​

3

ນ້ຳ​ໝາກ​ນາວ 
ກົດ​ອ່ອນໆຂອງ​ນ້ຳ​ມະ​ນາວ​ຄືຕົວ​ຊ່ວຍ​ຊັ້ນ​ດີ​ໃນ​ການເຮັດໃຫ້​ຜິວ​ງາມ​ໃສທັງ​ຍັງ​ຊ່ວຍ​ຫລຸດ​ເລືອນ​ຮ່ອງຮອຍ​ຮອຍ​ແລະ​ຈຸດ​ດ່າງ​ດຳນັບ​ເປັນ​ຕົວ​ຊ່ວຍ​ເບິ່ງແຍງ​ຜິວ​ຊັ້ນ​ດີ​ທີ່​ສາວໆບໍ່​ຄວນ​ເບິ່ງຂ້າມວິທີ​ໃຊ້​ຄື​ນຳ​​ແພສະອາດ​ຈຸ່ມ​ນ້ຳ​ໝາກ​ນາວ​ແລ້ວ​ແຕ້ມ​ທີ່​ຈຸດ​ດ່າງ​ດຳ​ມື້​ລະ​ສອງ​ເທື່ອ​ໃນ​ຕອນ​ເຊົ້າ​ແລະ​ຕອນ​ແລງນອກ​ຈາກ​ນີ້​ຄວນ​ປິ່ນປົວ​ຄວາມ​ສະ​ອາດ​ໂດຍ​ການ​ລ້າງ​ໝາກນາວ​ໃຫ້​ດີ​ກ່ອນ​ໃຊ້ງານ​ນໍາອີກ