Homeຂ່າວການສຶກສາສຸດຍອດໄອເດຍ! ອຸປະກອນແປງເຊື້ອໄພພະລັງງານ ແສງຕາເວັນເກັບສາຫຼ່າຍໃນນໍ້າມາເປັນນໍ້າມັນ ສໍາລັບລົດ.

ສຸດຍອດໄອເດຍ! ອຸປະກອນແປງເຊື້ອໄພພະລັງງານ ແສງຕາເວັນເກັບສາຫຼ່າຍໃນນໍ້າມາເປັນນໍ້າມັນ ສໍາລັບລົດ.

Published on

ສຸດຍອດໄອເດຍ! ອຸປະກອນແປງເຊື້ອໄພພະລັງງານແສງຕາເວັນ ເກັບສາຫຼ່າຍ ໃນນໍ້າມາເປັນນໍ້າມັນສໍາລັບລົດ.

a3c00233

ໃນງານແຂ່ງຂັນການອອກແບບນານາຊາດ ນະກຸງໂຊລ ປະເທດເກົາຫຼີໃຕ້ ໃດ້ມີແນວຄິດນະວັດຕະກໍາທີ່ສຸດຍອດ ດ້ວຍອຸປະກອນແປງເຊື່ອໄພພະລັງງານແສງຕາເວັນ ທີ່ເກັບກ່ຽວສາຫຼ່າຍໃນຫ້ວຍໜອງຄອງບຶງ ແລ້ວແປງເປັນນໍ້າມັນສໍາລັບລົກຍົນໄດ້.

Yi Liu, Luo Jing ແລະ Jiang Yu-ning ສາມນັກອອກແບບໄດ້ມາພ້ອມກັບແນວຄິດນະວັດຕະກໍາທີ່ເອີ່ນວ່າ “Green Transformer” ອຸປະກອນແປງເຊື້ອໄພພະລັງງານແສງອາທິດ ທີ່ຈະຊ່ວຍຈັດນໍ້າມັນຊີວະພາບທີ່ມີຄຸນນະພາບຈາກ ສາຍຫ້ວຍນໍ້າ ລໍາທານຕ່າງໆດ້ວຍການລອຍອຸປະກອນຢູ່ເທິງໜ້ານໍ້າ ແລະ ຫາຈັບສາຫຼ່າຍກ່ອນນໍາໄປເຮັດປະຕິກິລິຍາເຄມີແບບສະເພາະທີ່ຢູ່ພາຍໃນໂຕຂອງອຸປະກອນ ຊຶ່ງສາມາດດືງນໍ້າມັນຊີວະພາບຈາກສ່ວນປະກອບແລ້ວປະໄວ້ໃນນັ້ນ ລໍຖ້າການເກັບຂຶ້ນໄປໃຊ້ກັບນໍ້າມັນລົດ

ວັດຖຸປະສົງຫຼັກຂອງງານປະກວດການແຂ່ງຂັນການອອກແບບນີ້ກໍ່ຄື ການສໍານຶກຮູ້ຂອງສັງຄົມ ແລະ ຄວາມຄຸ່ມຄ່າຂອງການຈັດງານທີ່ບໍ່ພຽງແຕ່ໃຫ້ປະສິດທິພາບຂອງການເຮັດວຽກ ແຕ່ຍັງຄໍານືງເຖິງຫຼັກກາຍະພາບ ທີ່ສາມາດໃຊ້ໄດ້ງ່າຍ ແລະ ເຂົ້າກັບລັກສະນະການໃຊ້ ອີກທັງຍັງມີຂະໜາດນ້ອຍ ງ່າຍຕໍ່ການເຄື່ອນຍ້າຍອີກດ້ວຍ.

41d1baa3

>>ຂອບໃຈທີ່ມາhttp://www.trueplookpanya.com/new/cms_detail/general_knowledge/ 20691

 

 

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ

ໃນຕອນບ່າຍວັນທີ 31 ສິງຫາ 2026 ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ນູຣລານ...

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2026 -2027 - ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ,...

ເຈົ້າໜ້າທີ່ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ ຢູ່ 2 ຈຸດ ກັກຕົວໄດ້ 139 ຄົນ.

ໃນທ້າຍອາທິດຜ່ານມາ ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ, ເວບພະນັນທາງອອນລາຍ ຢູ່ 2 ຈຸດຄື: ໂຮງແຮມ ແມັງ ໂກຣຟ ແລະ ອາພາດເມັ້ນ ກໍລໍລີ່ ຕັ້ງຢູ່ບ້ານຝາຍ...

ເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ 2 ຈຸດ ກັກຕົວໄດ້ 68 ຄົນ.

ໃນເວລາ 10:00 ໂມງ ຂອງວັນທີ 27 ສິງຫາ 2026 ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການປ້ອງກັນເຄື່ອນທີ່, ກົມໃຫຍ່ສັນຕິບານ ແລະ ກອງບັນຊາການປ້ອງກັນທີຕັ້ງ ໄດ້ເຂົ້າ ມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ,...