spot_img
Homeຂ່າວພາຍ​ໃນກິດຈະກຳ ຄືນໂອກາດ ສູ່ບ້ານເກີດ ຂອງນັກສຶກສາ ລາວ ຢູ່ ໄທ.

ກິດຈະກຳ ຄືນໂອກາດ ສູ່ບ້ານເກີດ ຂອງນັກສຶກສາ ລາວ ຢູ່ ໄທ.

Published on

ຊຸມນຸມນັກສຶກສາລາວ ມະຫາວິທະຍາໄລ ກະເສດສາດເຂດບາງເຂນກຸງເທບມະຫານະຄອນ ລາຊະອານາຈັກໄທ ໄດ້ສ້າງ ກິດຈະກຳ (ຄືນໂອກາດສູ່ບ້ານເກີດ) ໂດຍໄດ້ຂົນຂວາຍຊອກ ແລະ ອອກທຶນຮອນ ຊື້ປື້ມຕຳລາການຮຽນການສອນ ດ້ານວິຊາຊີບໄປມອບໃຫ້ໂຮງຮຽນ ເຕັກນິກ-ວິຊາຊີບ ແບບ ປະສົມແຂວງຊຽງຂວາງນຳພາທິມງານໂດຍ ນາງ ຈັນຜີວ ຫຼວງພິມມະຈິດ ປະທານຊຸມນຸມ ນັກ ສຶກສາລາວທີ່ປະເທດໄທ ຕຳລາການຮຽນການສອນມາມອບໃນຊຸດນີ້ມີ ຕຳລາ ການກະເສດ 133 ຫົວ,ວິຊາຄອມພີວເຕີ 34 ຫົວ, ວິສະວະກຳ, ການປະມົງ ແລະ ການທ່ອງທ່ຽວ 14 ຫົວ,ເສດຖະກິດ 71 ຫົວ,ການບໍລິຫານ ແລະ ການຄຸ້ມຄອງ 59 ຫົວ,ພາສາອັງກິດທົ່່ວໄປ 42 ຫົວ,ພາສາໄທທົ່ວໄປ 26 ຫົວແຜ່ນ CD ສາລະ ຄະດີ ຕ່າງໆ 300 ກັບ ແລະ ປື້ມສາລະໜ້າຮູ້ຕ່າງໆອີກ 841 ຫົວ. ລວມການມອບຄັ້ງນີ້ ປະເພດປື້ມຕຳລາ 1.229 ຫົວ, ຄ່າອຸປະກອນ ແລະ ຄ່າຂົນສົ່ງ ລວມມູນຄ່າ 245.800. ບາດ ປະມານ 65.484.800 ກີບ. ນາງ ຈັນຜີວ ຫຼວງພິມມະຈິດ ກ່າວວ່າ ຊຸມນຸມນັກສຶກສາລາວ ທີ່ຢູ່ປະເທດໄທ ປະຈຸບັນມີ 51 ຄົນ ຍິງ 11 ຄົນ,ໄດ້ກໍ່ຕັ້ງ ຊຸມນຸມ ນັກສຶກສາຂື້ນມາແຕ່ປີ 2005,ໄດ້ມີກິດຈະກຳຫຼາຍຢ່າງ ທີ່ເປັນເສນາທິການ ໃຫ້ແກ່ສະຖານທູດລາວ ປະຈຳບາງກອກ ໄດ້ຮ່ວມເຄື່ອນໄຫວ ກິດຈະກຳ ກ່ຽວ ກັບວັນ ສຳ ຄັນ ຂອງຊາດລາວ ແລະ ໜຶ່ງໃນກິດຈະກຳນັ້ນກໍ່ແມ່ນກິດຈະກຳ ( ຄືນໂອກາດສູ່ບ້ານເກີດ ) ແລະ ໄດ້ປະຕິບັດມາແຕ່ສົກ 2005-2006ຢູ່ແຂວງໄຊຍະບູລີ,ປີ 2006-07 ຢູ່ແຂວງສາລະວັນ, 2007-08 ແລະ 2008-09 ຢູ່ມະຫາວິທະຍາໄລແຫ່ງຊາດ, 2009-10 ຢູ່ມະຫາວິທະບາໄລສຸພານຸວົງ,2010 ຫາ 2012 ຈັດສອງຄັ້ງ ຢູ່ຈຳປາສັກ ແລະ ສົກນີ້ໄດ້ຈັດຢູ່ໂຮງຮຽນເຕັກ ນິກ-ວິຊາຊີບແບບ ປະສົມ ຢູ່ ຊຽງ ຂວາງ. ພິທີມອບຮັບປື້ມຕຳລາ ແລະ ອຸປະກອນການ ສຶກສາ ຄັ້ງນີ້ໄດ້ຈັດຂື້ນ ວັນທີ 4 ກຸມພາ 2013 ທີ່ໂຮງຮຽນວິຊາຊີບມີ ອາຈານ ທອງສະຫວັນ ວິຣະຈິດ ຮອງອຳນວຍການ ໂຮງຮຽນ ເຕັກ ນິກ-ວິຊາຊີບ ແບບປະສົມແຂວງຊຽງຂວາງພ້ອມຄູອາຈານ ແລະ ແຂກເຊື່ອເຊີນເຂົ້າຮ່ວມນຳ.ອຸປະກອນ ການສຶກ ສານີ້ຈະໄດ້ນຳໃຊ້ເຂົ້າໃນການສິດສອນໃນໂຮງຮຽນແຕ່ກໍ່ຍັງຈະຕ້ອງໄດ້ຄັດເລືອກ ແລະ ແປພາສາ ໃຫ້ແທດ ເຫມາະກັບ ການຮຽນການສອນຂອງໂຮງຮຽນ.ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງ ຊຽງ ຂວາງໄດ້ສ້າງຂື້ນ ມາ ແຕ່ປີ 2004 ມີອາຄານທັງໝົດ 18 ຫຼັງມີທາງລາດຢາງ,ໄຟຟ້າ ແລະ ລະບົບ ນຳໃຊ້ຄົບຊຸດມູນຄ່າກໍ່ສ້າງ 1.473.776 ດອນລາສະຫະລັດ ແລະ ອຸປະກອນການ ສອນ,ເຄື່ອງ ຈັກ, ເຄື່ອງມືອື່ນໆມູນຄ່າ 614.000 ດອນລາ, ມີທຶນສົມທົບ ຂອງລັດຖະບານ ລາວ 5,2 ຕື້ກີບ.ວິຊາທີ່ນຳ ໃຊ້ ສອນມີ ປູກພືດ,ລ້ຽງສັດ, ກໍ່ສ້າງເຄຫະສະຖານ, ຊ່າງໄມ້ເຟີນີເຈີ, ການໄຟຟ້າ, ສ້ອມແປງກົນຈັກທົ່ວ ໄປ,ຕັດ ຫຍິບ ແລະ ອາຫານການໂຮງແຮມ.ໃນສົກຮຽນນີ້ມີນັກຮຽນ 456 ຄົນຍິງ 134 ຄົນ ແລະ ມີນັກ ຮຽນທີ່ ຮຽນຈົບໄປແລ້ວ 621 ຄົນຍິງ 260 ຄົນ.
xiengkhaoung11
ພາບຂ່າວ ຄຳພັນ ວໍລະສິງ

ທີ່ມາ http://laosports.com/?p=3278

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...