Homeຂ່າວຕ່າງປະເທດພົບ​ຕຳ​ແໜ່ງລຳ​ຕົວ ເຮືອ​ບິນ QZ8501ແລ້ວ ຄາດ​ອາດ​ມີ​ສົບ​ຕິດ​ຢູ່​ຫລວງ​ຫລາຍ!

ພົບ​ຕຳ​ແໜ່ງລຳ​ຕົວ ເຮືອ​ບິນ QZ8501ແລ້ວ ຄາດ​ອາດ​ມີ​ສົບ​ຕິດ​ຢູ່​ຫລວງ​ຫລາຍ!

Published on

NjpUs24nCQKx5e1DGz1zMfE9CvgFmdSY1qrWdY2FJaB

 

ເຮືອ​ດຳ​ນ້ຳ​ສິງ​ກະ​ໂປ ສາ​ມາດ​ລະ​ບຸ​ຕຳ​ແໜ່ງ​ສ່ວນ​ລຳ​ຕົວ​ຂອງ​ເຮືອ​ບິນ QZ8501 ສາຍ​ການ​ບິນ ແອ​ຣ໌ ເອ​ເຊຍ ໄດ້​ແລ້ວ ຄາດ​ອາດ​ມີ​ສົບ​ຕິດ​ຢູ່​ພາຍ​ໃນ​ຈຳ​ນວນ​ຫລວງ​ຫລາຍ.

ສຳ​ນັກ​ຂ່າວ​ຕ່າງ​ປ​ະ​ເທດ ລາຍ​ງານ​ໃນ​ວັນ​ທີ 14 ຜ່ານ​ມານ​ນີ້​ວ່າ ເຮືອ​ດຳ​ນ້ຳ MV Swift Rescue ຂອງ​ສິງ​ກະ​ໂປ ພົບ ແລະ​ ສາ​ມາດ​ລະ​ບຸ​ຕຳ​ແໜ່ງ​ຊາກ​ສ່ວນ​ລຳ​ຕົວ​ເຮືອ​ບິນ​ໂດຍ​ສານແອ​ຣ໌ ເອ​ເຊຍ QZ8501 ທີ່​ປະ​ສົບ​ອຸ​ບັດ​ເຫດ​ຕົກ​ໃນ​ທະ​ເລ​ຊະ​ວາ​ແລ້ວ ເຊິ່ງ​ຄາດ​ວ່າ​ພາຍ​ໃນ​ນັ້ນ​ອາດ​ພົບ​ຮ່າງ​ສົບ​ຂອງ​ຜູ້​ໂດຍ​ສານ​ຕິດ​ຢູ່​ຈຳ​ນວນ​ຫລວງ​ຫລາຍ.

ທ່ານ ບຳ​ບັງ ໂຊ​ລິດ​ໂຕ ຫົວ​ໜ້າ​ໜ່ວຍ​ຄົ້​ນ​ຫາ ແລະ ກູ້​ໄພ​ແຫ່ງ​ປະ​ເທດ​ອິນ​ໂດ​ເນ​ເຊຍ ໄດ້​ລະ​ບຸ​ວ່າ ທີມ​ຄົ້ນ​ຫາ​ຈະ​ເລີ່ມ​ປະ​ຕິ​ບັດ​ການ​ຄົ້ນ​ຫາ​ສົບ​ຂອງ​ຜູ້​ເສຍ​ຊີ​ວິດ​ພາຍ​ໃນ​ຊາກ​ລຳ​ຕົວ​ຂອງ​ເຮືອ​ບິນ ໃນ​ມື້​ວັນ​ພະ​ຫັດ​ນີ້ (15 ມັງ​ກອນ) ແລະ ຫາກ​ເຈົ້າ​ໜ້າ​ທີ່​ປະ​ສົບ​ກັບ​ບັນ​ຫາ​ໃນ​ການ​ກູ້​ສົບ ພວກ​ເຂົາ​ກໍ​ອາດ​ຈະ​ທຳ​ການ​ກູ້​ຊາກ​ລຳ​ຕົວ​ຂອງ​ເຮືອ​ບິນ​ຂຶ້​ນ​ຈາກ​ທະ​ເລ​ກ່ອນ.

 

22221

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...