spot_img
Homeຂ່າວເຫດການນ.ວ ມອບເງິນນະໂຍບາຍ ໃຫ້ກັບຜູ້ທີ່ມີຄຸນງາມຄວາມດີ ໃນ​ພາ​ລະ​ກິດ​ປະ​ຕິ​ວັດ

ນ.ວ ມອບເງິນນະໂຍບາຍ ໃຫ້ກັບຜູ້ທີ່ມີຄຸນງາມຄວາມດີ ໃນ​ພາ​ລະ​ກິດ​ປະ​ຕິ​ວັດ

Published on

20150121100130

ພະ​ແນກ​ແຮງ​ງານ ແລະ ສະຫວັດ​ດີ​ການ-ສັງຄົມ ນະຄອນຫຼວງ​ວຽງ​ຈັນ ມີໜ້າ​ທີ່​ຈັດ​ຕັ້ງ​ຜັນຂະຫຍາຍ​ແນວທາງ​ຂອງ​ພັກ ນະໂຍ​ບາຍ​ຂອງ​ລັດ ເວົ້າ​ລວມ ເວົ້າສະເພາະແມ່ນ ​ດຳລັດ​ວ່າ​ດ້ວຍການ​ປະຕິບັດ​ນະໂຍບາຍ ​ຕໍ່​ຜູ້​ທີ່ມີ​ຄຸນງາມຄວາມດີ​ໃນ​ພາລະກິດປະຕິວັດ​ຊາດ ປະຊາທິປະໄຕ ລວມ​ທັງ​ໝົດ 25 ທ່ານ ເປັນ​ເງິນ 545 ລ້ານ​ກວ່າ​ກີບ.

ໃນ​ວັນ​ທີ 21 ມັງກອນ 2015 ທີ່​ພະ​ແນກ​ດັ່ງກ່າວ ຈິ່ງ​ໄດ້​ຈັດ​ພິທີ​ມອບ-ຮັບ​ເງິນ​ນະໂຍບາຍ ອຸດໜູນ​ຜູ້​ເສຍສະຫຼະ​ຊີວິດ​ຍ້ອນ​ການສູ້​ຮົບ ແລະ ຮັບ​ໃຊ້​ການ​ສູ້​ຮົບ ສົກ​ປີ 2013-2014 ເປັນ​ປະທານຂອງ​ທ່ານ​ນາງ ດຳ​ດວນ ຈັນທະວົງ ຫົວໜ້າ​ພະ​ແນກ​ແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ ນະຄອນ​ຫຼວງ​ວຽງ​ຈັນ ມີ​ທ່ານ​ຮອງເຈົ້າເມືອງ ຫົວໜ້າ​ຫ້ອງການ ແລະ ຕົວ​ແທນ​ບັນດາ​ເປົ້າ​ໝາຍທີ່​ໄດ້​ຮັບ​ເງິນ​ອຸດ​ໜູນ​ເຂົ້າ​ຮ່ວມ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...

ໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

ເຊິ່ງກຳລັງເປັນກະແສຮ້ອນແຮງໃນຫວຽດນາມ ແລະ ຖືກແຊສອອກໄປເປັນວົງກ້ວາງ ກໍລະນີວີດີໂອໝໍແຂ້ວ (ທັນຕະເເພດ) ໄດ້ທຳຮ້າຍຮ່າງກາຍຄົນເຈັບ. ອີງຕາມການລາຍງານຈາກສຳນັກຂ່າວຈາກປະເທດຫວຽດນາມລາຍງານໃຫ້ຮູ້ວ່າ ໃນວັນທີ 03/09/2025 ທີ່ຜ່ານມາ, ເກີດເຫດການ ທ່ານໝໍທຳຮ້າຍຮ່າງກາາຍຄົນເຈັບ ຢູ່ຄີນິກປົວແຂ້ວແຫ່ງໜຶ່ງໃນປະເທດຫວຽດນາມ ໂດຍມີສາເຫດຄື: ຄົນເຈັບແມ່ນໃຊ້ບໍລິການຢູ່ຄລິນິກດັ່ງກ່າວ,...

ຂໍສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ທ່ານທູດ ມໍລະກົດ ສີສະຫວັດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍວັນທີ 8 ກັນຍາ 2025 ຢູ່ກະຊວງການຕ່າງປະເທດ,...