spot_img
Homeຂ່າວເຫດການສົກປີນີ້ ລັດຈະຍັງບໍ່ເພີ່ມເງິນເດືອນໃຫ້ພະນັກງານລັດ​ຖະ​ກອນ!

ສົກປີນີ້ ລັດຈະຍັງບໍ່ເພີ່ມເງິນເດືອນໃຫ້ພະນັກງານລັດ​ຖະ​ກອນ!

Published on

mof finance

 

ພາຍຫລັງມີພະນັກງານລັດຖະກອນຈຳນວນບໍ່ໜ້ອຍ ສົນໃຈວ່າ: ສົກປີນີ້ລັດຖະບານຈະຂື້ນເງິນເດືອນເພີ່ມຫລືບໍ່ ? ເພາະວ່າຄ່ານ້ຳ, ໄຟຟ້າ ແລະ ລາຄາສີນຄ້າອຸປະ ໂພກ-ບໍລິໂພກ ຢູ່ທ້ອງຕະຫລາດກໍມີລາຄາສູງຂຶ້ນເລື້ອຍໆ, ຕໍ່ບັນຫາດັ່ງກ່າວທ່ານ ດຣ ບຸນເຫລືອ ສີນໄຊວໍຣະວົງ ຫົວໜ້າກົມງົບປະມານກະຊວງການເງິນໃຫ້ຮູ້ວ່າ: ສົກປີນີ້ ລັດຖະບານຈະບໍ່ຂຶ້ນເງິນເດືອນໃຫ້ພະນັກງານລັດຖະກອນເທື່ອ, ເພາະວ່າເລີ່ມແຕ່ສົກປີ 2012-2013 ໄດ້ເພີ່ມເງິນເດືອນໃຫ້ພະນັກງານລັດຖະກອນຈາກ 3.500 ມາເປັນ 4.800 ກີບຕໍ່ດັດສະນີ ແລະ ໃນສົກ ປີ 2013-2014 ເພີ່ມຂຶ້ນເປັນ 6.700 ກີບຕໍ່ດັດສະນີ, ເຊິ່ງເຫັນວ່າ ເພີ່ມຂຶ້ນແບບເທົ່າຕົວຫລາຍສົມຄວນ, ສະນັ້ນ, ໃນສົກປີ 2014-2015 ນີ້ ລັດຖະບານໄດ້ຕົກລົງຮັກສາເງິນເດືອນໄວ້ລະດັບເກົ່າ, ເນື່ອງຈາກວ່າ ຄັງເງິນເດືອນລວມຂອງພະນັກງານລັດຖະກອນທົ່ວປະ ເທດກໍແມ່ນສູງສົມຄວນແລ້ວ ເມື່ອທຽບກັບລາຍຮັບພາຍໃນທີ່ປະຕິບັດໄດ້, ແນວໃດກໍຕາມ ລັດຖະບານເຂົ້າໃຈດີວ່າເງິນເດືອນທີ່ກຳນົດໃນປັດຈຸບັນ ຍັງບໍ່ພຽງພໍ ຖ້າທຽບໃສ່ຄ່າຄອງຊີບທີ່ສູງຂຶ້ນເລື້ອຍໆ, ແນວໃດກໍດີ ກະຊວງການເງິນພວມປະສານສົມທົບກັບພາກສ່ວນກ່ຽວຂ້ອງອື່ນໆ ເພື່ອຄົ້ນຄວ້ານະ ໂຍບາຍເງິນເດືອນໃນຕໍ່ໜ້າ ແນໃສ່ແກ້ໄຂຊີວິດການເປັນຢູ່ຂອງພະນັກງານລັດຖະກອນໃຫ້ດີຂຶ້ນເທື່ອລະກ້າວ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...