ໃສ່ເກີບສົ້ນສູງແນວໃດບໍ່ໃຫ້ກັດຕີນ

1

 

ສາວໆ​ຄົນໃດກໍ່ມັກ “​ເກີບສົ້ນ​ສູງ” ກັນ​ທັງ​ນັ້ນ ເພາະ​ວ່າ​ເຮັດໃຫ້​ເຮົາ​ເບິ່ງສູງງາມ ສະ​ຫງ່າ ຫຸ່ນ​ພຽວ​ຂຶ້ນ​ໄດ້​ແຕ່​​ເກີບ​ສົ້ນ​ສູງ​ຄູ່​ງາມກໍ​ຈະຫາຄູ່ທີ່ໃສ່​ສະບາຍ​ຍາກ​ແສງຍາກມື້​ນີ້ລາວໂພສ ຈຶ່ງ​ເອົາ​ເຄັດ​ລັບການ​ໃສ່​ສົ້ນ​ສູງ​ຄູ່​ງາມ​ບໍ່​ໃຫ້​ກັດ​ຕີນມາ​ຝາກ​ກັນ​

1.ວາດສະ​ລີນ ຊ່ວຍ​ໄດ້ ວາດສະ​ລີນ​ປິ​ໂຕ​ລ່ຽມ​ເຈນສາລະພັດ​ປະໂຫຍດ​ທີ່​ເຮົາ​ໃຊ້​ທາຕັ້ງ​ແຕ່​ຮີມສົບ,ແຂນສອກ, ນີ້​ແຫລະ​ລອງ​ເອົາ​ມາ​ທາ​ບໍລິເວນ​ບ່ອນທີ່ເກີບກັດຈະເຮັດໃຫ້ມັນມື່ນ​ຂຶ້ນແລະ​ລຸດ​ການ​ຮຸກຖູ​ກັບ​ຜິວ​ຕີນ​ເຮົາ​ໄດ້​

2

2.ແນວຕິດສົ້ນເກີບ ບາງ​ທີ​ການ​ທີ່​ເກີບກັດ​ກໍ​ບໍ່​ໄດ້​ມາ​ຈາກ​ເກີບ​ຂອບ​ແຂງ​ສະເໝີ​ໄປ​ອາດຈະ​ມາ​ຈາກ​ການ​ເກີບບໍພໍດີກັບຕີນເຊັ່ນ​ເຮົາ​ໃສ່​ເບີ 37 ຫລວມ​ໄປ ແຕ່​ເບີ 36 ກໍ​ແໜ້ນ​ໄປ ແຜ່ນ​ເສີມ​ຮອງ​ຕີນ​ຈະ​ຊ່ວຍ​ໃຫ້​ເກີບ​ພໍ​ດີ​ຂຶ້ນແລະ​ບໍ່​ກັດ​

3

3.ທຽນ​ໄຂ ໃນ​ກໍລະນີ​ທີ່​ເກີບ​ກັດ​ຕີນກໍ່ເພາະ​ວ່າ​ຂອບ​ຂອງ​ເກີບ​ແຂງ​ໄປ​ໃຫ້​ສາວໆ​ເອົາ​ທຽນ​ໄຂ​ມາ​ຖູໆບໍລິເວນ​ຂອບຈະ​ຊ່ວຍ​ໃຫ້​ມື່ນຂຶ້ນ​ແລະ​ລຸດ​ການ​ຮຸກຖູ​ໄດ້​

 

 4