spot_img
Homeຂ່າວຕ່າງປະເທດຣາຊັນຊຸດຂາວ ສະດຸ້ງ! ອາດຈະຖືກຫ້າມຊື້ນັກເຕະແບບ ບາຣ໌ຊ່າ

ຣາຊັນຊຸດຂາວ ສະດຸ້ງ! ອາດຈະຖືກຫ້າມຊື້ນັກເຕະແບບ ບາຣ໌ຊ່າ

Published on

ดเ้ด้20130124005501_102931463751

ອາສ ສື່ຂອງສະເປນຕີຂ່າວຟີຟ່າ ໄດ້ມີການກວດສອບ ເຣອັລ ມາດຣິດ ຕໍ່ກໍລະນີທີ່ພວກເຂົາອາດເຮັດຜິດກົດ ໃນການເຊັນສັນສາກັບນັກເຕະເຍົາວະຊົນ 2 ລາຍໂດຍຖ້າຫາກວ່າຖືກຕັດສິນວ່າມີຄວາມຜິດແທ້ “ຣາຊັນຊຸດຂາວ” ກໍ່ຈະຖືກລົງໂທດຫ້າມຊື້ນັກເຕະ ແບບດຽວກັບ ບາຣ໌ເຊໂລນ່າ ໄດ້ເລີຍ.

ເຣອັລ ມາດຣິດ ສະໂມສອນຍັກໃຫຍ່ແຫ່ງວົງການ ລາ ລີກາສະເປນ ອາດຖືກລົງໂທດຫ້າມມີການຊື້ນັກເຕະແບບດຽວກັບບາຣ໌ເຊໂລນ່າ ຄູ່ຮ່ວມລີກ ຫຼັງຈາກທີ່ທາງສະຫະພັນບານເຕະນາໆຊາດ (ຟີຟ່າ) ເປີດສາກສອບສວນກໍລະນີທີ່ພວກເຂົາ ອາດຈະທໍາຜິດກົດໃນການຄວ້ານັກເຕະເຍົາວະຊົນມາຮ່ວມທັບ ຕາມລາຍງານຂອງ ອາສ ສື່ຊື່ດັງຂອງແດນກະທິງດຸ.

ລາຍງານລະບຸວ່າສອບສວນໃນຄັ້ງນີ້ ເນັ້ນເປົ້າໝາຍໄປຍັງນັກເຕະ ມານູເອລ ໂກດອຍ ກັບ ເຟຣ໌ນານໂດ ມາຊິອາສ 2 ນັກເຕະ ທີ່ມາດຣິດຄວ້າໂຕມາຈາກ ເວເນຊຸເອລາ ໃນຕອນທີ່ທັງສອງມີອາຍຸ 12ປີ ໂດຍມີຊ່ວງໜຶ່ງທີ່ທັງ 2 ກໍາລັງອອກໄປທົດສອບສີຕີນກັບວັນດາທີມໃຫຍ່ ແຕ່ກ່ອນທີ່ພວກເຂົາກໍາລັງຈະກັບໄປ ຣິເວີຣ໌ ເພຣທ ກັບ ເອຊີມິລານ ນັ້ນ “ຣາຊັນຊຸດຂາວ” ໂຜ່ມາຄວ້າທັງຄູ່ໄປຄອງໄດ້ຜ່ານທາງການຊ່ວຍເຫຼືອຂອງຄົນກາງທີ່ມີໂຮງຮຽນສອນຫຼິ້ນເຕະບານ ຢູ່ໃນກຸງ ມດຣິດ.

ທັງນີ ໂກດອຍ ເຊັນສັນຍາກັບຍອດທີມຖິ່ນ ຊານຕິໂກ້ເບຣ໌ນາເບວ ໃນປີ 2012 ສ່ວນມາຊິອາສ ເຊັນສັນຍາກັບ ມາດຣິດໃນປີ 2013 ຊຶ່ງເປັນຕອນທີ່ລາວມີອາຍຸ14ປີ ໂດຍປັດຈຸບັນຢູ່ກັບທີມເຍົາວະຊົນຂອງ ຣາໂຍ ບາເຍກາໂນ່ ຊຶ່ງຍອດທີມຂອງ ສະເປນ ມີເວລາ 1 ເດືອນທີ່ຈະສົ່ງເອກະສານທີ່ສໍາຄັນໃຫ້ກັບຟີຟ່າ ແລະ ອະທິບາຍວ່າພວກເຂົາບໍ່ໄດ້ຜິດກົດຂໍ້ 14 ຂອງອົງກອນລູກໜັງໂລກ.

ສໍາລັບກົດຂໍ້ດັ່ງກ່າວ ລະບຸເອົາໄວ້ວ່າທີມຕ່າງໆ ໃນທະວີບຢູໂຣບຂະເຊັນສັນຍາກັບນັກເຕະອາຍຸບໍ່ເກີນ 18 ປີທີ່ຢູ່ໃນທະວີບອຶ່ນໄດ້ກໍ່ຕໍ່ເມື່ອຜູ້ປົກຄອງຂອງນັກເຕະນັ້ນຍ້າຍໄປຢູ່ໃນປະເທດດຽວກັບສະໂມສອນນັ້ນ ໂດຍທີ່ບໍ່ມີເຫດຜົນທາງດ້ານການເຕະບານມາກ່ຽວຂ້ອງຫຍັງທັງນັ້ນ.

>>ຂອບໃຈhttp://www.siamsport.co.th/football/laliga/view.php?code=150127044913

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...