spot_img
Homeນານາສາລະຜ່ອນ​ລົດ​ບໍ່​ໄຫວ ປ່ອຍ​ໃຫ້​ຖືກ​ຢຶດ​ຄຸ້ມ​ບໍ?

ຜ່ອນ​ລົດ​ບໍ່​ໄຫວ ປ່ອຍ​ໃຫ້​ຖືກ​ຢຶດ​ຄຸ້ມ​ບໍ?

Published on

car

ເຊື່ອ​ວ່າ​ຫລາຍ​ຄົນ​ໃນ​ປະຈຸບັນ​ກຳ​ລັງ​ປະ​ສົບ​ບັນຫາ​ທາງ​ການ​ເງີນ ຈົນ​ເຮັດໃຫ້​ບໍ່​ສາມາດນຳເງິນ​ມາ​ຊຳ​ລະ​ຄ່າງ​ວດຜ່ອນລົດ​ໄດ້​ຕາມ​ນັດ​ໝາຍຊຶ່ງ​ໂດຍ​ປົກກະຕິ​ແລ້ວ ຫາກ​ຜິດ​ນັດ​ຊຳ​ລະ​ຕິດ​ຕໍ່​ກັນ​ຫລາຍກວ່າ 3 ງວດທາງ​ບໍລິສັດຜ່ອນລົດມີ​ສິດ​ຍຶດລົດ​ຂອງ​ເຮົາ​ໄດ້

ຈຸດ​ນີ້​ເອງ​ເຮັດໃຫ້​ຫລາຍ​ຄົົນທີ່​ກຳ​ລັງ​ຕັ້ງໜ້າຕັ້ງຕາຫາ​ເງີນ​ມາ​ຈ່າຍ​ອາດ​ເລືອກ​ວິທີ​ປ່ອຍ​ໃຫ້​ໄຟ​ແນນ​ຢຶດ​ລົດ​ໄປແລ້ວ​ຖື​ວ່າ​ຈົບ​ກັນເພາະ​ຄິດວ່າ​ຍອມ​ເສຍ​ລົດ​ໄປ​ເສຍ​ດີກວ່າ​ຈະ​ນັ່ງ​ຜ່ອນ​ຕໍ່ແຖມ​ບໍ່​ຕ້ອງ​ຈ່າຍ​ຄ່າງ​ວດ​ທີ່​ຄ້າງ​ໄວ້​ອີກ​ດ້ວຍ

ແນ່ນອນ​ວ່າ​ມະນຸດ​ກິນ​ເງີນ​ເດືອນ​ສ່ວນ​ໃຫຍ່ ຫລື ເຈົ້າ​ຂອງ​ທຸລະກິດ​ທີ່​ດຳ​ເນີນ​ໄປ​ບໍ່​ສວຍງາມຕະຫລອດໄປ​ຢ່າງ​ທີ່ຄິດ ອາດ​ຕ້ອງ​ພົບ​ກັບ​ບັນຫາ​ດ້ານ​ການ​ເງີນ​ໃຫ້​ກວນ​ໃຈ​ກັນ​ຢູ່​ນຳ ຊຶ່ງ​ຖື​ເປັນ​ເລື່ອງ​ທີ່ເກິດຂື້ນ​ແທບ​ທົ່ວ​ທຸກ​ຫົນ​ແຫ່ງ​ໃນ​ສັງຄົມ

ແຕ່​ຫາກ​ປ່ອຍ​ບັນຫາ​ໃຫ້​ຮຸກຮານມາຈົນ​ເຖິງ​ການ​ຄ້າງ​ຄ່າງ​ວດຈ່າຍລົດແລ້ວ​ນັ້ນຕາມ​ກົດ​ໝາ​ຍອານຸ​ໂລມ​ໃຫ້​ຜູ້​ເຊົ່າ​ຊື້​ສາມາດ​ຄ້າງ​ຄ່າງ​ວດ​ໄດ້​ເປັນ​ຈຳນວນ 3 ງວດ ຫາກ​ເກີນ​ກວ່າ​ນັ້ນ ບໍລິສັດ​ໄຟ​ແນນ​ມີ​ສິດ​ເຂົ້າ​ຢຶດ​ລົດ​ໄດ້​ໃນ​ທັນ​ທີແລະ​ນັ້ນ​ຄື​ຈຸດ​ເລີ່ມ​ຕົ້ນ​ຂອງ​ຝັນ​ຮ້າຍ​ທີ່​ຄາດ​ບໍ່​ເຖິງ… ເມື່ອ​ໄຟ​ແນນໄດ້​ນຳ​ລົດ​ຂອງ​ເຈົ້າ​ກັບ​ໄປ​ແລ້ວກໍ​ຈະ​ນຳ​ມາ​ປະ​ກາດ​ຂາຍ​ ຊຶ່ງ​ໂດຍ​ສ່ວນ​ໃຫຍ່​ແລ້ວ​ມັກ​ໄດ້​ລາ​ຄາ​ຕ່ຳ​ກວ່າ​ຫລາຍ​ຈົນ​ໜ້າຕົກ​ໃຈ​

ທາງ​ທີ່​ດີ ຫາກ​ເຮົາ​ຕົກ​ຢູ່ໃນ​ສະຖານນະການ​ເຊັ່ນ​ນີ້ ກໍ​ຄວນ​ຮີບ​ຫາ​ເງີນ​ມາ​ຊຳ​ລະ​ຢ່າງ​ນ້ອຍ 1 ງວດ ເພື່ອ​ບໍ່​ໃຫ້​ລົດ​ຖືກ​ຢຶດຈາກ​ນັ້ນຈະ​ຫາ​ຊ່ອງ​ທາງ​ສ້າງ​ລາຍ​ໄດ້​ອື່ນໆ​ຈາກ​ບ່ອນໃດ​ອີກ​ກໍ​ວ່າ​ກັນ​ໄປແຕ່​ຫາ​ກລົດຍັງມີ​ສະພາບ​ດີ​ເປັນ​ທີ່​ສົນ​ໃຈ​ຂອງ​ຕະ​ຫລາດອາດ​ໃຊ້​ວິທີ​ປ່ຽນ​ສັນຍາໂດຍ​ການ​ຫາ​ຜູ້​ຊື້​ມາ​ຜ່ອນ​ຕໍ່ ຖ້າ​ໂຊ​ກດີ​ອາດ​ໄດ້​ເງີນ​ຕິດ​ກະ​ເປົ໋າ​ກັບ​ມາແດ່ ຂຶ້ນ​ຢູ່​ກັບ​ຈຳນວນ​ເງີນ​ທີ່​ຜ່ອນ​ໄປ​ແລ້ວ​ນຳນັ້ນ​ເອງ

ແຕ່​ທາງ​ທີ່​ດີ ການ​ມີ​ວິ​ໄນ​ທາງ​ການ​ເງີນຖື​ເປັນ​ສິ່ງ​ພື້ນ​ຖານ​ທີ່​ທຸກ​ຄົນ​ຄວນ​ພຶງ​ປະຕິບັດຈະ​ໄດ້​ບໍ່​ຕ້ອງ​ມາ​ລຳ​ບາກ​ໃຈ​ເອົາ​ພາຍ​ຫລັງ​

ບົດຄວາມຫຼ້າສຸດ

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...