spot_img
Homeຂ່າວຕ່າງປະເທດມຽນ​ມາ​ເປີດນຳ​ໃຊ້ e-visa ໄດ້​ພຽງ 4 ເດືອນ ມີ​ນັກ​ທ່ອງ​ທ່ຽວ​ໃຊ້​ບໍ​ລິ​ການ​ແລ້ວ 3 ໝື່ນ​ກ່​ວາ​ຄົນ!

ມຽນ​ມາ​ເປີດນຳ​ໃຊ້ e-visa ໄດ້​ພຽງ 4 ເດືອນ ມີ​ນັກ​ທ່ອງ​ທ່ຽວ​ໃຊ້​ບໍ​ລິ​ການ​ແລ້ວ 3 ໝື່ນ​ກ່​ວາ​ຄົນ!

Published on

MYANMAR-POLITICS-CONSTITUTION-OPPOSITION

ມຽນ​ມາ​ເປີດ​ປະ​ເທດ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ ໂດຍ​ໃຊ້​ບໍ​ລິ​ການຂໍ​ວີ​ຊາ​ອອນ​ລາຍ ຫລື e-visa ໃນ​ໄລ​ຍະ 4 ເດືອນ​ຜ່ານ​ມາ ມີ​ນັກ​ທ່ອງ​ທ່ຽວ​ໃຊ້​ບໍ​ລິ​ການ​ແລ້ວ 34,000 ຄົນ ຫລັງ​ຈາກ​ເລີ່ມ​ລະ​ບົບ​ນີ້​ເມື່ອ​ເດືອນ​ກັນ​ຍາ 2014 ຜ່ານ​ມາ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 15 ມັງ​ກອນ​ຜ່ານ​ມາ​ນີ້​ວ່າ ນັກ​ທ່ອງ​ທ່ຽວ​ທີ່​ໃຊ້​ບໍ​ລິ​ການ ອີ-ວີ​ຊາ ເຂົ້າ​ມຽນ​ມາ​ເປັນ​ຈຳ​ນວນ​ຫລາຍ​ກ່​ວາ​ໝູ່​ແມ່ນ ຊາວ​ອາ​ເມ​ຣິ​ກັນ, ຖັດ​ລົງ​ມາ​ແມ່ນ​ນັກ​ທ່ອງ​ທ່ຽວ​ຊາວ​ອັງ​ກິດ ແລະ ຍີ່​ປຸ່ນ ໂດຍ​ຈົນ​ຮອດ​ປັດ​ຈຸ​ບັນ​ນີ້ ມຽນ​ມາ​ໄດ້​ອະ​ນຸ​ຍາດ​ໃຫ້​ນັກ​ທ່ອງ​ທ່ຽວ​ເດີນ​ທາງ​ຈາກ 100 ປະ​ເທດ ແລະ ເຂດ​ແດນ​ຕ່າງໆ​ເຂົ້າ​ປະ​ເທດ​ຕົນ​ໄດ້ ດ້ວຍ​ການ​ໃຊ້ ອີ-ວີ​ຊາ.

ພ້ອມ​ກັນ​ນັ້ນ, ມຽນ​ມາ​ຍັງ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ ຍົກ​ເວັ້ນ​ວີ​ຊາ​ກັບ​ປະ​ເທດບ​ຣູ​ໄນ, ອິນ​ໂດ​ເນ​ເຊຍ, ລາວ, ກຳ​ປູ​ເຈຍ, ຟິ​ລິບ​ປິນ ແລະ ຫວຽດ​ນາມ​ໄປ​ແລ້ວ​ອີກ​ດ້ວຍ ໂດຍ​ປັດ​ຈຸ​ບັນ​ຍັງ​ຢູ່​ລະ​ຫວ່າງ​ການ​ເຈ​ລະ​ຈາ​ກັບ​ມາ​ເລ​ເຊຍ ແລະ ສິງ​ກະ​ໂປ.

ສະ​ເພາະ​ປີ 2014 ຜ່ານ​ມາ​ນີ້ ມີ​ນັກ​ທ່ອງ​ທ່ຽວ​ເດີນ​ທາງ​ເຂົ້າ​ປະ​ເທດ​ມຽນາ​ທັງ​ໝົດ 3.05 ລ້ານ​ຄົນ ເຊິ່ງ​ເພີ່ມ​ຂຶ້ນ 49.5% ຈາກ​ຈຳ​ນວນ 2.04 ລ້ານ​ຄົນ​ໃນ​ປີ 2013 ແລະ ຈາກ​ຈຳ​ນວນ​ດັ່ງ​ກ່າວ​ນັ້ນ ເປັນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ປະ​ເທດ​ອາ​ຊຽນ​ເຖິງ 70%, ເວົ້າ​ສະ​ເພະ​ໃນ​ປີ 2015 ນີ້ ທາງ​ການ​ມຽນ​ມາ ໄດ້​ຕັ້ງ​ເປົ້າ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ຢ້ຽມ​ຢາມ​ປະ​ເທດ​ໃຫ້​ໄດ້ 5 ລ້ານ​ຄົນ.

 

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...