spot_img
Homeຂ່າວເຫດການເຄື່ອນຍ້າຍອັດຖິວິລະຊົນ ເຂົ້າສຸສານແຫ່ງຊາດ

ເຄື່ອນຍ້າຍອັດຖິວິລະຊົນ ເຂົ້າສຸສານແຫ່ງຊາດ

Published on

20150119104548

ພັກ-ລັດຖະບານຄອບຄົວ ແລະ ຍາດຕິ​ພີ່ນ້ອງ ໄດ້​ຈັດ​ພິທີ​ເຄື່ອນ​ຍ້າຍ​ອັດຖິ ສະຫາຍ ຊຽງ​ສົມ ກຸນ​ລະ​ວົງ ວິລະ​ຊົນ​ແຫ່ງ​ຊາດ ອະດີດ​ກຳ​ມະການ​ສູນ​ກາງ​ພັກ ອະດີດ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນຄວາມ​ສະຫງົບ ຈາກ​ວັດ​ເທບ​ນິມິດ (ວັດ​ທາດ​ຝຸ່ນ) ໄປ​ເກັບ​ຮັກສາ​ໄວ້​ທີ່​ສຸສານ​ແຫ່ງ​ຊາດ ຫຼັກ 24 ນະຄອນຫຼວງ​ວຽງ​ຈັນ ໃນ​ວັນ​ທີ 17 ມັງກອນ 2015 ຜ່ານ​ມາ ເຊິ່ງ​ມີ​ສະຫາຍ ພົນ​ຈັດຕະວາ ວິໄລ ດວງ​ມະນີ ປະທານ​ກຳມາ​ທິ​ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ຫົວໜ້າ​ວິທະຍາຄານ​ປ້ອງ​ກັນ​ຄວາມ​ສະຫງົບ ພ້ອມ​ດ້ວຍ​ບັນດາ​ຫົວໜ້າ​ກົມ ຫ້ອງການ ສະມາຊິກ​ຄອບຄົວ ແລະ ຍາດຕິ​ພີ່ນ້ອງ​ເຂົ້າ​ຮ່ວມ.

ຕະຫຼອດ​ໄລຍະ​ການເຄື່ອນໄຫວ​ປະຕິວັດ ສະຫາຍ ພົນ​ຕີ ຊຽງ​ສົມ ກຸນ​ລະ​ວົງ ໄດ້​ຜ່ານ​ການ​ເປັນ​ຜູ້ນຳ​ໃນ​ຫຼາຍ​ຂົງເຂດ​ວຽກ​ງານ​ທີ່​ເຫັນ​ວ່າໜັກໜ່ວງ ຫຍຸ້ງຍາກ​ສັບສົນ ແຕ່​ສະຫາຍ​ກໍ່​ຢຶດ​ໝັ້ນໃນ​ຄວາມ​ຈົງ​ຮັກ​ພັກດີ ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດຕັ້ງໜ້າ ເຝິກຝົນ​ຕົນ​ເອງ​ໃຫ້​ມີ​ຄວາມ​ອົດທົນ​ຜ່ານ​ຜ່າ ນຳພາ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຢ່າງ​ມີ​ຄວາມ​ຮັບ​ຜິດຊອບ​ສູງ ເປັນ​ເຈົ້າ​ການ​ຄົ້ນຄວ້າຮ່ຳຮຽນ​ປັບປຸງ​ບູລະນະ ​ແນວທາງນະໂຍບາຍ​ຂອງ​ພັກ ລະບຽບ​ກົດໝາຍ​ຂອງ​ລັດ ແຜນ​ພັດທະນາເສດຖະກິດ-ສັງຄົມ ແນວທາງປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ ແຕ່​ລະ​ໄລຍະ​ໃຫ້​ມີ​ຄວາມໜັກ​ແໜ້ນ ແລະ ເຂັ້ມແຂງ​ເປັນກ້າວໆ ເຊິ່ງ​ສະແດງ​ໃຫ້​ເຫັນ​ໃນຂະ​ບວນ​ວິວັດ​ແຫ່ງ​ການ​ເຄື່ອນໄຫວ​ ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງຕົນ ຈະ​ຢູ່​ໃນ​ຖານະ​ໃດໜ້າທີ່​ໃດຈະ​ໜັກໜ່ວງ ແລະ ສັບສົນ ສະຫາຍ​ແມ່ນ​ມີ​ຄວາມ​ອົດທົນ​ຜ່ານຜ່າ ມີ​ແບບແຜນ​ນຳພາ​ທີ່​ດີ ຕາມຫຼັກການ​ນຳພາ​ຂອງ​ພັກ ມີ​ຄວາມສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນພັກ ແລະ ກົມ​ກອງ ຢຶດ​ໝັ້ນ​ໃນແນວທາງ​ມະຫາຊົນ​ຂອງ​ພັກ​ຢ່າງ​ສະເໝີ​ຕົ້ນ​ສະເໝີ​ປາຍ ແລະ ຢຶດໝັ້ນ​ໃນ​ອຸດົມ​ການ​ປະຕິວັດ​ອັນ​ສູງສົ່ງ​ຂອງ​ພັກ ທັງ​ໝົດ​ນັ້ນ​ແມ່ນ​ສະແດງ​ເຖິງ​ທາດ​ແທ້​ຂອງ​ການ​ປະຕິວັດ ​ທີ່​ສະຫາຍ​ໄດ້​ອຸທິດ​ສະຕິ​ປັນຍາ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ໃຫ້​ຈະເລີນ​ຮຸ່ງເຮືອງເປັນ​ກ້າວໆ​ມາ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...