spot_img
Homeຂ່າວການພັດທະນາລາດຊະວົງພລາຊາ ເລີ່ມເປີດໃຫ້ຈັບຈອງຫ້ອງຂາຍ ຢ່າງເປັນທາງການ

ລາດຊະວົງພລາຊາ ເລີ່ມເປີດໃຫ້ຈັບຈອງຫ້ອງຂາຍ ຢ່າງເປັນທາງການ

Published on

ladsavong

ວັນທີ 17 ມັງກອນນີ້ໂຄງການ ລາດຊະວົງພລາຊາໄດ້ຈັດພິທີແນະນຳ ແລະ ເປີດໃຫ້ລູກຄ້າຈັບຈອງຫ້ອງຂາຍ ຂຶ້ນຢ່າງເປັນທາງການ, ຢູ່ໂຄງການດັ່ງກ່າວ ທີ່ຖະ ໜົນໄກສອນ ພົມວິຫານ ນະຄອນລວງວຽງຈັນ, ໂດຍມີນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດເຂົ້າ ຮ່ວມເປັນຈຳນວນຫຼາຍ.

ຜູ້ຮັບຜິດຊອບໂຄງການກ່າວວ່າ: ເລີ່ມແຕ່ເດືອນກໍລະກົດ 2014 ເປັນຕົ້ນ ມາການກໍ່ສ້າງໂຄງການລາດຊະວົງ ພລາຊາມີຄວາມຄືບໜ້າຢ່າງວ່ອງໄວ, ມາຮອດ ປັດຈຸບັນການກໍ່ສ້າງສຳເລັດ ແລ້ວປະມານ 50%, ໂດຍມີກຳນົດສຳເລັດການກໍ່ສ້າງ ແລະ ເປີດນຳໃຊ້ໃນຕົ້ນປີ 2016 ທີ່ຈະມາເຖິງ, ລາດຊະວົງພລາຊາ ເປັນໂຮງແຮມສາກົນ ລະດັບ 5 ດາວ ແລະ ຈະຖືກນຳໃຊ້ໃຫ້ເປັນທີ່ຕ້ອນຮັບບັນດາຜູ້ນຳທີ່ຈະມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ຊຶ່ງຈະຈັດຂຶ້ນໃນປີ 2016 ນີ້ ທີ່ລາວໄດ້ຮັບກຽດເປັນເຈົ້າພາບ, ປັດຈຸບັນໂຮງແຮມດັ່ງກ່າວເປັນທີ່ດຶງດູດເອົາຄວາມສົນໃຈຈາກນັກລົງທຶນຈຳນວນຫຼາຍ, ເນື່ອງຈາກການອອກແບບທີ່ ສວຍງາມ ແລະ ທັນສະໄໝ.

ນອກຈາກໂຮງແຮມແລ້ວ ໂຄງການດັ່ງກ່າວຍັງມີສູນການຄ້າຂະໜາດໃຫຍ່ທີ່ທັນສະໄໝ, ຊຶ່ງຈະເປັນຈຸດລວມ ຂອງຫຼາຍຂະແໜງບໍລິການເຊັ່ນ: ສະຖານທີ່ຊອບປິ້ງ, ພັກຜ່ອນ, ບັນເທີງ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ, ບ່ອນຈັດກອງປະຊຸມ, ຫ້ອງການທຸລະກິດ ແລະ ທີ່ພັກອາໄສ, ທີ່ມີການບໍລິ ການລະດັບສາກົນ. ນອກນັ້ນໂຄງການລາດຊະວົງຍັງມີແຜນນຳພາເຕົ້າໂຮມການບຸກເບີກ, ການປະຕິບັດງານ ແລະ ການບໍລິຫານທີ່ເປັນໜຶ່ງດຽວ, ເປັນລະບົບຄົບຊຸດ ແລະ ເຊື້ອໝັ້ນວ່າໂຄງການລາດຊະວົງ ຈະນຳມາຊຶ່ງຄວາມສະດວກສະບາຍ, ຄວາມທັນສະໄໝໃນນະຄອນຫຼວງວຽງຈັນ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...