Homeຂ່າວຕ່າງປະເທດຜີສາດແດງ ຕຽມປ່ອຍໂຕ 6 ນັກເຕະດັງອີກຄັ້ງໃນຊ່ວງເປີດຕະຫຼາດ ຮອບ 2.

ຜີສາດແດງ ຕຽມປ່ອຍໂຕ 6 ນັກເຕະດັງອີກຄັ້ງໃນຊ່ວງເປີດຕະຫຼາດ ຮອບ 2.

Published on

ไม่รอด! สื่อเผย”ผี”เตรียมโละ6แข้งดังอีกรอบ

ບໍ່ລອດ! ສື່ເປີດເຜີຍ ຜີສາດແດງ ຕຽມປ່ອຍໂຕ 6 ນັກເຕະດັງອີກຮອບໃນຊ່ວງເປີດຕະຫຼາດ ຮອບ 2.

ສື່ແດນຜູ້ດີຕີຂ່າວ ຜີສາດແດງ ແມນເຊັດເຕີ ຢູໄນເຕັດ ຕຽມສະລະ 6 ນັກເຕະໂຕຫຼັກ ທີ່ຍັງຫຼິ້ນບໍ່ເຂົ້າລະບົບຂອງ ຟານກັລ.

ບໍ່ລອດ! The Guardian ສື່ດັງອັງກິດ ລະບຸວ່າ ຫຼຸຍສ໌ ຟານກັລ ຜູ້ຈັດການທີມຈອມໂຫດ ຂອງແມນເຊັດເຕີຢູໄນເຕັດ ຕຽມພິຈາລະນາປ່ອຍ 6 ນັກເຕະ ດັງອອກຈາກທີມທີ່ໂຊຟອມຝືດ ແລະ ຫຼິ້ນບໍ່ເຂົ້າລະບົບຂອງຕົນ.

ຈາກການເປີດເຜີຍຂອງວົງໃນຫົວໜ້າບໍລິຫານ ແມນເຊັດເຕີ ຢູໄນເຕັດ ທີ່ທຸ່ມງົບປະມານກ່ອນໃຫຍ່ ໃຫ້ກຸນຊື່ຊາວດັຕຊ໌ ຊື່ນັກເຕະໃໝ່ເສີມທັບເພື່ອກັບມາລຸ້ນບັນລັງແຊ່ມອີກຄັ້ງຈຶ່ງຈໍາເປັນຕ້ອງຍົກເຄື່ອງນັກເຕະ ໃນທີມຊຸດປັດຈຸບັນຊຸດໃຫຍ່ຢູ່ຕະຫຼອດ.

ໂດຍຫຼ້າສຸດ “The Guardian” ເຊື່ອວ່າ 6  ນັກເຕະທີ່ຜີສາດແດງ ຈະ

ປ່ອຍຕົວອອກໄປຊ່ວງເປີດຕະຫຼາດຮອບ 2 ນີ້ປະກອບດ້ວຍ: ໂຣບິນຟານ ເພີຣ໌ຊີ່, ຣາດາເມລ ຟັລເກົາ, ຟິລ ໂຈນສ໌, ຄຣິສ ສະມໍລ໌ລິງ, ຈອນນີ່ ອີແວນສ໌ ແລະ ຣາຟາເອລ ດາຊີລວາ.

ຂະນະທີ່ 5 ຈາກ6 ນັກເຕະ ຍັງເຫຼືອສັນຍາໃນຖິ່ນ ໂອລດ໌ແທຣຟຟອຣ໌ດ ອີກ18 ເດືອນ ຍົກເວັນ ຣາດາເມລ ຟັລເກົາ ຄາດວ່າໜ້າຈະຍ້າຍກັບ ໂມນາໂກ ຫຼັງໝົດສັນຍາຢືມໂຕ.

>>ຂອບໃຈ http://sport.sanook.com/126765

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...