spot_img
Homeຂ່າວພາຍ​ໃນເກີດເຫດໂຈນວາງຢາຍາພໍ່ ແລະປາດຄໍປະຊາຊົນ ຢູ່ຫຼັກ 20

ເກີດເຫດໂຈນວາງຢາຍາພໍ່ ແລະປາດຄໍປະຊາຊົນ ຢູ່ຫຼັກ 20

Published on

20141205_103721
ຮູບປະກອບ ວັດແສນອຸດົມ ຫຼັກ 20

ອີງຕາມແຫຼ່ງຂ່າວຈາກ ຫຼັກ20 ເມືອງຄຳເກີດ ແຂວງບໍລິຄຳໄຊ ແຈ້ງໃຫ້ຊາບວ່າ ຕອນບ່າຍຂອງວັນທີ 23 ມັງກອນ 2015 (ມື້ນີ້) ໄດ້ເກີດເຫດ ໂຈນວາງຢາຍາພໍ່ ຢູ່ວັດແສນອຸດົມ ຫຼັກ20 ເມືອງຄຳເກີດ ແຂວງບໍລິຄຳໄຊ ເປັນເຫດໃຫ້ຍາພໍ່ສະຫຼົບໄປ ຕົກແລງຍັງບໍ່ຮູ້ເມື່ອຄີງເລີຍ.
ຂ່າວແຈ້ງວ່າ ຕອນປະມານ 13 ໂມງ ຂອງວັນທີ 23 ມັງກອນ 2015 ໄດ້ມີໂຈນ 2 ຄົນ ເປັນຜູ້ຊາຍທັງໝົດ ທຳທ່າເຂົ້າໄປຫາຍາພໍ່ ແນວ (ພະລູກວັດ) ວັດແສນອຸດົມ ເພື່ອນິມົນໃຫ້ເພິ່ນທຳພິທີສູດ ມຸງຄຸນລົດນ້ຳໃຫ້ ໃນໂອກາດດັ່ງກ່າວ ໂຈນໄດ້ໂອ້ລົມຫວ່ານລ້ອມ ໂດຍການຍົວະໃຫ້ຍາພໍ່ແນວ ສັນຢາທີ່ກຽມມາ ໂດຍບອກວ່າຢານີ້ກິນແລ້ວດີ ບໍ່ມີເຈັບບໍ່ເປັນ ດ້ວຍເຫດທີ່ຍາພໍ່ເປັນຜູ້ເຖົ້າ ແລະບໍ່ທັນເລ່ລ່ຽມໂຈນ ຈຶ່ງຕົກເປັນເຫຍື່ອໂດຍການສັນຢາເຂົ້າໄປ ຈາກນັ້ນຍາພໍ່ກໍບໍ່ຮູ້ເມື່ອຄີງ ເມື່ອໂຈນໄດ້ໂອກາດກໍເຂົ້າກວດຄົ້ນ ເອົາຊັບສິນເງິນຄຳໃນຫ້ອງນອນ ຂອງຍາພໍ່ທັນທີ.
ໃນໂອກາດດັ່ງກ່າວນັ້ນ ບັງເອີນມີເດັກນ້ອຍ 2 ຄົນ (ທີ່ເປັນຫຼານຍາພໍ່) ເຂົ້າໄປຫຼິນນຳ ພໍເຂົ້າໄປຮອດກຸດຕິກໍປາກົດເຫັນວ່າ ຍາພໍ່ມີແຂກຢູ່ໃນຫ້ອງນອນ ຈຶ່ງບໍ່ໄດ້ເຂົ້າໄປ ໃນຂະນະນັ້ນໂຈນໄດ້ເຫັນວ່າມີຄົນມາ ຈຶ່ງໄດ້ອອກຈາກຫ້ອງໜີໄປ. ຈາກນັ້ນຫຼານ 2 ຄົນທີ່ໄປຢາມຈຶ່ງເຂົ້າໄປຫາຍາພໍ່ ແຕ່ພົບວ່າຍາພໍ່ບໍ່ຮູ້ເມື່່ອຄີງ ຈາກນັ້ນຈຶ່ງໄດ້ແຈ້ງໃຫ້ພາກສ່ວນວັດ ອຳນາດການປົກຄອງ ມາຊ່ວຍເຫຼືອ ແລະພາຍາພໍ່ໄປໂຮງໝໍ ແຕ່ຕົກແລງປະມານ 17 ໂມງ ຍາພໍ່ຍັງບໍ່ຮູ້ເມື່ອຄີງເລີຍ.
ເຫດການດັ່ງກ່າວເປັນອຸທາຫອນ ໃຫ້ຜູ້ອ່ານ ກໍຄືພະສົງ ໂດຍສະເພາະແມ່ນພະສົງທີ່ມີ ຄວາມອາວຸໂສທາງດ້ານອາຍຸ ຈົ່ງໄດ້ມີຄວາມລະມັດລະວັງຂຶ້ນຕື່ມ. ແລະຖ້າຂ່າວມີຄວາມຄືບໜ້າຈັ່ງໃດ ຈະນຳມາສະເໜີຕື່ມ.
ໃນຂະນະທີ່ມື້ວານນີ້ ກໍໄດ້ຮັບຂ່າວຢືນຢັນວ່າມີໂຈນ ຂ້າປາດຄໍເພື່ອປຸ້ນຊັບປະຊາຊົນ ບ້ານໜອງປ໋ອງ ຫຼັກ20 ເມືອງຄຳເກີດ ແຂວງບໍລິຄຳໄຊ ເຮັດໃຫ້ມີປະຊາຊົນຜູ້ໜຶ່ງ ຊື່ນາງເພງ ໄດ້ເສຍຊີວິດ.
ຕາມການເລົ່າຂອງແຫຼ່ງຂ່າວແຈ້ງວ່າ ມື້ວານ (ວັນທີ 22 ມັງກອນ 2015) ຕອນສວາຍ ພາຍຫຼັງນາງເພງ ໄດ້ກັບຈາກວຽກ (ເປັນແພດປະຈຳຢູ່ໂຮງໝໍຫຼັກ20) ເມື່ອກັບຮອດເຮືອນ ອາດຈະພົບກັບໂຈນທີ່ກຳລັງ ຂຶ້ນລັກເຄື່ອງໃນເຮືອນ ຫຼືບໍ່ກໍແມ່ນໂຈນຂຶ້ນມາປຸ້ນເອົາຊັບສິນ ໂດຍໂຈນໄດ້ເອົາມີດແທງເຂົ້າຮ່າງກາຍ ນາງເພງແລະປາດຄໍ ກ່ອນຈະລົງເຮືອນໜີໄປ.
ຂ່າວແຈ້ງວ່າ ເບື້ອງຕົ້ນທາງເພັງຍັງບໍ່ໄດ້ເສຍຊີວິດ ແລະຍັງໃຫ້ການໄດ້ບາງເລັກໜ້ອຍ ໂດຍບອກວ່າຜູ້ທີ່ທຳຮ້າຍຕົນນັ້ນມີ 2 ຄົນ ແລະເຂົາເຈົ້າເວົ້າພາສາຫວຽດນາມ. ແນວໃດກໍຕາມໄລຍະຕໍ່ມາ ນາງເພັງໄດ້ເສຍຊີວິດລົງ ຍ້ອນເສຍເລືອດຫຼາຍແລະທົນຕໍ່ພິດບາດແຜບໍ່ໄດ້.
ເຈົ້າໜ້າທີ່ກຳລັງເລັ່ງນຳຈັບໂຕ ກຸ່ມໂຈນດັ່ງກ່າວຢ່າງຂຸ້ນຂ້ຽວ ໂດຍແຫຼ່ງຂ່າວແຈ້ງແບບບໍ່ເປັນທາງການວ່າ ເຈົ້າໜ້າທີ່ຕຳຫຼວດແຂວງ ບໍລິຄຳໄຊ ຮູ້ເບາະແສຄາຕະກອນແລ້ວ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...