ການກະໂດດໄກແບ່ງອອກເປັນ 4 ອົງປະກອບໃຫຍ່ຄື ຊ່ວງແລ່ນ, ຊ່ວງກະໂດດ, ຊ່ວງລອຍໂຕ ແລະ ຊ່ວງລົງພື້ນ.
ໃນຊ່ວງແລ່ນ ສິ່ງທີ່ສໍາຄັນທີ່ສຸດຄື ຄວາມສະໝໍ່າສະເໝີ ທ່ານຕ້ອງຝຶກກະໂດດອອກຈາກແຜ່ນບອຣ໌ດໃນຕໍາແໜ່ງເກົ່າທຸກໆຄັ້ງ ທີ່ທ່ານກະໂດດ ແລະ ສິ່ງສໍາຄັນອັນດັບສອງຄືຄວາມໄວ ທ່ານຕ້ອງພະຍາຍາມເລັ່ງຄວາມໄວຕັ້ງແຕ່ຈຸດເລີ່ມຕົ້ນ ຈົນເຖິງຈຸດສິນສຸດ ຫຼື ບ່ອນແຜ່ນບອຣ໌ດນັ້ນ ຄວາມໄວຂອງທ່ານຕ້ອງສູງທີ່ສຸດແລ້ວ ໝາຍຄວາມວ່າແຮງເຄື່ອນທີ່ຕ້ອງໄວຂຶ້ນເລື່ອຍໆ ຢ່າງຄົງທີ່ ນອກຈາກນີ້ທ່ານຕ້ອງມີພະລະກໍາລັງຢ່າງລົ້ນເຫຼືອໃນການທີ່ຈະປ່ຽນຄວາມໄວໃນການແລ່ນມາເປັນພະລັງໃນການກະໂດດ.
ໃນຊ່ວງກະໂດດ ມັນສໍາຄັນທີ່ທ່ານຈະຕ້ອງກະໂດດອອກຈາກແຜ່ນບອຣ໌ດຈຸດທີ່ຈະຕ້ອງກະໂດດໃຫ້ພໍດີ ແຕ່ກອ່ນທີ່ຈະເຖິງຈຸດນີ້ ເປັນຊ່ວງທີ່ເຮົາເອີ່ນວ່າ “Amortization Phase” ຄືເປັນຊ່ວງທີ່ທ່ານຕ້ອງຫຍໍ້ ກົ້ນລົງໜ້ອຍໜຶ່ງ ເພື່ອປ່ຽນຄວາມໄວຈາກການແລ່ນໃຫ້ເປັນພະລັັງທີ່ຈະດີດໂຕຂຶ້ນໄປໃນຊ່ວງກະໂດດ ພໍເຖີງຈຸດນີ້ ທ່ານຕ້ອງເອົາຂາ ດ້ານໜຶ່ງທີ່ບໍ່ໄດ້ໃຊ້ກະໂດດ (Free Knee, None Take-off Leg) ກວາດມາໄວ້ດ້ານຫຼັງ ເພື່ອຊ່ວຍປ່ຽນແຮງກະໂດດ ຈາກແນວຕັ້ງມາເປັນແນວນອນ.
ໃນຊ່ວງລອຍໂຕ ນັກກິລາແຕ່ລະຄົນກໍ່ມີເທັກນິກບໍ່ຄືກັນ ຊຶ່ງຫຼັກໆຈະມີເທັກນິກທີ່ເອີ່ນວ່າ Hang ນັກກິລາຈະຄົງລັກສະນະຄືກັບຖືກ ແຂວນ ຢູ່ກາງອາກາດ, ເທັກນິກ Sail ຄືເທັກນິກທີ່ແປໄດ້ກົງເລີຍວ່າ ນັກກິລາຈະຄືກັບ ລອຍ ໄປຕາມອາກາດ ໂດຍເອົາສ່ວນກົ້ນນໍາໄປກ່ອນ ຫຼືເທັກນິກ Hitch Kick ຊຶ່ງນັກກິລາຈະທໍາທ່າແກວ່ງຂາ ຄືກັບແລ່ນຢູ່ກາງອາກາດ ທີ່ຈິງແລ້ວຂັ້ນຕອນທີ່ຢູ່ກາງອາກາດນີ້ທາງເທັກນິກ ເປັນຂັ້ນຕອນທີ່ສໍາຄັນໜ້ອຍທີ່ສຸດ ເພາະທ່ານລອຍຢູ່ກາງອາກາດແລ້ວ ທ່ານກໍ່ພຽງແຕ່ພະຍາຍາມລອຍໂຕຢູ່ໃຫ້ໄດ້ດົນທີ່ສຸດ.
ຊ່ວງລົງພື້ນ ນີ້ເປັນຊ່ວງທີ່ສໍາຄັນຕໍ່ການຕັດສິນແພ້ຊະນະໄດ້ ເພາະທ່ານອາດເຮັດໃຫ້ຍາວອອກໄດ້ເຖິງເຄີ່ງແມັດ ຫຼື້ ໜຶ່ງແມັດໄດ້. ຂັ້ນຕອນນີ້ເປັນຊ່ວງການຢຽດຂາ (Leg Shoot) ຈະເປັນປະໂຫຍດ ໃນຊ່ວງນີ້ທ່ານຕ້ອງງໍປາຍຕີນ ເຂົ້າຫາໂຕເອງ ເອົາຫົວກົ້ມເຂົ້າຫາຫົວເຂົ່າ ຈາກນັ້ນຂະນະທີ່ລົ່ງສູ່ພື້ນຊາຍພະຍາຍາມດືງລໍາໂຕຂອງທ່ານເຂົ້າຫາສົ້ນຕີນໃຫ້ໄດ້ຫຼາຍທີ່່ສຸດ ສິ່ງນີ້ເປັນສິ່ງສໍາຄັນທີ່ສຸດ ແລະ ອາດເຮັດໃຫ້ທ່ານ ເສຍ ຫຼື ຊະນະການແຂ່ງຂັ້ນກະໂດດໄກໄດ້ເລີຍລະ.
>>ຂອບໃຈແຫຼ່ງທີ່ມາhttp://www.trueplookpanya.com/new/clipded/index/101