Homeນານາສາລະຂອງ 11 ຢ່າງທີ່ບໍ່ຄວນແຊ່ໄວ້ໃນຕູ້ເຢັນ!

ຂອງ 11 ຢ່າງທີ່ບໍ່ຄວນແຊ່ໄວ້ໃນຕູ້ເຢັນ!

Published on

ຂອງ 11 ຢ່າງທີ່ບໍ່ຄວນແຊ່ໄວ້ໃນຕູ້ເຢັນ

download (1)

ໂດຍປົກກະຕິແລ້ວເຮາຈະມັກເອົາອາຫານໄວ້ຕູເຢັນເປັນປະຈໍາ ເພື່ອປ້ອງກັນການບູດເໜົ່າ ແລະ ເພື່ອໃຫ້ຮັກສາຄວາມສົດຂອງອາຫານ ຫຼື ພືດຜັກຕ່າງໆໄວ້ໃຫ້ໄດ້ດົນ. ແຕ່ເົຮາຮູ້ບໍ່ວ່າພັກບາງຊະນິດກໍ່ບໍ່ຄວນເອົາໄວ້ໃນຕູເຢັນ ມີຜັກຊະນິດໃດ ແລະ ຍ້ອນເຫດຜົນຫຍັງເຮົາມາເບິ່ງພ້ອມກັນເລີຍ.

1 ໝາກເລັ່ນ 
ພື້ນຜິວ ເນື້ອ ແລະ ລົດຊາດຂອງມາກເລັ່ນຈະປ່ຽນແປງໄປຈາກລົດຊາດເກົ່າຂອງມັນ.
2 ໝາກແຕງໂມ
ເຮັດໃຫ້ສານອາຫານທີ່ເປັນໂຕຕ້ານອະນຸມູນອິສະລະສູນເສຍໄປ
3 ມັນຝຣັງ
ຈະເຮັດໃຫ້ເນື້ອຂອງມັນຝຣັງຫຍາບ ແລະ ລົດຊາດກໍ່ຈະປ່ຽນ
4 ຫົວຫອມ
ອາດຈະເຮັດໃຫ້ ອອກຂົນ(ອອກລາ) ແລະ ເຫນົ່າ ໄດ້
5 ກາເຟ
ກິນຫອມ ແລະ ລົດຊາດຂອງກາເຟຈະເສຍໄປ
6. ກະທຽມ
ກະທຽມຈະອອກຮາກ ອອກໃບ ແລະ ອາດເກີດເປັນເຫັດເປັນຂົນໃດ້
7 ເຫຼົ້າ
ເຄື່ອງດື່ມທີ່ເປັນແອງກາຮໍລ໌ ຄວນເກັບໄວ້ທີ່ອຸນຫະພູມທີ່ຢູ່ໃນຫ້ອງທໍາມະດາ
8 ນໍ້າເຜີ້ງ
ເຮັດໃຫ້ນໍ້າເຜີ້ງ ຕົກຜຶກ ແລະ ເປັນກ້ອນໄດ້ງ່າຍ
9 ຊອສຫຼືແຈ່ວບ່ອງໝາກເພັດ
ໂດຍປົກກະຕິແລ້ວຄວນເອົາໄວ້ໃນອຸນຫະພູມທີ່ບໍ່ຮ້ອນບໍ່ເຢັນເກີນໄປ ຈະສາມາດເອົາໄວ້ໄດ້ດົນກວ່າ.
10 ເຂົ້າໜົມປັງ ຫຼືເຂົ້າຈີ່
ເຮັດໃຫ້ເຂົ້າໜົມ ຫຼື ເຂົ້າຈີ່ ແແຫ້ງ
11 ໃບຜັກບົວລະພາ
ຈະເຮັດໃຫ້ມັນຫ່ຽວ ແລະ ດູູດກິ່ນຈາກຂອງໃນຕູ້ເຢັນ ເຮັດໃຫ້ມັນເສຍລົດຊາດ
>>ຂອບໃຈ http://www.nationtv.tv/main/content/lifestyle/378440873/

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...