ຄະນະນຳ ນວ ອວຍພອນ ນາຍ ແລະ ພົນທະຫານ

20150121131133

ທ່ານ ສີ​ຫຸນ ສິດທິ​ລື​ໄຊ ຮອງເລຂາ​ຄະນະ​ພັກນະຄອນຫຼວງ (ນວ) ໄດ້​ຕາງໜ້າ​ໃຫ້​ອົງຄະ​ນະພັກ-ອົງການ​ປົກຄອງ ນວ ລົງເຄື່ອນ​ໄຫວ​ຢ້ຽມຢາມ ແລະ ອວຍພອນ ນາຍ ແລະ ພົນທະຫານ ກອງ ຄ 511 ເມືອງ​ສັງ​ທອງ ນວ ວັນ​ທີ 21 ມັງກອນ 2015 ເນື່ອງໃນ​ໂອກາດ​ສະເຫຼີມສະຫຼອງ ຄົບຮອບ 66 ປີ ວັນ​ສ້າງຕັ້ງ​ກອງທັບປະຊາຊົນ​ລາວ ໂດຍ​ໄດ້​ຮັບ​ການຕ້ອນຮັບ​ຈາກ​ທ່ານ ພັນ​ໂທ ບົວລອຍ ໄຊ​ຈະເລີນ​ສຸກ ເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ​ການເມືອງ ກອງ ຄ 511 ມີ​ທ່ານ​ປະທານ​ແນວ​ລາວ​ສ້າງ​ຊາດ ນວ ທ່ານ​ເຈົ້າເມືອງ​ສັງ​ທອງ ພ້ອມດ້ວຍ ນາຍ ແລະ ພົນທະຫານ ເຂົ້າ​ຮ່ວມ.

ທ່ານ ພັນ​ໂທ ບົວລອຍ ໄຊ​ຈະເລີນ​ສຸກ ໄດ້​ລາຍ​ງານ​ສະພາບການຈັດຕັ້ງ​ປະຕິບັດ​ ໜ້າທີ່​ການເມືອງ​ໃນ​ໄລຍະ​ຜ່ານ​ມາ ເຊິ່ງກອງ ຄ 511 ໄດ້​ສ້າງຕັ້ງ​ວັນ​ທີ 11 ພະຈິກ 1984 ພາຍ​ໃຕ້​ການ​ຊີ້​ນຳ-ບັນຊາ​ໂດຍ​ກົງ​ຂອງ​ກອງ​ບັນຊາການ​ທະຫານ ນວ ຮັບຜິດຊອບໜ້າທີ່​ປ້ອງ​ກັນ​ຊາດ-ປ້ອງ​ກັນຄວາມ​ສະຫງົບ​ຢູ່​ທິດເໜືອ​ຂອງ ນວ ປະສານ​ສົມທົບ​ກັບ​ກອງ ເພື່ອນອຳນາດ​ການ​ປົກຄອງ ເຈົ້າ​ໜ້າທີ່​ທຸກ​ຂັ້ນ​ຂອງ​ເມືອງ​ສັງທອງ ເພື່ອ​ຕ້ານ​ສະກັດ​ກັ້ນ ແລະ ແກ້​ໄຂ​ກຸ່ມ​ຄົນ​ບໍ່​ດີ ຍູ້​ແຮງ​ຂະ​ບວນການ​ສ້າງ​ບ້ານ ກົມ​ກອງ​ຕິດ​ພັນກັບ​ຂະ​ບວນ​ການ​ຮັກ​ຊາດ ແລະ ພັດທະນາ ຖື​ສຳຄັນ​ຕໍ່​ວຽກ​ງານສຶກ​ສາ​ອົບຮົມການເມືອງ ນຳພາແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ ມີ​ແນວ​ຄິດ​ໜັກ​ແໜ້ນ​ເຂັ້ມແຂງ ຕິດ​ພັນ​ກັບ​ວຽກ​ງານ​ແກ້​ໄຂ​ຊີວິດການ​ເປັນ​ຢູ່​ ຕາມ​ທິດ​ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມເຂັ້ມແຂງ​ດ້ວຍ​ຕົນ​ເອງ.

ຈາກ​ນັ້ນ ທ່ານ ສີ​ຫຸນ ສິດທິ​ລືໄຊ ກໍ່​ໄດ້​ໂອ້​ລົມ ເຊິ່ງ​ກ່ອນ​ອື່ນ ທ່ານ​ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ ຕໍ່​ຜົນງານ​ທີ່​ຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ດ້ວຍນາຍ ແລະ ພົນທະຫານ ກອງ ຄ 511 ຍາດມາ​ໄດ້ ເຊິ່ງ​ໄດ້​ປະກອບສ່ວນ​ອັນສຳຄັນ ​ເຮັດ​ໃຫ້​ເມືອງ​ສັງ​ທອງ​ສາມາດ​ຮັກສາ​ໄດ້​ສະຖຽນ​ລະ​ພາບທາງ​ດ້ານ​ການເມືອງ ສັງຄົມ​ມີຄວາມ​ສະຫງົບ ແລະ ເປັນ​ລະບຽບ​ຮຽບ​ຮ້ອຍ​ໂດຍ​ພື້ນຖານ ໂດຍ​ສະເພາະວຽກ​ງານ​ປ້ອງ​ກັນຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ສະກັດ​ກັ້ນ ແລະ ແກ້​ໄຂ​ກຸ່ມ​ຄົນບໍ່​ດີ​ຍູ້​ແຮງ​ຂະ​ບວນ​ການ​ຮັກ​ຊາດ ແລະ ພັດທະນາ ເຝິກແອບ-ປັບປຸງ​ກໍ່ສ້າງ​ກຳລັງ​ພາຍ​ໃນ​ກົມ​ກອງ ໃຫ້​ມີ​ຄວາມ​ເຂັ້ມແຂງ​ໃນ​ທຸກ​ດ້ານ ເພື່ອ​ເຮັດ​ສຳເລັດ​ທຸກ​ໜ້າທີ່ໆ​ປະເທດ​ຊາດ ກໍ່​ຄື​ປະຊາຊົນ​ມອບໝາຍ​ໃຫ້​ຢ່າງ​ມີ​ປະ​ສິດທິ​ຜົນ.

ໂອກາດ​ການ​ໄປ​ຢ້ຽມຢາມ ແລະ ອວຍພອນ​ຄັ້ງ​ນີ້ ທ່ານ​ຮອງເລຂາ​ຄະນະ​ພັກ ນວ ຍັງ​ໄດ້​ນຳເອົາ​ເຄື່ອງ​ບໍລິໂພກ ແລະ ເງິນ​ຈຳນວນ​ໜຶ່ງ ມອບ​ໃຫ້​ກອງ ຄ 511 ອີກ​ດ້ວຍ.

ໃນ​ວັນ​ດຽວ​ກັນ ທ່ານ ສົມ​ວັນ​ດີ ນາ​ຖາ​ວົງ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ ພ້ອມ​ດ້ວຍ​ຄະນະ​ນຳ ອົງການຈັດຕັ້ງ​ມະຫາຊົນນະຄອນຫຼວງ ໄດ້​ໄປ​ມອບ​ເຄື່ອງ​ໃຫ້​ນາຍ ແລະ ພົນທະຫານ​ຢູ່​ກອງຮ້ອຍ 241 ທີ່​ຂຶ້ນ​ກັບ​ກອງ​ບັນຊາ​ການທະຫານນະຄອນຫຼວງ ຢູ່​ເມືອງສັງ​ທອງ ໂດຍ​ໃຫ້​ກຽດ​ຮັບ​ແມ່ນຮ້ອຍ​ເອກ ແສງ ພົມ​ມະ​ວົງ ຫົວໜ້າການ​ທະຫານ​ກອງຮ້ອຍ 241 ໂດຍ​ຊ້ອງ​ໜ້ານາຍ ແລະ ພົນ​ທະຫານ.

ເຄື່ອງ​ທີ່​ໄດ້​ນຳໄປ​ມອບ​ໃນ​ຄັ້ງ​ນີ້ ປະກອບ​ມີ​ເຄື່ອງ​ອຸປະໂພກ-ບໍລິ​ໂພກ ເປັນຕົ້ນ​ແມ່ນ​ເຄື່ອງ​ອຸປະຖຳ ເຊັ່ນ: ໝີ່​ສຳເລັດ​ຮູບ ປາ​ກະປ໋ອງ ກາເຟ ໂອ​ວັນ​ຕິນ ມູນ​ຄ່າ 3 ລ້ານ​ກີບ ພ້ອມ​ເງິນສົດ 3 ລ້ານກີບ ບໍລິສັດ ​ເພັດ​ບັນດິດກໍ່ສ້າງ ຈຳກັດ​ຜູ້​ດຽວ​ອຸປະຖຳ 5 ລ້ານ​ກີບ ລວມ​ມູນ​ຄ່າ​ທັງ​ໝົດ 11 ລ້ານ​ກີບ ນອກຈາກ​ນັ້ນ ຍັງ​ມີ​ບັນດາ​ຫ້ອງການ​ຕ່າງໆ​ທີ່​ໄດ້​ນຳ​ເອົາ​ເຄື່ອງ​ໄປມອບ​ໃຫ້ ນາຍ ແລະ ພົນທະຫານ ຕື່ມ​ອີກ ຮ້ອຍ​ເອກ ແສງ ພົມ​ມະວົງ ຫົວໜ້າ​ການ​ທະຫານ​ກອງຮ້ອຍ 241 ໄດ້​ສະແດງ​ຄວາມຂອບໃຈ​ມາ​ຍັງ​ຄະນະ​ພັກ ຄະນະນຳນະຄອນຫຼວງ ທີ່​ໄດ້​ເປັນ​ຫ່ວງເປັນ​ໄຍ​ອ້າຍ​ນ້ອງ​ທະຫານ ທີ່ຢູ່ຫ່າງ​ໄກ​ສອກຫຼີກ ແລະ ຫວັງ​ວ່າຈະ​ນຳ​ໃຊ້​ເຄື່ອງ​ນີ້​ ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ ທັງ​ນີ້ ເພື່ອ​ເປັນການ​ຕ້ອນຮັບ​ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 66 ປີ ວັນ​ສ້າງຕັ້ງ​ພັກປະຊາຊົນປະຕິວັດ​ລາວ ຄົບຮອບ 60 ປີ ແລະ ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 40 ປີ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່