spot_img
Homeຂ່າວພາຍ​ໃນຫລວງນ້ຳທາາ​ຂະຫຍາຍາ​ເສັ້ນທາງງ 4 ​ເລນ ສຳ​ເລັດ 80%

ຫລວງນ້ຳທາາ​ຂະຫຍາຍາ​ເສັ້ນທາງງ 4 ​ເລນ ສຳ​ເລັດ 80%

Published on

LK-NaMTHA

ທ່ານ ອານຸສອນ ຈັນທະວິສິດ, ຫົວຫນ້າຂະແຫນງຄຸ້ມຄອງທາງບົກ – ທາງນ້ຳ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫລວງນ້ຳທາໃຫ້ຮູ້ໃນວັນທີ
4 ກຸມພາ 2013 ຜ່ານມາວ່າ: ການກໍ່ສ້າງເສັ້ນທາງ 4 ເລນ ແຕ່ສາມແຍກ ປກສ ຫາສາມແຍກສະຫນາມບິນ ແຂວງຫລວງນ້ຳທາ ເຊິ່ງສຳເລັດແລ້ວ 80%
ຂອງຫນ້າວຽກທັງຫມົດ, ຫນ້າທາງຂະຫຍາຍອອກເບື້ອງລະ 3,5 ແມັດ, ຍົກລະດັບຫນ້າທາງ ແລະ ປູຢາງ 2 ຊັ້ນ,ເສັ້ນທາງມີຄວາມຍາວ 5.500 ແມັດ, ມູນ
ຄ່າການກໍ່ສ້າງທັງຫມົດ 59 ຕື້ກີບ, ໂດຍແມ່ນງົບປະມານຂອງລັດຖະບານ 100% ທາງບໍລິສັດຈະເລີນກໍ່ສ້າງຈຳກັດເປັນຜູ້ຮັບເຫມົາ ແລະ ນຳໃຊ້ທຶນຂອງບໍ
ລິສັດກ່ອນ ເຊິ່ງໄດ້ເລີ່ມລົງມືການກໍ່ສ້າງມາແຕ່ວັນທີ 22 ເມສາ 2011 ການກໍ່ສ້າງເສັ້ນທາງຕາມສັນຍາ 2 ປີ ຄາດວ່າການກໍ່ສ້າງຈະໃຫ້ສຳເລັດກ່ອນເດືອນ
ເມສາ 2013 ທີ່ຈະມາເຖິງນີ້. ທ່ານຍັງກ່າວຕື່ມວ່າ: ເສັ້ນທາງທີ່ມີນ້ຳອັ່ງຢູ່ບາງບ່ອນແມ່ນຈະສືບຕໍ່ການສ້ອມແປງຄືນໃຫມ່ ແລະ ໄດ້ຮຽກຮ້ອງໃຫ້ຜູ້ທີ່ໃຊ້ລົດໃຊ້
ຖະຫນົນ ຈົ່ງມີຄວາມລະມັດລະວັງຕໍ່ການສັນຈອນໄປມາ ໃຫ້ມີສະຕິເປັນເຈົ້າການຮ່ວມກັນເພາະເສັ້ນທາງຍັງດຳເນີນການກໍ່ສ້າງຖ້າສຳເລັດແລ້ວ ຈະເຮັດໃຫ້ມີ
ຄວາມສະດວກໃນການສັນຈອນໄປມາຕື່ມອີກ.

ບົດຄວາມຫຼ້າສຸດ

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...